ຫຼໍ່ຈົນຍາດຊີນນາງງາມ! ເປີດວາບໜຸ່ມຜູ້ເປັນຕົວແທນເຊີນຮາງວັນ Miss International Queen 2022


ໃນຄໍ່າຄືນຂອງວັນທີ 26 ມິຖຸນາທີ່ຜ່ານມາ ເພຈ Miss International Queen 2022 ກໍໄດ້ໂພສຜົນການຕັດສິນການປະກວດໃນເວທີ Miss International Queen 2022 ທີ່ປີນີ້ຈັດຂຶ້ນທີ່ ພັດທະຍາ ປະເທດໄທ ໂດຍແມ່ນ Fuschia Anne Ravena ອາຍຸ 27 ປີ ສາວງາມຂ້າມເພດຈາກຟີລິບປິນຄວ້າຕໍາແໜ່ງນາງງາມຂອງປີນີ້ໄປຄອງ ດ້ວຍການຕອບຄໍາຖາມທີ່ມີໄຫວພິບແລະໂດດເດັ່ນໃນຮອບ 3 ຄົນສຸດທ້າຍ, ຮອງອັບດັບໜຶ່ງແມ່ນ Jasmine Jimenez ຈາກໂຄລອມເບຍ ແລະ ຮອງອັນດັບສອງໄດ້ແກ່ Aela Chanel ຈາກຝຣັ່ງ.

ນອກຈາກຄວາມງົດງາມຂອງສາວໆ ແລະ ສີສັນຂອງການປະກວດແລ້ວ ຍັງມີອີກໜຶ່ງໄຮໄລ້ທີ່ຫຼາຍໆ ຄົນເວົ້າເຖິງກັນຢ່າງຫຼວງຫຼາຍ ນັ້ນກໍຄືໜຸ່ມຜູ້ເຊີນຮາງວັນຂອງການປະກວດປີນີ້ ທີ່ມີຄວາມຫຼໍ່, ເທ້ ແລະ ໂດດເດັ່ນເປັນພິເສດ ໂດຍໜຸ່ມຄົນນີ້ມີຊື່ວ່າ Ruslan Mamlay ເປັນນາຍແບບໜຸ່ມຊາວຣັດເຊຍ ເຊິ່ງລາວຜູ້ນີ້ມີໃບໜ້າປານຟ້າປະທານ ບວກກັບບຸກຄະລິກທີ່ສຸຂຸມ ຈົນເຮັດໃຫ້ສາວນ້ອຍສາວໃຫຍ່ທີ່ໄດ້ເຫັນຕ້ອງໃຈສັ່ນໄປຕາມໆກັນ ເຊິ່ງມື້ນີ້ເຮົາຈະພາມາເບິ່ງຄວາມຫຼໍ່ ແລະ ແຈກວາບຂອງໜຸ່ມຄົນນີ້ໃຫ້ກັບຄົນທີ່ສົນໃຈໄດ້ໄປຕິດຕາມກັນ.

ສາມາດຕິດຕາມໜຸ່ມ Ruslan Mamlay ໄດ້ທີ່ Instagram: @fabulorus

ຂອບໃຈຮູບພາບຈາກ: Instagram: @fabulorus

https://www.instagram.com/fabulorus/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/