NATO ຕອບຮັບ ສະວີເດັນ ແລະ ຟິນແລນ ເຂົ້າເປັນສະມາຊິກຢ່າງເປັນທາງການແລ້ວ


ໃນວັນທີ 29 ມິຖຸນາ 2022 ສຳນັກຂ່າວຕ່າງປະເທດໄດ້ລາຍງານຈາກກອງປະຊຸມສຸດຍອດຜູ້ນໍາ NATO ທີ່ຈັດຂຶ້ນໃນລະຫວ່າງວັນທີ 29-30 ທີ່ ມາດຣິດ ປະເທດສະເປນ ວ່າ ບັນດາຜູ້ນຳປະເທດສະມາຊິກກຸ່ມ NATO ໄດ້ຕອບຮັບເອົາສະວີເດັນ ແລະ ຟິນແລນເຂົ້າເປັນສະມາຊິກໃໝ່ຂອງ NATO ຢ່າງເປັນທາງການແລ້ວ.

ເຊິ່ງຂັ້ນຕອນຕໍ່ໄປ ຜູ້ນຳທັງ 30 ປະເທດສະມາຊິກຈະຕ້ອງນໍາເລື່ອງດັ່ງກ່າວເຂົ້າລັດຖະສະພາຂອງປະເທດຕົນເອງ ເພື່ອໃຫ້ລົງມະຕິຮັບຮອງເປັນຄັ້ງສຸດທ້າຍ ກ່ອນທີ່ຈະກໍານົດມື້ເຂົ້າເປັນສະມາຊິກຢ່າງເປັນທາງການ ໂດຍຄາດວ່າໃນການຮັບຮອງຄັ້ງນີ້ຈະໃຊ້ໄລຍະເວລາສັ້ນກວ່າປົກກະຕິຢ່າງຫຼາຍ  ເພື່ອສະທ້ອນໃຫ້ເຫັນຄວາມເປັນໜຶ່ງດຽວກັນຂອງຢູໂຣ-ແອັດແລນຕິກ ໃນການຕ້ານທານອຳນາດຂອງຣັດເຊຍ ແລະ ປະທານາທິບໍດີ ວະລາດິເມຍ ປູຕິນ.

ທັງນີ້ ຜູ້ນຳປະເທດສະມາຊິກ NATO ກໍໄດ້ອອກມາຖະແຫຼງການຮ່ວມກັນວ່າ “ການເປີດຮັບສະວີເດັນແລະຟິນແລນ ຈະເຮັດໃຫ້ພວກເຂົາປອດໄພຍິ່ງຂຶ້ນ, NATO ຈະແຂງແກ່ນຂຶ້ນ ພື້ນທີ່ຢູໂຣ-ແອັດແລນຕິກ ຈະໝັ້ນຄົງຂຶ້ນ. ຄວາມໝັ້ນຄົງຂອງສະວີເດັນ ແລະ ຟິນແລນມີຄວາມສຳຄັນໂດຍກົງກັບກຸ່ມສະມາຊິກ ລວມເຖິງຂະບວນການສະໝັກເຂົ້າເປັນສະມາຊິກອີກດ້ວຍ”

ໃນສ່ວນຂອງຜູ້ນຳສະຫະລັດອາເມຣິກາ ໂຈ ໄບເດັນ ກໍໄດ້ລະບຸວ່າ “ສະຫະລັດອາເມຣິກາ ແລະພັນທະມິດຂອງເຮົາກຳລັງເດີນໜ້າໄປອີກຂັ້ນ ເຮົາກໍາລັງພິສູດໃຫ້ເຫັນວ່າ NATO ເປັນສິ່ງທີ່ສຳຄັນແລະຈຳເປັນຫຼາຍກວ່າຄັ້ງອື່ນໆ, ເມື່ອຮ່ວມມືກັບພັນທະມິດເຮົາຈະສ້າງຫຼັກປະກັນໄດ້ວ່າ NATO ພ້ອມທີ່ຈະຈັດການກັບຄວາມທ້າທາຍທຸກຮູບແບບ ທຸກທິດທາງ ບໍ່ວ່າຈະເປັນເທິງບົກ, ທ້ອງຟ້າ ຫຼື ໃນທະເລ”.

ໃນດ້ານຂອງປະທານາທິບໍດີ ໂວໂລດິເມຍ ເຊເລນສະກີ ໄດ້ສະແດງເຖິງຄວາມເສຍໃຈ ຫຼັງ NATO ເປີດຮັບສະມາຊິກໃໝ່ອີກ 2 ປະເທດ ເນື່ອງຈາກຢູເຄຣນນັ້ນເປັນໜຶ່ງໃນປະເທດທີ່ຕ້ອງການເຂົ້າເປັນສະມາຊິກໃໝ່ຂອງ NATO ຫຼາຍທີ່ສຸດປະເທດໜຶ່ງໃນຂະນະນີ້ ເຊິ່ງແຮງຈູງໃຈທີ່ເຮັດໃຫ້ຢູເຄຣນຢາກເຂົ້າເປັນສະມາຊິກສ່ວນໜຶ່ງກໍຍ້ອນເກີດສົງຄາມລະຫວ່າງຢູເຄຣນ-ຣັດເຊຍ ທີ່ຍັງດໍາເນີນໃນຂະນະນີ້.

ການເຂົ້າເປັນສະມາຊິກ NATO ຂອງຢູເຄຣນແມ່ນຈະຍິ່ງເປັນເປັນການກະທົບຄວາມໝັ້ນຄົງຂອງຣັດເຊຍ ແລະອາດເຮັດໃຫ້ສະຖານະການບານປາຍກາຍເປັນສົງຄາມໃຫຍ່ກວ່າເກົ່າ. ແຕ່ຢ່າງໃດກໍຕາມທາງ NATO ລະບຸວ່າ ພວກເຂົາຈະຍັງຢູ່ຄຽງຂ້າງຊ່ວຍເຫຼືອຢູເຄຣນ ຈົນກວ່າສົງຄາມຄັ້ງນີ້ຈະສິ້ນສຸດລົງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/