MIT ຄິດຄົ້ນເຄື່ອງກອງນໍ້າແບບພົກພາ ກົດພຽງປຸ່ມດຽວ ສາມາດປ່ຽນຈາກນໍ້າທະເລ ເປັນນໍ້າດື່ມທຳມະດາໄດ້ເລີຍ


ເຄື່ອງກອງນໍ້າຂອງນັກວິໄຈຈາກ Massachusetts Institute of Technology ຫຼືວ່າ MIT ອາດຈະປະຕິວັດຫຼາຍໆຢ່າງໃນໂລກນີ້ ໄປຕະຫຼອດການເລີຍກໍໄດ້ ເພາະເຄື່ອງກອງນໍ້າທີ່ເວົ້າເຖິງນີ້ ແມ່ນເຄື່ອງກອງນໍ້າຂະໜາດພົກພາ ທີ່ສາມາດແຍກເກືອ ແລະ ອະນຸພາກຈາກນໍ້າທະເລໃຫ້ກາຍເປັນນໍ້າທີ່ເຮົາສາມາດດື່ມຕາມປົກກະຕິໄດ້ເລີຍ.

ເຄື່ອງກອງນໍ້າດັ່ງກ່າວມີຂະໜາດເທົ່າ ກະເປົາເດີນທາງຂະໜາດນ້ອຍ ມີນໍ້າໜັກບໍ່ຮອດ 10 ກິໂລກຣາມ ແລະ ໃຊ້ພະລັງງານໜ້ອຍກວ່າ ການສາກໂທລະສັບ ແລະ ຍັງສາມາດປະຍຸກໃຊ້ແຜງຮັບພະລັງງານແສງຕາເວັນໄດ້ນຳ. ແຖມຍັງມີຂັ້ນຕອນການໃຊ້ງານທີ່ບໍ່ຫຍຸ້ງຍາກ ເຖິງບໍ່ແມ່ນຜູ້ຊ່ຽວຊານກໍສາມາດໃຊ້ເຄື່ອງນີ້ແບບສະດວກສະບາຍໄດ້ເຊັ່ນກັນ.

ຄວາມແຕກຕ່າງຈາກເຄື່ອງອື່ນໆກໍຄື ເຄື່ອງນີ້ບໍ່ຈຳເປັນຕ້ອງໃຫ້ນໍ້າໄຫຼຜ່ານແນວກອງ ເພາະເຄື່ອງນີ້ເປັນການໃຊ້ພະລັງງານໄຟຟ້າໃນການແຍກອະນຸພາກຕ່າງໆ ອອກຈາກນໍ້າດື່ມ ເຊິ່ງສາມາດລົດຂັ້ນຕອນໃນການກອງ ແລະ ບໍ່ຈຳເປັນຕ້ອງປ່ຽນແນວກອງເມື່ອໃຊ້ໄປໄລຍະໜຶ່ງ ແລະ ຍັງສາມາດລົດພາລະໃນເລື່ອງຂອງການບຳລຸງຮັກສາໄປໄດ້ໃນຕົວ.

ເຄື່ອງກອງນໍ້ານີ້ອາດຈະກາຍເປັນຄວາມຫວັງໃໝ່ຂອງໂລກ ໃນການທີ່ຈະໃຊ້ຜະລິດນໍ້າທີ່ສາມາດດື່ມໄດ້ໃນພື້ນທີ່ຫ່າງໄກສອກຫຼີກ ແລະ ຂາດແຄນນໍ້າທີ່ສາມາດດື່ມໄດ້ຢ່າງຮ້າຍແຮງເຊັ່ນ ຊຸມຊົນໃນໝູ່ເກາະຕ່າງໆ ລວມໄປເຖິງຜູ້ປະສົບໄພທຳມະຊາດ ຫຼື ໃຊ້ໃນປະຕິບັດການທາງທະຫານທີ່ໃຊ້ເວລາໃນການປະຕິບັດການເປັນເວລາດົນໆ.

ສິ່ງປະດິດນີ້ ໃຊ້ເວລາໃນການພັດທະນາມາແລ້ວຮ່ວມ 10 ປີ ກັບທີມ MIT ໂດຍ ຈອງຢູນຮັນ (Jongyoon Han)  ສາສະດາຈານ ວິສະວະກຳໄຟຟ້າ, ວິທະຍະສາດ ຄອມພິວເຕີ້ ແລະ ວິສະວະກຳ ຊິວະພາບ ໜຶ່ງໃນສະມາຊິກທີມວິໄຈ The Research Laboratory of Electronics (RLE) ເປີດເຜີຍວ່າ: “ນີ້ແມ່ນທີ່ສຸດຂອງການເດີນທາງເປັນໄລຍະເວລາ 10 ປີ ທີ່ຂ້ອຍ ແລະ ທີມຮ່ວມກັນເຮັດວຽກມາຫຼາຍປີ ກ່ຽວກັບ ຟີຊິກເບື້ອງຫຼັງຂະບວນການແຍກສະສານເກືອ ແຕ່ການພະຍາຍາມໃຫ້ມັນໄປຢູ່ໃນກ່ອງ, ສ້າງລະບົບ ແລະ ທົດລອງໃນມະຫາສະໝຸດ ແມ່ນປະສົບການທີ່ມີຄວາມໝາຍຢ່າງຍິ່ງ ແລະ ເປັນຮາງວັນຊີວິດ ສຳລັບຂ້ອຍ”.

ພາຍຫຼັງການທົດລອງໃນຫ້ອງທົດລອງຈົນໄດ້ຜົນອອກມາເປັນທີ່ໜ້າພໍໃຈແລ້ວ ທີມນັກວິໄຈຊຸດນີ້ກໍໄດ້ນຳເຄື່ອງນີ້ໄປທົດສອບກັບນໍ້າທະເລທີ່ຢູ່ໃນທະເລແທ້ໆ ທີ່ີຊາຍຫາດ ຄາສັນ (Carson Beach) ໃນເມືອງ ບອສຕັນ Boston ປະເທດ ອາເມຣິກາ ເຊິ່ງຜົນປາກົດອອກມາວ່າ ໃນໄລຍະເຄິ່ງຊົ່ວໂມງ ເຄື່ອງນີ້ສາມາດປ່ຽນນໍ້າທະເລໃຫ້ກາຍເປັນນໍ້າໃສສະອາດທີ່ສາມາດດື່ມໄດ້ແບບປົກກະຕິ.

ຫຼັງການທົດສອບຄັ້ງທຳອິດ ກໍໄດ້ມີການພະຍາຍາມພັດທະນາຢ່າງຕໍ່ເນື່ອງເພື່ອໃຫ້ຜ່ານຕາມເກນມາດຕະຖານຂອງ WHO ກ່ອນທີ່ສຸດທ້າຍຈະໄດ້ອອກມາເປັນເຄື່ອງກອງນໍ້າທີ່ມີຂະໜາດນ້ອຍ ນໍ້າໜັກເບົາ, ພົກພາສະດວກ, ມີປະສິດທິພາບສູງ, ໃຊ້ພະລັງງານໜ້ອຍ ແລະ ຄາດວ່າຈະມີລາຄາພຽງເຄື່ອງລະ 50 ໂດລາ ຫຼືປະມານ ເຄື່ອງລະ 744,400 ກີບ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/