ພົບຜູ້ເສຍຊີວິດຢ່າງໜ້ອຍ 51 ຄົນທີ່ຖືກຖິ້ມໄວ້ທ້າຍລົດບັນທຸກທີ່ລັດ Texas ສະຫະລັດອາເມຣິກາ


ໃນວັນທີ 28 ມິຖຸນາທີ່ຜ່ານມາ ສໍານັກຂ່າວຕ່າງປະເທດໄດ້ລາຍງານ ການເປີດເຜີຍຖະແຫຼງການຂອງ William McManus ຜູ້ອໍານວຍການໃຫຍ່ຂອງຫ້ອງການຕໍາຫຼວດ San Antonio ຂອງລັດ Texas ໄດ້ລະບຸວ່າ ເມື່ອເວລາ 17:50 ຂອງວັນທີ 27 ໄດ້ມີພົນລະເມືອງດີເຂົ້າມາແຈ້ງວ່າ ໄດ້ຍິນສຽງຮ້ອງຂໍຄວາມຊ່ວຍເຫຼືອດັງມາຈາກລົດບັນທຸກຄັນໜຶ່ງທີ່ຈອດຖິ້ມໄວ້ເທິງຖະໜົນແຫ່ງໜຶ່ງຂອງເມືອງ San Antonio ເຊິ່ງລົດຄັນດັ່ງກ່າວໄດ້ເປີດປະຕູຖິ້ມໄວ້ບາງສ່ວນ ແຕ່ເມື່ອເຂົ້າໄປກວດສອບກໍຕ້ອງຕົກໃຈເພາະພົບສົບຂອງຜູ້ເສຍຊີວິດເປັນຈໍານວນຫຼາຍ.

ສະພາບລົດຄັນເກີດເຫດນີ້ແມ່ນບໍ່ມີເຄື່ອງປັບອາກາດ ຫຼື ອຸປະກອນລະບາຍອາກາດ ລວມທັງນ້ຳດື່ມຢູ່ພາຍໃນ. ຜ່ານກວດກວດສອບຂອງເຈົ້າໜ້າທີ່ພົບວ່າມີຢ່າງໜ້ອຍ 51 ຄົນເສຍຊີວິດ, ໃນນັ້ນມີຜູ້ຊາຍ 39 ຄົນ ແລະຜູ້ຍິງ 12 ຄົນ ແລະ ມີຜູ້ລອດຊີວິດ 16 ຄົນ ເຊິ່ງໃນຈໍານວນນີ້ມີເດັກນ້ອຍຢູ່ນໍາ. ໃນຂະນະນັ້ນ ທາງດ້ານເຈົ້າໜ້າທີ່ຕ້ອງຮີບລໍາລຽງຜູ້ລອດຊີວິດໄປໂຮງໝໍໃນທັນທີ ໂດຍແຕ່ລະຄົນນັ້ນມີອາການອ່ອນເພຍ ແລະ ຂາດນ້ຳຢ່າງຮຸນແຮງ.

ໃນລາຍງານຍັງລະບຸອີກວ່າເບື້ອງຕົ້ນເຈົ້າໜ້າທີ່ສາມາດຈັບກຸມຕົວຜູ້ຕ້ອງສົງໄສໄດ້ແລ້ວ 3 ຄົນ ແຕ່ຍັງບໍ່ຄວາມຊັດເຈນວ່າມີຄວາມກ່ຽວຂ້ອງກັບຂະບວນການຄ້າມະນຸດຫຼືບໍ່ ໂດຍໜ່ວຍງານສືບສວນເພື່ອຄວາມໝັ້ນຄົງພາຍໃນປະເທດ (Homeland Security Investigations) ຈະເຂົ້າມາສືບສວນຄະດີນີ້ກັບຕໍາຫຼວດທ້ອງຖິ່ນ ແລະໃນເບື້ອງຕົ້ນສັນນິຖານວ່າລົດບັນທຸກຄັນດັ່ງກ່າວອາດຈະພະຍາຍາມລັກລອບພາຄົນເຂົ້າສະຫະລັດອາເມຣິກາແບບຜິດກົດໝາຍ. ສ່ວນສາເຫດຂອງການເສຍຊີວິດທາງເຈົ້າໜ້າທີ່ຄາດວ່າແມ່ນມາຈາກການຂາດອາກາດຫາຍໃຈ ແລະ ສະພາບອາກາດທີ່ຮ້ອນເຖິງ 39.4 ອົງສາ.

ທັງນີ້ ເມືອງ San Antonio ເຊິ່ງເປັນສະຖານທີ່ເກີດເຫດແມ່ນຕັ້ງຢູ່ຫ່າງຈາກຊາຍແດນສະຫະລັດອາເມຣິກາ-ເມັກຊິໂກປະມານ 250 ກິໂລແມັດ ແລະມັນກໍມັນຖືກໃຊ້ເປັນເສັ້ນທາງລັກລອບຂົນຄົນເຂົ້າເມືອງແບບຜິດກົດໝາຍ ເຊິ່ງຂະບວນການຄ້າມະນຸດຈະໃຊ້ລົດບັນທຸກເປັນພາຫະນະສໍາລັບຂົນສົ່ງຜູ້ອົບພະຍົບທີ່ບໍ່ມີເອກະສານຢ່າງຖືກຕ້ອງເຂົ້າມາທີ່ສະຫະລັດອາເມຣິກາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/