ຣັດເຊຍ ອອກມາປະຕິເສດວ່າ ບໍ່ໄດ້ມີເຈຕະນາມຸ່ງເປົ້າໂຈມຕີໄປທີ່ສູນການຄ້າໃນຢູເຄຣນ ດັ່ງທີ່ເປັນຂ່າວ


ໃນໄລຍະ 2 ມື້ມານີ້ ການກະທຳຂອງຣັດເຊຍ ທີ່ໄດ້ຍິງຈະຫຼວດ ໂຈມຕີສູນການຄ້າໃນຢູເຄຣນ ທີ່ມີປະຊາຊົນຈຳນວນຫຼາຍລວມຕົວກັນຢູ່ໃນນັ້ນ ກຳລັງກາຍເປັນທີ່ເວົ້າເຖິງຂອງສັງຄົມທົ່ວໂລກ ແລະ ໄດ້ຖືກກ່າວປະນາມຈາກບັນດາປະເທດທາງຝັ່ງຕາເວັນຕົກ. ຫຼ້າສຸດທາງການຂອງ ຣັດເຊຍ ໄດ້ອອກມາປະຕິເສດຂໍ້ກ່າວຫາວ່າ ບໍ່ໄດ້ມີເຈຕະນາໂຈມຕີສູນການຄ້າດັ່ງກ່າວ ເພາະການໂຈມຕີມຸ່ງເປົ້າໄປທີ່ ຄັງເກັບອາວຸດ ເຊິ່ງເກີດການລະເບີດ ແລະ ເຮັດໃຫ້ໄຟໄໝ້ ສູນການຄ້າທີ່ຢູ່ໃກ້ຄຽງ.

ເມື່ອວັນຈັນທີ 27 ມິຖຸນາ ທີ່ຜ່ານມາ ທາງການຢູເຄຣນ ໄດ້ລາຍງານວ່າ ຣັດເຊຍໄດ້ຍິງຈະຫຼວດ ມາໂຈມຕີສູນການຄ້າ ທີ່ມີປະຊາຊົນຢູ່ໃນນັ້ນເປັນຈຳນວນຫຼາຍ. ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 18 ຄົນ, ບາດເຈັບອີກ 59 ຄົນ ແລະ ສູນຫາຍອີກປະມານ 36 ຄົນ ເຮັດໃຫ້ເກີດສຽງວິພາກວິຈານ ກ່າວປະນາມຣັດເຊຍຢ່າງໜັກຈາກຝັ່ງຕາເວັນຕົກ ແລະ ສັງຄົມທົ່ວໂລກ.

ໂວໂລດິເມຍ ເຊເລນສະກີ ປະທານາທິບໍດີ ຂອງຢູເຄຣນ ໄດ້ອອກມາກ່າວກ່ຽວກັບເຫດການຄັ້ງນີ້ວ່າ: “ສະຖານທີ່ດັ່ງກ່າວທີ່ຣັດເຊຍໂຈມຕີ ບໍ່ໄດ້ສະແດງເຖິງໄພຄຸກຄາມ ຫຼື ບໍ່ໄດ້ມີຄວາມສຳຄັນທາງຍຸດທະສາດໃດໆເລີຍຕໍ່ກັບຣັດເຊຍ ແລະ ການກະທຳຄັ້ງນີ້ຂອງຣັດເຊຍ ເປັນການກໍ່ອາຊະຍາກຳສົງຄາມ ແລະ ເປັນການກະທຳທີ່ເປັນຕາຢ້ານຫຼາຍ”.

ແຕ່ຫຼ້າສຸດ ທາງກະຊວງປ້ອງກັນປະເທດຂອງຣັດເຊຍໄດ້ອອກມາຢືນຢັນແລ້ວວ່າທາງຣັດເຊຍໄດ້ໂຈມຕີໄປທີ່ຄັງອາວຸດ ໃນເມືອງເຄີແມນຊຸກ ເຊິ່ງເປັນບ່ອນເກັບອາວຸດຄຸນະພາບສູງທີ່ທາງອາເມຣິກາ ແລະ ຢູໂຣບໄດ້ສົ່ງໃຫ້ຢູເຄຣນ ແລະ ທາງຣັດເຊຍບໍ່ໄດ້ໂຈມຕີໄປທີ່ສູນການຄ້າດັ່ງກ່າວ.

ໃນຄຳຖະແຫຼງການຂອງກະຊວງປ້ອງກັນປະເທດຍັງລະບຸອີກວ່າ ພວກເຄື່ອງລູກປືນທີ່ຈັດເກັບໄວ້ເພື່ອໄວ້ໃຊ້ກັບອາວຸດຂອງຝັ່ງຕາເວັນຕົກ ນັ້ນໄດ້ລະເບີດ ແລະ ເຮັດໃຫ້ເກີດໄຟໄໝ້ສູນການຄ້າດັ່ງກ່າວທີ່ຕັ້ງຢູ່ບໍລິເວນໃກ້ຄຽງ.

ນອກຈາກນີ້ ທາງດ້ານຂອງ ດີມີຕີ້ ໂປແຍນສະກີ (Dmitry Polyansky) ຮອງເອກອັກຄະລັດຖະທູດ ປະຈຳສະຫະປະຊາຊາດ ກ່າວພາຍຫຼັງການໂຈມຕີດັ່ງກ່າວວ່າ: ຢູເຄຣນໃຊ້ເຫດການດັ່ງກ່າວເພື່ອຮຽກຮ້ອງຄວາມເຫັນໃຈກ່ອນການປະຊຸມຂອງອົງກອນສົນທິສັນຍາແອັດແລນຕິກເໜືອ (NATO) ທີ່ປະເທດສະເປນ ໃນວັນທີ 28-30 ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/