ເປີດເພງສຽງດັງອາດເສຍເງິນ! ກົດໝາຍໃໝ່ຈາກລັດ Florida ຕຳຫຼວດສາມາດປັບໃໝໄດ້ຖ້າເປີດເພງໃນລົດສຽງດັງເກີນໄປ


ການເປີດເພງສຽງດັງເກີນກໍານົດເອີ້ນໄດ້ວ່າເປັນມົນລະພິດທາງສຽງປະເພດໜຶ່ງ ເພາະມັນເຮັດໃຫ້ຄົນຟັງເສຍສະມາທິ ຫຼືເສຍສຸຂະພາບຈິດໄດ້ ຈົນເຮັດໃຫ້ບາງປະເທດອອກກົດໝາຍຄວບຄຸມລະດັບສຽງເລີຍກໍມີ. ເຊັ່ນດຽວກັນກັບຂໍ້ກົດໝາຍໃໝ່ຈາກລັດ Florida ທີ່ການເປີດເພງໃນລົດສຽງດັງເກີນໄປ ກໍາລັງຈະກາຍເປັນສິ່ງທີ່ຜິດກົດໝາຍ.

ໃນວັນທີ 24 ມິຖຸນາທີ່ຜ່ານມາເວັບໄຊ WFLA ໄດ້ລາຍງານວ່າລັດ Florida ໄດ້ອອກກົດໝາຍໃໝ່ທີ່ມີຊື່ວ່າ HB 1435 ທີ່ວ່າດ້ວຍ ການຫ້າມເປີດເພງສຽງດັງໃນລົດ ບໍ່ວ່າຈະຈາກຄື້ນວິທະຍຸ, ແຜ່ນສຽງ ຫຼື ອຸປະກອນຕ່າງໆ ທີ່ເຮັດໃຫ້ເກີດສຽງຈາກລົດ ໂດຍກົດໝາຍທີ່ນີ້ແມ່ນຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ກໍລະກົດ 2022 ທີ່ຈະມາຮອດນີ້.

ນອກຈາກນີ້ ໃນຕົວກົດໝາຍໃໝ່ນີ້ຍັງມີຂໍ້ຫ້າມອື່ນໆອີກເຊັ່ນ: ຫ້າມໃຫ້ຜູ້ອື່ນໄດ້ຍິນສຽງເພງຢ່າງຊັດເຈນເມື່ອຢູ່ຫ່າງອອກໄປຈາກລົດເປັນໄລຍະທາງ 7.62 ແມັດ ແລະ ຫາກໃຜບໍ່ເຮັດຕາມກົດນີ້ແມ່ນທາງເຈົ້າໜ້າທີ່ຕໍາຫຼວດສາມາດເອີ້ນເຂົ້າມາປັບໃໝໄດ້ ແລະ ມີຄ່າປັບໃໝຢູ່ທີ່ 114 ໂດລາ ຫຼື ປະມານ 1.6 ລ້ານກີບ.

ຫຼັງຈາກທີ່ອອກກົດໝາຍນີ້ມາ ເຮັດໃຫ້ຜູ້ຂັບຂີ່ທີ່ໃຊ້ລົດຈໍານວນຫຼາຍອອກມາວິພາກວິຈານຢ່າງໜັກໜ່ວງ ແລະສະແດງເຖິງຄວາມບໍ່ພໍໃຈເປັນທີ່ສຸດ ເພາະບາງຄົນກໍບໍ່ເຫັນດີກັບກົດໝາຍສະບັບນີ້ ແລະເບິ່ງວ່າມັນເປັນບັນຫາເລັກນ້ອຍບໍ່ຄວນຈະເອົາມາຕັ້ງເປັນຂໍ້ກົດໝາຍໄດ້.

ອີກພາກສ່ວນໜຶ່ງກໍບອກວ່າຖ້າສົມມຸດເປັນລົດຂາຍກະແລັ້ມທາງຕຳຫຼວດຈະເຮັດແນວໃດ?

ໃນອີກດ້ານກໍບອກວ່າກົດໝາຍນີ້ເປັນການເພີ່ມພາລະໃຫ້ເຈົ້າໜ້າຕໍາຫຼວດ ແທນທີ່ພວກເຂົາຈະໄດ້ເຮັດວຽກທີ່ກົງກັບໜ້າທີ່ເຊັ່ນ: ຈັບຜູ້ຮ້າຍ ຫຼື ຊ່ວຍເຫຼືອປະຊາຊົນ ແຕ່ກັບຕ້ອງມາເຮັດເລື່ອງໄຮ້ສາລະແບບນີ້.

ໃນຂະນະທີ່ມີອີກຝ່າຍໜຶ່ງກໍເຫັນດີກັບກົດໝາຍນີ້ ເພາະເບິ່ງວ່າຈະເຮັດໃຫ້ຜູ້ຂັບຂີ່ມີສະມາທິໃນການໃຊ້ລົດຫຼາຍຂຶ້ນ ແລະບໍ່ສ້າງຄວາມລົບກວນໃຫ້ຜູ້ອື່ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/