ບຸນມີ ບົວແກ້ວ ຈາກເດັກຕ່າງແຂວງສູ່ປະທານກອງປະກວດ ເເລະ ຜູ້ບໍລິຫານ Junior Idol World Laos


ຖ້າຫາກຈະເວົ້າເຖິງໄວໜຸ່ມຜູ້ທີ່ຢູ່ເບື້ອງຫຼັງຄວາມງາມ, ຄວາມສຳເລັດ ແລະ ບຸກຄະລິກກະພາບທີ່ດີ ຂອງນາງແບບ, ນາງງາມ, ທີມຟ້ອນ, ທີມເຕັ້ນໃນວົງການບັນເທີງ ແລະ ແວດວົງສິລະປະຂອງປະເທດລາວເຮົາ ຫຼາຍຄົນກໍໜ້າຈະຮູ້ຈັກກັບ ບຸນມີ ບົວແກ້ວ ຫຼື ຮູ້ຈັກກກັນດີໃນຊື່ “ບຸນມີ”.

ໂດຍບຸນມີນັ້ນເປັນເດັກຕ່າງແຂວງທີ່ມີຄວາມສາມາດຮອບດ້ານບໍ່ວ່າຈະເປັນຄູເຝິກຟ້ອນ, ຊ່າງແຕ່ງໜ້າ, ນັກອອກແບບຊຸດ, ອ້າຍລ້ຽງນາງງາມ ແລະ ສອນການວາງຕົວບຸກຄະລິກຕະພາບໃຫ້ແກ່ຄົນໃນວົງການບັນເທີງລາວຫຼາຍຕໍ່ຫຼາຍຄົນ ແຕ່ກ່ອນຈະມາຮອດຈຸດນີ້ ເສັ້ນທາງສາຂາອາຊີບຂອງບຸນມີມັນບໍ່ໄດ້ງ່າຍຄືກັບວຽກງານທີ່ລາວກໍາລັງເຮັດຢູ່ໃນຕອນນີ້ ເພາະກວ່າທີ່ລາວຈະມາຮອດມື້ນີ້ກໍຍ້ອນຄວາມໝັ່ນພຽນ, ຄວາມສາມາດ, ພອນສະຫວັນ ແລະ ຄວາມມັກຮັກໃນການເດີນຕາມຝັນຂອງຕົນເອງ ເຊິ່ງມື້ນີ້ເຮົາຈະພາມາທຳຄວາມຮູ້ຈັກກັບໄວໜຸ່ມຜູ້ທີ່ຊື່ ບຸນມີ ບົວແກ້ວ ໃຫ້ຫຼາຍຂຶ້ນຕື່ມ.

Lao X: ຊ່ວຍແນະນໍາຕົນເອງແດ່ວ່າແມ່ນໃຜ ?ປັດຈຸບັນແມ່ນປະກອບອາຊີບຫຍັງ?

ສະບາຍດີທຸກຄົນ ຂ້ອຍມີຊື່ວ່າ ບຸນມີ ບົວເເກ້ວ ອາຍຸ 24 ປີ ເປັນຄົນມາຈາກບ້ານ ຫຼັກ 40 ເມືອງ ປະທຸມພອນ ແຂວງ ຈໍາປາສັກ ເຊິ່ງປັດຈຸບັນນີ້ແມ່ນອາໄສຢູ່ທີ່ ນະຄອນຫຼວງວຽງຈັນ ແລະ ກໍຈົບການສຶກສາໃນລະດັບຊັ້ນປະລິນຍາຕີຈາກວິທະຍາໄລສິລະປະສຶກສາ.

ໃນປັດຈຸນີ້ ແມ່ນເປັນປະທານຈູເນຍໄອດໍ້ ເວີລາວ 2022 ແລະ ຮັບວຽກອິດສະຫຼະໃນວົງການບັນເທີງລາວເຮົາບໍ່ວ່າຈະເປັນການສອນແຕ່ງໜ້າ, ສອນຟ້ອນ, ສອນເດີນແບບ, ສອນປັບບຸກຄະລິກກະພາບ, ອ້າຍລ້ຽງໃຫ້ນາງງາມ, ເປັນຄົນອອກແບບຊຸດໃຫ້ກັບວົງການບັນເທີງ ແລະ ການປະກວດນາງງາມ.

Lao X: ທີ່ມາໃນການເຮັດວຽກສາຂາອາຊີບນີ້?

ໂດຍ ສຳລັບທີ່ໄປທີ່ມາຂອງອາຊີບທີ່ຂ້ອຍເຮັດໃນປັດຈຸບັນນີ້ ແມ່ນມັນໄດ້ເລີ່ມຕົ້ນຕັ້ງແຕ່ຕອນທີ່ຂ້ອຍຍັງນ້ອຍ ດ້ວຍຄວາມມັກໃນການກ້າສະແດງ, ການຟ້ອນສິລະປະເປັນຊີວິດຈິດໃຈ ແລະມີຄວາມໃຝ່ຝັນຢາກໄປຢືນໃນວົງ ແລະເຮັດທຸກໆຢ່າງໃນວົງການບັນເທີງ ດັ່ງນັ້ນຈຶ່ງເຮັດໃຫ້ຂ້ອຍເລີ່ມສຶກສາ ແລະ ເຝິກຝົນຄວາມສາມາດທາງດ້ານນີ້ໂດຍສະເພາະ.

ຢ້ອນກັບໄປສະໄໝຕອນຂ້ອຍເປັນນັກຮຽນມ.ປາຍ ທີ່ໂຮງຮຽນ ມ.ປາຍ ພອນສະຫວັນຈໍາປາສັກ-ເລີມດົ່ງ ຂ້ອຍເປັນຄົນໜຶ່ງທີ່ບໍ່ວ່າກິດຈະກໍາໃດທີ່ກ່ຽວຂ້ອງກັບສິລະປະເຊັ່ນ: ຮ້ອງເພງ, ແຕ້ມຮູບ, ອອກແບບທ່າຟ້ອນ ແລະນໍາພາໝູ່ເພື່ອນຟ້ອນ ກໍຈະແມ່ນຂ້ອຍໄດ້ປະກອບສ່ວນຢູ່ສະເໝີ.

ຫຼັງຈາກສຳເລັດການສຶກສາໃນລະດັບຊັ້ນ ມ.ປາຍ ຂ້ອຍຈຶ່ງຕັດສິນໃນເດີນທາງຕາມຄວາມຝັນຄວາມຂອງຕົນເອງໂດຍການໄປສຶກສາຕໍ່ໃນລະດັບມະຫາວິທະຍາໄລທີ່ນະຄອນຫຼວງວຽງຈັນ ເຊິ່ງໃນຂະນະທີ່ກໍາລັງສຶກສາຮ່ຳຮຽນຢູ່ນັ້ນຂ້ອຍກໍໄດ້ເຮັດວຽກກ່ຽວກັບການຟ້ອນ, ແຕ່ງໜ້າແລະອອກແບບຊຸດໄປຄວບຄູ່ກັນ. ດ້ວຍຄວາມສາມາດນັ້ນເຮັດໃຫ້ທາງຜູ້ໃຫຍ່ເພິ່ນໄດ້ໃຫ້ໂອກາດໂດຍການເຂົ້າໄປເປັນສ່ວນຮ່ວມໃນການປະກວດນາງງາມໃນເວທີຕ່າງໆ ຂອງ ສປປ ລາວເຮົາ.

Lao X: ແຮງບັນດານໃຈໃນການເຮັດວຽກສາຂາອາຊີບນີ້?

ໂດຍ, ຕັ້ງແຕ່ຍັງນ້ອຍນັ້ນ ຂ້ອຍເປັນຄົນໜຶ່ງທີ່ຖືກໝູ່ໃນໂຮງຮຽນ ແລະ ຄົນອ້ອມຂ້າງ ດູຖູກ, ບູລີ້ຮູບຮ່າງຢູ່ຕະຫຼອດເວລາ ດ້ວຍຄຳເວົ້າ ແລະ ການກະທຳຕ່າງໆ ເຊິ່ງນັ້ນມັນເຮັດໃຫ້ຂ້ອຍມີແຮງບັນດານໃຈແລະແຮງຊຸກຍູ້ໃນການພິສູດຕົນເອງວ່າຢ່າງໜ້ອຍຂ້ອຍກໍຍັງມີຄວາມສາມາດ ແລະ ມີຄວາມສຸກດີກັບສິ່ງທີ່ຂ້ອຍເຮັດ ເຖິງຄົນອື່ນຈະບູລີ້ຂ້ອຍຢ່າງໃດກໍແລ້ວແຕ່ ແລະ ຢາກຝາກຂອບໃຈຄົນທີ່ບູລີ້ຂ້ອຍໃນມື້ນັ້ນ ທີ່ຄໍາເວົ້າຂອງພວກເຈົ້າ ມັນໄດ້ກາຍເປັນແຮງຂັບເຄື່ອນທີ່ເຮັດໃຫ້ຂ້ອຍກ້າວຜ່ານຈຸດນັ້ນມາໄດ້ ຈົນມາປະສົບຄວາມສຳເລັດໃນມື້ນີ້.

Lao X: ຄວາມສຸກໃນການເຮັດວຽກທີ່ເຮົາມັກ ເປັນແນວໃດແດ່?

ສຳລັບຂ້ອຍແລ້ວມັນຄືຄວາມພາກພູມໃຈອີກຢ່າງໜຶ່ງຂອງຊີວິດເລີຍ ເພາະວ່າເຮົາສ້າງມັນຂຶ້ນມາດ້ວຍມືຕົນເອງຈົນປະສົບຜົນສຳເລັດ ແລະ ຂ້ອຍກໍມີຄວາມສຸກດີກັບສິ່ງທີ່ຂ້ອຍເຮັດ ເພາະດ້ວຍຄວາມມັກຮັກໃນອາຊີບວຽກງານຂອງຕົນ ມັນເລີຍເຮັດໃຫ້ບໍ່ເບື່ອທີ່ຈະເຮັດຊໍ້າໆ ໃນແຕ່ລະມື້ ແລະ ມັນກໍຄ້າຍຄືກັບຄວາມທ້າທາຍໃໝ່ໆ ທີ່ລໍຖ້າໃຫ້ຂ້ອຍໄປພິສູດມັນ. ຍິ່ງໄປກວ່ານັ້ນມັນໄດ້ປ່ຽນແປງຊີວິດຂອງຂ້ອຍໃຫ້ດີຂຶ້ນກວ່າທີ່ເຄີຍເປັນມາ ແລະ ສ້າງຄວາມໝັ້ນຄົງໃຫ້ກັບຂ້ອຍອີກດ້ວຍ.

Lao X: ທີ່ຜ່ານມາແມ່ນມີຜົນງານຫຍັງແດ່ທີ່ໂດດເດັ່ນ?

ຜົນງານໂດດເດັ່ນທີ່ຜ່ານມາຂອງຂ້ອຍມີຄື: ມີທີມຟ້ອນເປັນຂອງຕົນເອງ, ອອກແບບຊຸດປະຈຳຊາດໃຫ້ກັບຕົວແທນປະເທດລາວທີ່ໄດ້ໄປປະກວດຊາຍງາມໃນຕ່າງປະເທດ, ສອນນາງງາມ ແລະ ຊາຍງາມ ໃຫ້ປະສົບຜົນສໍາເລັດຫຼາຍຄົນ, ຊະນະເລີດ ສາວພຽນຮູ້ ວິທະຍາໄລສຸກສະຫວັດ, ມິສເວີທັອບ 10, ມິສຢູນິເວີສ ທັອບ 10, ສົ່ງ Mister Global Laos ໄປປະກວດໄດ້ຮາງວັນຍິ້ມງາມ.

ແລະກໍໄດ້ມີໂອກາດເປັນຜູ້ຈັດການໃນລາຍການ The Survival Laos, ເຄີຍຮ່ວມງານເປັນອ້າຍລ້ຽງກອງປະກວດເເຫ່ງໜຶ່ງໃນລະດັບປະເທດ ເເລະ ເທຣນນາງງາມຮຸ່ນນ້ອຍຈົນໄດ້ຮັບຕຳເເໜ່ງມິສບິວຕີ້ພາວເວີ ຢູນິເວີສ ລາວຄິດ 2022.

Lao X: ຄິດວ່າເພດສະພາບແມ່ນເປັນຂໍ້ຈໍາກັດໃນການເຮັດວຽກບໍ່? ແລະ ຄິດວ່າ LGBTQ+ ໃນສັງຄົມບ້ານເຮົາມີສັກກະຍະພາບຫຼາຍໜ້ອຍປານໃດໃນການເຮັດວຽກໃນສາຂາອາຊີບຕ່າງໆ?

ຂ້ອຍຄິດວ່ານີ້ກໍປີ 2022 ແລ້ວ ທຸກຢ່າງແມ່ນໄດ້ປ່ຽນແປງໄປຫຼາຍ ເຊິ່ງກໍໄປຈົນຮອດເລື່ອງເພດສະພາບ ແລະມັນກໍບໍ່ໄດ້ເປັນຂໍ້ຈຳກັດໃນການເຮັດວຽກແຕ່ຢ່າງໃດ ເພາະໜ້າວຽກໃນສະໄໝນີ້ ເຂົາເຈົ້າວັດແທກຈາກຄວາມຮູ້, ຄວາມຊໍານານ, ຄວາມສາມາດ ແລະ ສັກກະຍະພາບຂອງຄົນນັ້ນໆ ບໍ່ໄດ້ເອົາເລື່ອງເພດມາເປັນຂໍ້ກົດທັບໃນການສະແດງສັກກະຍະພາບ. ແຕ່ວ່າເຮົາອາດສັງເກດເຫັນໄດ້ໃນບາງໜ່ວຍງານບ້ານເຮົາແມ່ນຍັງມີການແບ່ງແຍກຢູ່ ແລະເລືອກປະຕິບັດ. ດັ່ງນັ້ນຂ້ອຍໃນຖານະທີ່ເປັນ LGBTQ+ ຜູ້ໜຶ່ງກໍຢາກເປັນກະບອກສຽງໃຫ້ກັບທຸກຄົນໃນສັງຄົມຮັບຮູ້ ບໍ່ວ່າເປັນເພດຍິງແທ້, ຊາຍແທ້, ເກ, ທອມ, ກະເທີຍ ຫຼື LGBTQ+ ທຸກຄົນລ້ວນແຕ່ເປັນເພື່ອນມະນຸດຮ່ວມໂລກຄືກັນ ມີສິດເທົ່າທຽມກັນ, ສະນັ້ນໃຫ້ຍົກເລີກແນວຄິດການເອົາເລື່ອງເພດສະພາບມາເປັນຂໍ້ຈໍາກັດໃນການເຮັດວຽກງານເທາະ.

ນອກຈາກນີ້ ສຳລັບປະເດັນສັກກະຍະພາບກຸ່ມຄົນ LGBTQ+ ໃນບ້ານເຮົາ ຂ້ອຍຄິດວ່າເຂົາເຈົ້າມີຄວາມສາມາດຫຼາກຫຼາຍ ເຊິ່ງຈະເຫັນໄດ້ຈາກໜ້າວຽກຕ່າງໆ ແມ່ນຈະມີກຸ່ມຄົນ LGBTQ+ ນັ້ນເອງເປັນແຮງຂັບເຄື່ອນຮ່ວມກັບເພດຊາຍຍິງ ໃຫ້ເກີດມີການພັດທະນາ ແລະເຕີບໃຫຍ່ໃນອົງກອນນັ້ນໆ ທີ່ເຂົາເຈົ້າສັງກັດຢູ່.

ນອກຈາກນີ້ ຍັງສາມາດເຮັດວຽກໄດ້ດີມີປະສິດທິພາບຄືກັນກັບເພດຍິງເພດຊາຍທົ່ວໄປເລີຍ ແຕ່ຍັງຕິດຂັດບ່ອນທີ່ວ່າເຂົາເຈົ້ານັ້ນສ່ວນຫຼາຍແມ່ນຈະບໍ່ໄດ້ຮັບໂອກາດສະແດງຄວາມສາມາດໄດ້ຢ່າງເຕັມທີ່ ແລະຂາດການສະໜັບສະໜູນ.

Lao X: ຢາກຝາກຫຍັງແດ່ກັບບັນດານ້ອງໆ ຫຼື ຄົນອື່ນໆ ທີ່ກໍາລັງເດີນທາງມາສາຍດຽວກັນກັບເຮົາ?

ຢາກຝາກເຖິງນ້ອງໆທີ່ມີຄວາມມັກຮັກໃນສາຍວຽກງານທາງດ້ານນີ້ ຢ່າຢຸດພັດທະນາຕົນເອງ ຢ່າຟ້າວໝົດກໍາລັງໃຈ ຈົ່ງໝັ່ນເຝິກຝົນຫຼໍ່ຫຼອມຕົນຢູ່ສະເໝີ ເພາະອ້າຍເຊື່ອວ່າໃນມື້ໃດມື້ໜຶ່ງພວກນ້ອງຈະສາມາດເຮັດມັນໄດ້ ຕາມທີ່ພວກນ້ອງຕັ້ງໃຈໄວ້ ແລະ ສິ່ງທີ່ສຳຄັນສຸດກໍຄື ໂອກາດເປັນສິ່ງສຳຄັນ ຖ້າມີໂອກາດແລ້ວໃຫ້ຮີບຄວ້າເອົາໄວ້.

Lao X: ສຸດທ້າຍແລ້ວໃຫ້ບຸນຝາກຊ່ອງທາງການຕິດຕາມຜົນງານແດ່? ແລະ ຢາກບອກຫຍັງກັບຄົນທີ່ສະໜັບສະໜູນເຮົາມາຕະຫຼອດ?

ສຸດທ້າຍນີ້ ຂ້າພະເຈົ້າ ທ້າວ ບຸນມີ ບົວແກ້ວ ກໍຢາກກ່າວຄໍາຂອບໃຈມາໃຫ້ທຸກຄົນໆ ທີ່ສະໜັບສະໜູນ, ເປັນກໍາລັງໃຈໃຫ້ກັນມາຕະຫຼອດ ແລະ ກໍຂໍໃຫ້ທຸກຄົນມີແຕ່ຄວາມສຸກຕະຫຼອດໄປເດີ.

ແລະກໍຂໍຝາກຕິດຕາມຜົນງານຂອງຂ້ອຍຜ່ານ facebook: Bounmee Bouakeo ເເລະຕິດຕາມ Page Junior Idol World Laos ເເດ່ເດີ ຂໍຂອບໃຈທຸກຄົນອີກຄັ້ງ.

ຂອບໃຈບົດສຳພາດຈາກ: ບຸນມີ ບົວແກ້ວ

ຊ່ອງທາງການຕິດຕໍ່ Facebook : Bounmee bouakeo

ສຳພາດໂດຍ: Tern Saiyasack

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/