ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງລະບົບສະຖາບັນການເງິນຂອງລາວ


ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນາ 2022 ນີ້ ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງ ປະກອບມີ IX ພາກ, 8 ໝວດ, 62 ມາດຕາ ຈາກສະບັບປັດຈຸບັນ ທີ່ມີ IX ພາກ, 8 ໝວດ ແລະ 54 ມາດຕາ. ໃນນີ້, ໄດ້ປັບປຸງເນື້ອໃນ 32 ມາດຕາ, ເພີ່ມເຂົ້າໃໝ່ 24 ມາດຕາ, ຕັດເນື້ອໃນ 12 ມາດຕາ ແລະ ຍ້າຍເນື້ອໃນຂອງບາງມາດຕາ ສັບຊ້ອນເຂົ້າໃນມາດຕາອື່ນ ແລະ ຍັງຮັກສາເນື້ອໃນເກົ່າ 6 ມາດຕາ. ຫຼັງຈາກນັ້ນ, ບັນດາສະມາຊິກສະພາແແຫ່ງຊາດ ກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ, ສອດຄ່ອງກັບແນວທາງທີ່ພັກ-ລັດວາງອອກ.

ທ່ານ ບຸນເຫຼືອ ສິນໄຊວໍລະວົງ ໄດ້ລາຍງານໃຫ້ຮູ້ ກ່ຽວກັບຄວາມຈໍາເປັນ, ສາເຫດ, ຈຸດປະສົງ ແລະ ຄາດໝາຍໃນການປັບປຸງກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ລວມທັງບາງເນື້ອໃນສໍາຄັນທີ່ໄດ້ມີການປັບປຸງໃນຮ່າງກົດໝາຍສະບັບນີ້ ເຊິ່ງຈະເຮັດໃຫ້ການເຄື່ອນໄຫວດ້ານເງິນຕາຕ່າງປະເທດຢູ່ ສປປ ລາວ ໄດ້ຮັບການຄຸ້ມຄອງສອດຄ່ອງກັບເງື່ອນໄຂ ເສດຖະກິດຢ່າງເປັນລະບົບຫຼາຍຂຶ້ນ. ກົດໝາຍສະບັບນີ້ ສ້າງຂຶ້ນໃນເງື່ອນໄຂທີ່ ສປປ ລາວ ມີການເປີດກວ້າງການພົວພັນດ້ານການຄ້າ, ການລົງທຶນກັບຕ່າງປະເທດຢ່າງຫຼວງຫຼາຍ ແລະ ມີກະແສເງິນຕາຕ່າງປະເທດຈໍລະຈອນໃນລະບົບເສດຖະກິດຫຼາຍ. ຄຽງຄູ່ກັບການສ້າງກົດໝາຍດັ່ງກ່າວ, ທະນາຄານແຫ່ງ ສປປ ລາວ ກໍໄດ້ຜັນຂະຫຍາຍສ້າງເປັນນິຕິກໍາລຸ່ມກົດໝາຍກ່ຽວຂ້ອງຈໍານວນ 10 ສະບັບ.

ຜ່ານການທົບທວນຄືນ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ບັນດານິຕິກໍາລຸ່ມກົດໝາຍກ່ຽວຂ້ອງ ທີ່ໄດ້ນໍາໃຊ້ມາເປັນເວລາເກືອບ 7 ປີນັັ້ນ ເຫັນວ່າໄດ້ສ້າງການຫັນປ່ຽນທີ່ດີຫລາຍຢ່າງໃນສັງຄົມລາວ ຕົ້ນຕໍແມ່ນໄດ້ສົ່ງເສີມໃຫ້ສັງຄົມມີການຫັນປ່ຽນມານໍາໃຊ້ເງິນກີບຫລາຍຂຶ້ນ ສະແດງອອກຄື ອັດຕາສ່ວນເງິນຕາຕ່າງປະເທດ ຕໍ່ເງິນຝາກທັງໝົດໄດ້ລົດລົງຈາກ 68.01% ໃນປີ 2005 ມາເປັນ 59.17% ໃນປີ 2021; ໄດ້ຊ່ວຍໃຫ້ການຄຸ້ມຄອງເງິນຕາຕ່າງປະເທດມີລັກສະນະລວມສູນ ເຂົ້າສູ່ລະບົບທະນາຄານຫາຍຂຶ້ນ ເມື່ອທຽບກັບໄລຍະທີ່ຍັງບໍ່ທັນມີກົດໝາຍດັ່ງກ່າວ.

ຈຸດປະສົງຂອງການປັບປຸງກົດໝາຍໃນຄັ້ງນີ້ ແມ່ນເພື່ອເປັນເຄື່ອງມືໃນການຄຸ້ມຄອງເງິນຕາຕ່າງປະເທດຢູ່ ສປປ ລາວ ໃຫ້ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ ໃນເງື່ອນໄຂທີ່ຮູບແບບການເຊື່ອມໂຍງດ້ານເສດຖະກິດ-ການເງິນລະຫວ່າງປະເທດ ນັບມື້ນັບຫຼາກຫຼາຍ ແລະ ສະຫຼັບສັບຊ້ອນ ໃຫ້ສາມາດຄຸ້ມຄອງເງິນຕາຕ່າງປະເທດໄດ້ລວມສູນ ເຂົ້າສູ່ລະບົບຫຼາຍຂຶ້ນ, ສ້າງປະໂຫຍດສູງສຸດໃຫ້ແກ່ປະເທດຊາດ ໃຫ້ແກ່ປະຊາຊົນ; ລົດຜ່ອນການນຳໃຊ້ເງິນຕາຕ່າງປະເທດຊະຊາຍ ແລະ ຫຼາຍສະກຸນເງິນຕາໃນສັງຄົມ; ປະກອບສ່ວນສ້າງຄວາມເຂັ້ມແຂງ ໃຫ້ລະບົບສະຖາບັນການເງິນຂອງ ສປປ ລາວ ແລະ ຊ່ວຍສ້າງຄວາມເຂັ້ມແຂງດ້ານຖານະການຊໍາລະກັບຕ່າງປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/