ປັງ ປັງ ປັງ! ຍິນດີກັບເພງ ກ ຂ ຄ ຈາກຊ່ອງເມສາທັນວາ ທີ່ມີຍອດຮັບຊົມ 300,000 ວິວ


ເອີ້ນໄດ້ວ່າກະແສດີມາເລື້ອຍໆ ສໍາລັບເພງ ກ ຂ ຄ ຈາກຊ່ອງ Meysa Thanva Kids Channel ທີ່ຕັ້ງແຕ່ມື້ປ່ອຍຜົນງານອອກມາ ຈົນມາຮອດປັດຈຸບັນຍອດວິວແມ່ນຍັງເພີ່ມຂຶ້ນຢູ່ຕະຫຼອດ ແລະ ຫຼ້າສຸດນີ້ຍອດຮັບຊົມຈາກຊ່ອງໃນ YouTube ກໍຂຶ້ນມາຮອດ 300,000 ວິວ ເປັນທີ່ຮຽບຮ້ອຍແລ້ວ.

ທັງນີ້ ເຮົາກໍຕ້ອງສະແດງຄວາມຍິນດີນຳ ແລະ ກໍຂໍກ່າວຊົມເຊີຍມາຍັງທີມງານຜູ້ຢູ່ເບື້ອງຫຼັງທີ່ຜະລິດຜົນງານການຮຽນການສອນສຳລັບເດັກດີໆ ແບບນີ້ອອກມາ. ພ້ອມກັນນັ້ນ ຜົນງານດັ່ງກ່າວຍັງເປັນຕົວບົ່ງຊີ້ເຖິງສັກກະຍະພາບຂອງບຸກຄະລາກອນຄົນລາວເຮົາອີກພ້ອມ ທີ່ສາມາດສ້າງສັນຜົນງານອອກມາໄດ້ດີ ແລະ ມີປະໂຫຍດສຳລັບເດັກ.

https://www.youtube.com/watch?v=UP_qMSElE0I&ab_channel=MeysaThanvaKidsChannel

ນອກຈາກເພງ ກ ຂ ຄ, ທາງຊ່ອງ Meysa Thanva Kids Channel ຍັງມີວິດີໂອການຮຽນການສອນອີກຫຼາຍຮູບແບບ ທີ່ເໝາະສົມກັບການຮຽນຮູ້ຂອງເດັກອີກດ້ວຍ.

ທ່ານສາມາດຕິດຕາມຜົນງານ ແລະກິດຈະກໍາຕ່າງໆ ໄດ້ທີ່:

Facebook: Meysa Thanva Kids Channel

YouTube: Meysa Thanva Kids Channel

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/