ກະຊວງການເງິນຈັດເຝິກອົບຮົມພະນັກງານ ເພື່ອຍົກສູງລະດັບຄວາມສາມາດພັດທະນາບຸກຄະລາກອນໃຫ້ມີຈັນຍາບັນ


ພິທີປິດ ຊຸດເຝິກອົບຮົມການບໍລິຫານຄຸ້ມຄອງລັດ ພະນັກງານການນຳຂັ້ນກົມ ແລະ ທຽບເທົ່າກະຊວງການເງິນຊຸດທີ III ຈັດຂຶ້ນໃນວັນທີ 24 ມິຖຸນາ ຜ່ານມາ, ທີ່ສະຖາບັນການເງິນ-ການບັນຊີ ພາຍຫຼັງດຳເນີນມາເປັນເວລາ 10 ວັນ, ມີຜູ້ເຂົ້າຮ່ວມເຝິກອົບຮົມທັງໝົດ 24 ທ່ານທີ່ມາຈາກຫ້ອງການ, ບັນດາກົມ, ສະຖາບັນອ້ອມຂ້າງກະຊວງການເງິນ ແລະ ຫົວໜ້າພະແນກການເງິນ 5 ແຂວງຄື: ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.

ຕະຫຼອດໄລຍະເຝິກອົບຮົມ ຄະນະຮັບຜິດຊອບ, ວິທະຍາກອນ, ສໍາມະນາກອນໄດ້ມີຄວາມເອົາໃຈໃສ່, ປະຕິບັດຕາມແນວທາງນະໂຍບາຍຂອງພັກ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານການນຳຂັ້ນກົມ ແລະ ທຽບເທົ່າ ໂດຍສະເພາະແມ່ນຍົກລະດັບການຊີ້ນຳ-ນຳພາທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງຜັນຂະຫຍາຍມະຕິຄຳສັ່ງຕ່າງໆຫັນສູ່ໜ້າວຽກຕົວຈິງໃຫ້ສໍາເລັດ, ຍົກສູງຂີດຄວາມສາມາດການນຳພາ-ຊີ້ນຳ, ໝູນໃຊ້ຫຼັກການບໍລິຫານຄຸ້ມຄອງລັດ ເຂົ້າໃນການບໍລິຫານວຽກງານຕ່າງໆ, ກຳແໜ້ນພື້ນຖານທິດສະດີ, ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ໃນການຄຸ້ມຄອງວຽກງານເສດຖະກິດ-ການເງິນ, ວາລະແຫ່ງຊາດ ແລະ ແຜນພັດທະນາເສດຖະກິດຕາມທິດສັງຄົມນິຍົມຢ່າງມີຫຼັກການຮອບດ້ານ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ມີຄໍາເຫັນໂອ້ລົມຕໍ່ຊຸດ ອົບຮົມດັ່ງກ່າວວ່າ: ປັດຈຸບັນກະຊວງການເງິນ ແມ່ນຢູ່ໃນໄລຍະການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ18/ນຍ, ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ.

ການເຝິກອົບຮົມໃນຄັ້ງນີ້, ແມ່ນປະຕິບັດຕາມແນວທາງນະໂຍບາຍຂອງພັກ ໃນການຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ພະນັກງານການນໍາຂັ້ນກົມ ແລະ ທຽບເທົ່າໂດຍສະເພາະຍົກລະດັບດ້ານການເມືອງແນວຄິດ, ການຈັດຕັ້ງຜັນຂະຫຍາຍມະຕິຄຳສັ່ງຕ່າງໆຫັນເຂົ້າສູ່ວຽກງານຕົວຈິງ, ຄວາມຮູ້ຄວາມສາມາດທາງດ້ານການນຳພາ-ຊີ້ນຳ, ການສ້າງແຜນການ ແລະ ແກ້ໄຂບັນຫາ ເພື່ອສ້າງເງື່ອນໄຂສ້າງຄວາມສະດວກໃນການນໍາພາປະຕິບັດວຽກງານ ໂດຍສະເພາະແມ່ນການນໍາພາ-ຄຸ້ມຄອງ ແລະ ການພັດທະນາບຸກຄະລາກອນໃຫ້ມີຈັນຍາບັນ-ຈັນຍາທຳ. ພ້ອມທັງ ເຊື່ອໝັ້ນວ່າ ສຳມະນາກອນ ທີ່ໄດ້ຮັບການເຝິກອົບຮົມໃນຄັ້ງນີ້, ຈະນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ເປັນຕົ້ນ ແມ່ນວຽກ ພັດທະນາຂອງອົງກອນ, ວຽກການແກ້ໄຂບັນຫາອົງກອນຕ່າງໆ, ໃຫ້ເອົາໃຈໃສ່ລົງເລິກນຳພາການເມືອງແນວຄິດ ພະນັກງານ-ສະມາຊິກພັກ, ນຳພາຄຸ້ມຄອງບໍລິຫານ ເພື່ອສືບຕໍ່ໍ ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດເປັນກ້າວໆ.

ຂໍ້ມູນຈາກ: https://cutt.ly/UKJmJvA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/