ພໍ່ນ້ຳຕາຕົກໃນ! ອົດຫຼັບອົດນອນສອນຄະນິດສາດໃຫ້ລູກເປັນເວລາ 1 ປີເຕັມ ສຸດທ້າຍລູກເສັງໄດ້ຄະແນນ 6 ເຕັມ 100


ເປັນເລື່ອງປົກກະຕິຢູ່ແລ້ວທີ່ຄົນເປັນພໍ່ຈະຍອມເຮັດທຸກຢ່າງເພື່ອລູກ ຍິ່ງເປັນເລື່ອງການຮຽນການສຶກສາຍິ່ງຕ້ອງເອົາໃຈໃສ່ແບບສຸດຕົວ ເພື່ອຢາກໃຫ້ລູກມີອະນາຄົດທີ່ດີ ເຊັ່ນດຽວກັນກັບກໍລະນີພໍ່ຊາວຈີນຄົນນີ້ທີ່ໄດ້ໃຊ້ທັງແຮງກາຍແຮງໃຈອົດຫຼັບອົດນອນສອນພິເສດໃຫ້ລູກຊາຍຜູ້ເປັນທີ່ຮັກຂອງຕົນເອງມາຕະຫຼອດ 1 ປີເຕັມເພື່ອຫວັງໃຫ້ລູກມີຜົນຄະແນນທີ່ດີ ແຕ່ແລ້ວຜູ້ເປັນພໍ່ຕ້ອງຫຼັ່ງນ້ຳຕາເມື່ອຜົນສອບເສັງຂອງລູກອອກມາໄດ້ 6 ຈາກ 100 ຄະແນນ.


ເລື່ອງລາວທີ່ກ່າວມານີ້ເກີດຂຶ້ນໃນວັນທີ 23 ມິຖຸນາ ແລະ ກາຍເປັນກະແສທັນທີໃນຈີນ ຫຼັງຈາກສຳນັກຂ່າວຈີນແຫ່ງໜຶ່ງໄດ້ເຜີຍແຜ່ວິດີໂອເຊິ່ງມັນສະແດງໃຫ້ເຫັນພໍ່ຄົນໜຶ່ງກໍາລັງຮ້ອງໄຫ້ເຊັດນ້ຳຕາຕົນເອງໃນຫ້ອງນອນ ໂດຍມີສາເຫດມາຈາກຜູ້ເປັນພໍ່ເຫັນຄະແນນສອບເສັງວິຊາຄະນິດສາດປາຍພາກຂອງລູກຊາຍໄດ້ 6/100 ຈາກທີ່ພໍ່ພະຍາມຊ່ວຍສອນລູກທວນຄືນບົດຮຽນຕະຫຼອດໝົດປີທີ່ຜ່ານມາ ແລະໃນຕອນທ້າຍວິດີໂອພໍ່ກໍໄດ້ກ່າວວ່າ:

“ຂ້ອຍບໍ່ສົນໃຈອີກຕໍ່ໄປແລ້ວ ຄວາມພະຍາຍາມຂອງຂ້ອຍມັນເສຍລ້າ ປ່ອຍໃຫ້ລູກຂົນຂວາຍເອງສາ”

ຢ່າງໃດກໍດີ ມີການລາຍງານເພີ່ມຕື່ມອີກວ່າ ກ່ອນທີ່ພໍ່ຈະມາຊ່ວຍສອນລູກ ຜູ້ເປັນລູກເຄີຍເຮັດຄະແນນໄດ້ຕັ້ງແຕ່ 40, 50, 80 ແລະ 90 ຄະແນນໃນບາງຄັ້ງ ແຕ່ວ່າຫຼັງຈາກຜູ້ເປັນພໍ່ມາຊ່ວຍສອນແບບສ່ວນຕົວ ກາຍເປັນວ່າລູກຊາຍເຮັດຄະແນນໄດ້ແຕ່ 6 ເທົ່ານັ້ນ ເຮັດໃຫ້ທັງຕົວລູກຊາຍ ແລະ ຜູ້ເປັນພໍ່ຕ້ອງຕົກໃຈໄປຕາມໆ ກັນ.


ທັງນີ້ ຫຼັງຈາກທີ່ມັນໄດ້ກາຍເປັນກະແສ ກໍເຮັດໃຫ້ຊາວເນັດພາກັນມາສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ ໂດຍບາງຄົນກໍສະແດງຄວາມເສຍໃຈນຳພໍ່ ກ່ຽວກັບຄວາມລໍາບາກໃນການລ້ຽງລູກສະໄໝນີ້ ພ້ອມກັນນັ້ນຍັງມີຄວາມກົດດັນໃນການຮໍ່າຮຽນມາປົນອີກ.


ບາງຄົນກໍຕັ້ງຂໍ້ສົງໄສກ່ຽວກັບເລື່ອງທີ່ໄດ້ 6 ຄະແນນວ່າ ຄະແນນແມ່ນໄດ້ໜ້ອຍເກີນໄປກວ່າມາດຕະຖານ, ບາງຄົນກໍເວົ້າວ່າຖ້າບໍ່ໄດ້ແທ້ໆ ຢ່າງໜ້ອຍກໍຕ້ອງໄດ້ປະມານ 20-30 ແລະ ໃນຂະນະອີກຄົນກໍບອກວ່າ 6 ຄະແນນເຕັມ 100 ມັນບໍ່ໄດ້ເປັນຕົວສະທ້ອນຄວາມຮູ້ໃນວິຊາຄະນິດສາດຂອງລູກ ແຕ່ມັນສະທ້ອນຄວາມຮູ້ຂອງຜູ້ເປັນພໍ່.

ຫຼາຍຄຳເຫັນກໍສະແດງອອກໄປໃນທິດທາງທີ່ແຕກຕ່າງກັນ ແລະໝູ່ເພື່ອນເດຄິດເຫັນແນວໃດກັບເລື່ອງນີ້?

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/