ຖ້າເຮົາຍ່າງມື້ລະ 10,000 ກ້າວ ຈະເປັນຜົນດີ ຫຼື ຜົນເສຍຕໍ່ຮ່າງກາຍ?


ການຍ່າງ ຖືວ່າເປັນອີກໜຶ່ງກິດຈະກໍາທີ່ນິຍົມກັນໃນຄົນທຸກເພດທຸກໄວ ແລະ ຖືເປັນການອອກກໍາລັງກາຍແບບງ່າຍໆ ທີ່ບໍ່ວ່າໃຜໆ ກໍສາມາດເຮັດໄດ້ ແລະ ມັນຍັງເໝາະກັບຄົນທີ່ມີນ້ຳໜັກຕົວເກີນມາດຕະຖານອີກດ້ວຍ. ເນື່ອງຈາກການແລ່ນ ຫຼື ການອອກກໍາລັງກາຍຢ່າງໜັກອາດເຮັດໃຫ້ຂໍ້ຕໍ່ຫົວເຂົ່າຫຼືກະດູກສ່ວນຂາອື່ນໆ ເກີດອາການອັກເສບ ແລະ ຜົນເສຍຕ່າງໆ ໄດ້, ດັ່ງນັ້ນການຍ່າງຈຶ່ງຖືວ່າເປັນການອອກກໍາລັງກາຍທີ່ບໍ່ຫຼາຍເກີນໄປ ພ້ອມກັບໃຫ້ຜົນດີຕໍ່ຮ່າງກາຍນຳອີກດ້ວຍ.

ທັງນີ້ ໃນກຸ່ມຄົນໄວໜຸ່ມທີ່ຢູ່ໃນໄວເຮັດວຽກແລະມີສຸຂະພາບແຂງແຮງດີອາດຈະເຄີຍເຫັນຫຼືເຄີຍໄດ້ຍິນກະແສທີ່ວ່າ ຍ່າງໃຫ້ຄົບ 10,000 ກ້າວຕໍ່ໜຶ່ງມື້ແມ່ນມີຜົນດີຕໍ່ຮ່າງກາຍ. ຢ່າງໃດກໍດີ ແທ້ຈິງແລ້ວການທີ່ເຮົາຍ່າງມື້ລະ 10,000 ກ້າວມັນສົ່ງຜົນດີຕໍ່ຮ່າງກາຍແທ້ບໍ່ ຫຼື ເປັນການອອກກໍາລັງກາຍທີ່ຫຼາຍຈົນເກີນໄປ.

ທັງນີ້ ແນວຄິດຂອງການຍ່າງໃຫ້ຄົບ 10,000 ກ້າວ ວ່າກັນວ່າແມ່ນມາຈາກບໍລິສັດຜະລິດເຄື່ອງຊ່ວຍນັບກ້າວເພື່ອອອກກໍາລັງກາຍຈາກປະເທດຍີ່ປຸ່ນ ທີ່ໄດ້ອອກແຄມເປນໃຫ້ຄົນອອກມາຍ່າງໃຫ້ຄົບມື້ລະ 10,000 ກ້າວເພື່ອສຸຂະພາບທີ່ແຂງແຮງ ແລະຕົວເລກ 10,000 ກ້າວແມ່ນບໍ່ມີທີ່ມາທີ່ໄປຢ່າງຊັດເຈນໃນໄລຍະນັ້ນ ແຕ່ໜ້າຈະເຫັນໄດ້ວ່າມັນເປັນການເຊີນຊວນ ແລະ ເປັນແຮງບັນດານໃຈໃນການອອກກໍາລັງກາຍຂອງຄົນຍີ່ປຸ່ນຫຼາຍກວ່າ.

ຢ່າງໃດກໍດີ ແທ້ຈິງແລ້ວນັ້ນຫາກເຮົາໃຊ້ຊີວິດປົກກະຕິ ເຮົາຈະມີການຍ່າງປະມານ 5,000-7,500 ກ້າວຕໍ່ມື້ (ແຕ່ມາຮອດປັດຈຸບັນຄາດວ່າຈະລົດລົງໄປຕາມຍຸກສະໄໝ ແລະການໃຊ້ຊີວິດໃນຍຸກນີ້) ແລະ ຖ້າຫາກລອງຄິດງ່າຍໆວ່າ ຖ້າຫາກເຮົາຍ່າງເພີ່ມອີກມື້ລະ 30 ນາທີ ເຮົາກໍຈະສາມາດຍ່າງເພີ່ມໄດ້ອີກຫຼາຍພັນກ້າວຈົນມີຄວາມໃກ້ຄຽງກັບຕົວເລກ 10,000 ກ້າວໄດ້ ດ້ວຍເຫດນີ້ຈຶ່ງເຮັດໃຫ້ຕົວເລກ 10,000 ເປັນຕົວເລກທີ່ເປັນໄປໄດ້ທີ່ເຮົາຈະສາມາດຍ່າງໃຫ້ເຖິງຈໍານວນ.

 ໃນອີກມຸມໜຶ່ງ ເຖິງແມ່ນວ່າເຮົາຈະຍ່າງບໍ່ຮອດ 10,000 ກ້າວ ກໍຍັງມີປະໂຫຍດຕໍ່ຮ່າງກາຍໄດ້ຫຼາຍເຊັ່ນກັນ ເຊິ່ງຈາກຜົນວິໄຈພົບວ່າການຍ່າງທີ່ຫຼາຍຂຶ້ນຊ່ວຍລົດຄວາມສ່ຽງຕໍ່ການເສຍຊີວິດຈາກໂຣກໄພໄຂ້ເຈັບຕ່າງໆ ຈາກທຸກສາເຫດໄດ້ແທ້. ທັງນີ້ ການຍ່າງ 7,000 ຫຼື 10,000 ກ້າວແມ່ນໃຫ້ຜົນດີຕໍ່ຮ່າງກາຍບໍ່ຕ່າງກັນ.

ນອກຈາກນີ້ແລ້ວ ຍັງມີການທົດລອງໃນກຸ່ມຜູ້ປ່ວຍໂຣກເບົາຫວານ ການຍ່າງໃຫ້ຫຼາຍຂຶ້ນຈາກມື້ລະ 5,000 ກ້າວ ເປັນມື້ລະ 6,200 ຈະຊ່ວຍຄວບຄຸມລະດັບນ້ຳຕາຍໃນຮ່າງກາຍໄດ້ແທ້ ແລະຍັງມີລາຍງານວິໄຈອີກອັນທີ່ເຮັດການທົດລອງໃນກຸ່ມແມ່ຍິງທີ່ໝົດປະຈຳເດືອນ ພົບວ່າການຍ່າງປະມານ 9,000 ຕໍ່ມື້ ແມ່ນສາມາດຊ່ວຍລົດຄວາມດັນເລືອດໄດ້ ລວມໄປເຖິງລະດັບໄຂມັນໃນເລືອດທີ່ດີຂຶ້ນ ເມື່ອເພີ່ມການຍ່າງຈາກ 6,800 ກ້າວເປັນມື້ລະ 8,500 ກ້າວ. ໂດຍສະເລ່ຍແລ້ວປະໂຫຍດທີ່ເຮົາຈະໄດ້ຮັບສູງສຸດຈາກການຍ່າງແມ່ນຈະຢູ່ທີ່ປະມານ 9,000-10,000 ກ້າວ.

ເຖິງປະໂຫຍດທີ່ເຮົາໄດ້ຮັບຈາກການຍ່າງສ່ວນໃຫຍ່ແມ່ນມາຈາກການຍ່າງມື້ລະ 9,000-10,000 ກ້າວ ແຕ່ວ່າບໍ່ຈໍາເປັນຕ້ອງຍ່າງໃຫ້ຄົບ 10,000 ກ້າວຕໍ່ມື້ກໍໄດ້ ຂໍພຽງແຕ່ຍ່າງໃຫ້ຫຼາຍຂຶ້ນກວ່າປົກກະຕິໃນທຸກໆ ມື້ ໂດຍເລີ່ມຈາກມື້ລະ 5,000 ກ້າວໄປຈົນຮອດມື້ລະ 7,000-8,000 ກ້າວ ຍ່າງຕາມຈັງຫວະປົກກະຕິຂອງຕົນເອງບໍ່ຕ້ອງຮີບຍ່າງໃຫ້ຫົວໃຈເຕັ້ນໄວຂຶ້ນກໍໄດ້ ຫຼື ຍ່າງຕາມຄວາມສະດວກຂອງເຮົາ ຂໍພຽງແຕ່ຄວາມສະໝໍ່າສະເໝີ ນອກຈາກຈະໄດ້ປະໂຫຍດໃນດ້ານສຸຂະພາບຮ່າງກາຍແລ້ວ ຍັງຊ່ວຍໃນເລື່ອງໃຫ້ສຸຂະພາບຈິດຜ່ອນຄາຍດ້ວຍເຊັ່ນກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/