ບໍລິສັດໃນຍີ່ປຸ່ນເກີດໄອເດຍຜະລິດແກ້ວນົມລາຍມັງງະ ເພື່ອແກ້ບັນຫາເດັກນ້ອຍບໍ່ມັກດື່ມນົມ!


ບັນຫາເດັກນ້ອຍບໍ່ມັກດື່ມນົມ ແມ່ນເຮົາສາມາດເຫັນໄດ້ທົ່ວໄປຈາກທົ່ວທຸກມຸມໂລກ ເຊິ່ງຍີ່ປຸ່ນກໍເປັນປະເທດໜຶ່ງທີ່ກໍາລັງພົບກັບບັນຫານີ້. ດັ່ງນັ້ນ ຈຶ່ງໄດ້ເຮັດໃຫ້ Seki Milk ເຊິ່ງເປັນບໍລິສັດຜະລິດນົມ ແລະ ຜະລິດຕະພັນຈາກນົມ ຮ່ວມມືກັບ Geometry Ogilvy Japan ບໍລິສັດຜະລິດແກ້ວນົມສໍາລັບໂຮງຮຽນ ໄດ້ເກີດໄອເດຍຜະລິດແກ້ວນົມທີ່ມີລວດລາຍຂອງມັງງະເພື່ອດຶງດູດຄວາມສົນໃຈຈາກເດັກ ແລະ ຜົນຕອບຮັບກໍຢູ່ໃນເກນທີ່ດີ ໂດຍພົບວ່າເດັກນິຍົມດື່ມນົມຫຼາຍຂຶ້ນ.

ນົມດັ່ງກ່າວນີ້ ແມ່ນທາງບໍລິສັດຜະລິດຂຶ້ນມາປະມານ 170 ແກ້ວ ແລະ ຖືກສົ່ງໃຫ້ໂຮງຮຽນປະຖົມແຫ່ງໜຶ່ງໃນເມືອງ ເຊກິ ແຂວງກິຟຸ ປະເທດຍີ່ປຸ່ນ ເພື່ອເປັນການທົດລອງ ແລະ ຈຸດພິເສດຂອງແກ້ວນົມຄືທາງບໍລິສັດຈະໃສ່ເລື່ອງລາວຂອງມັງງະສີ່ເຟຣມທີ່ພິມດ້ວຍໝຶກຂາວລົງໄປໃນແກ້ວນົມ.

ເຊິ່ງໃນຕອນຕົ້ນນັ້ນທາງບໍລິສັດບໍ່ໄດ້ບອກເດັກນ້ອຍວ່າມີມັງງະເຊື່ອງຢູ່ໃນແກ້ວນົມ ແຕ່ເມື່ອເດັກເລີ່ມດື່ມນົມເຂົ້າໄປ ພວກເຂົາຕ່າງກໍພາກັນເຊີໄພ້ ເພາະວ່າໃນແກ້ວນົມແມ່ນໄດ້ຄ່ອຍໆ ປາກົດລວດລາຍຂອງກາຕູນມັງງະ ເຊິ່ງນັ້ນເຮັດໃຫ້ເດັກສົນໃຈຢ່າງຫຼາຍ ແລະຖ້າຕ້ອງການທີ່ຈະອ່ານມັງງະໃຫ້ໝົດເລື່ອງ ພວກເຂົາຈຳເປັນຕ້ອງດື່ມນົມໃຫ້ໝົດກ່ອນ.

ຢ່າງໃດກໍດີ ຈາກຜົນສຳຫຼວດພົບວ່າເດັກນັກຮຽນຍີ່ປຸ່ນສ່ວນຫຼາຍແມ່ນບໍ່ມັກດື່ມນົມ ເວລາທີ່ເສີບມາພ້ອມກັບອາຫານ. ດັ່ງນັ້ນທາງບໍລິສັດຈຶ່ງຫວັງວ່າຜະລິດຕະພັນແກ້ວນົມມັງງະນີ້ ຈະເຮັດໃຫ້ເດັກກັບມາດື່ມນົມ ແລະ ຍັງສາມາດລົດປະລິມານເສດອາຫານເຊັ່ນ ນົມ ທີ່ເຂົາເຈົ້າບໍ່ມັກດື່ມໄດ້ອີກດ້ວຍ.

ເດັກຍິງຄົນໜຶ່ງທີ່ໄດ້ດື່ມນົມລາຍມັງງະນີ້ກໍໄດ້ບອກວ່າ ປົກກະຕິແລ້ວເປັນຄົນທີ່ບໍ່ມັກດື່ມນົມ ແຕ່ຫຼັງຈາກທີ່ມີແກ້ວນົມລາຍມັງງະນີ້ກໍເຮັດໃຫ້ການດື່ມນົມແຊບຂຶ້ນກວ່າເກົ່າ.

ຈາກຜົນຕອບຮັບທີ່ດີແບບນີ້ ທາງບໍລິສັດກ່າວວ່າຈະຜະລິດເພີ່ມຂຶ້ນອີກ ຖ້າຫາກວ່າທາງໂຮງຮຽນ ຫຼື ເດັກຮ້ອງຂໍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/