ຣັດເຊຍຍິງຈະຫຼວດໃສ່ສູນການຄ້າໃນ ຢູເຄຣນ ໂດຍມີປະຊາຊົນຢູໃນອາຄານ ຫຼາຍກວ່າ 1,000 ຄົນ


ນັບຕັ້ງແຕ່ເກີດສະຖານະການລະຫວ່າງ ຣັດເຊຍ ແລະ ຢູເຄຣນ ຕັ້ງແຕ່ງຕົ້ນປີທີ່ຜ່ານມາ ເບິ່ງຄືວ່າ ສະຖານະການຍັງບໍ່ລົດຜ່ອນຄວາມຮຸນແຮງລົງເລີຍ. ເພາະຫຼ້າສຸດ ທາງຢູເຄຣນໄດ້ອອກມາບອກວ່າ ຣັດເຊຍໄດ້ໂຈມຕີ ສູນການຄ້າແຫ່ງໜຶ່ງ ໃນຢູເຄຣນ ເຊິ່ງໃນເວລານັ້ນ ມີປະຊາຊົນທີ່ກຳລັງໃຊ້ບໍລິການ ຈັບຈ່າຍຊື້ສິນຄ້າ ຢູ່ໃນຕົວອາຄານຫຼາຍກວ່າ 1,000 ຄົນ.

ຫຼາຍສຳນັກຂ່າວລາຍງານວ່າ ເຫດການດັ່ງກ່າວເກີດຂຶ້ນທີ່ ສູນການຄ້າແຫ່ງໜຶ່ງທີ່ເມືອງ ເຄີເມັນຊັກ (Kremenchuk) ທີ່ຢູ່ທາງຕະເວັນອອກຂອງແມ່ນໍ້າ  Dnieper ຂອງຢູເຄຣນ ເມື່ອວັນທີ 27 ມິຖຸນາ 2022 ທີ່ຜ່ານມານີ້ ເວລາປະມານ 15:50 ຕາມເວລາທ້ອງຖິ່ນ. ໂດຍໃນພາບຂ່າວເຜີຍໃຫ້ເຫັນໄຟທີ່ກຳລັງໄໝ້ຕົວອາຄານດັ່ງກ່າວ ຂະນະທີ່ເຈົ້າໜ້າທີ່ກຳລັງຊ່ວຍກັນດັບໄຟ ພ້ອມກັບເຈົ້າໜ້າທີ່ກູ້ໄພທີ່ກຳລັງຮີບຮ້ອນຊ່ວຍຊີວິດຜູ້ທີ່ໄດ້ຮັບບາດເຈັບ ແລະ ຄົນທີ່ຕິດຢູ່ພາຍໃນຕົວອາຄານ.

ລາຍງານຫຼ້າສຸດເມື່ອວັນທີ 28 ມິຖຸນາ 2022 ເວລາ 10:00 ໂມງ ກ່ຽວກັບຜົນກະທົບຈາກເຫດການດັ່ງກ່າວ ເຫັນວ່າ ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 16 ຄົນ ແລະ ບາດເຈັບແລ້ວ ຫຼາຍກວ່າ 59 ຄົນ.

ຜູ້ບັງຄັບການກອງທັບອາກາດ ຢູເຄຣນ ລະບຸວ່າ ຈະຫຼວດດັ່ງກ່າວທີ່ຣັດເຊຍຍິງມາເປັນຈະຫຼວດໄລຍະໄກ ໂດຍຄາດວ່າຖືກຍິງມາຈາກ ຖານທັບອາກາດຂອງຣັດເຊຍ ທີ່ຕັ້ງຢູ່ທາງພາກເໜືອຂອງຢູເຄຣນ.

ເຫດການດັ່ງກ່າວເກີດຂຶ້ນໃນເວລາທີ່ບັນດາຜູ້ນຳກຸ່ມປະເທດ G7 ກຳລັງຮ່ວມປະຊຸມທີ່ປະເທດ ເຢຍລະມັນ. ໂດຍໜຶ່ງໃນວາລະສຳຄັນໃນການປະຊຸມກໍຄື ການຫາລືກ່ຽວກັບການຂວໍ້າບາດຣັດເຊຍ ລວມເຖິງແນວທາງຮັບມືວິກິດການຂາດແຄນພະລັງງານ ແລະ ອາຫານ ອັນເປັນພົນພວງມາຈາກສະຖານະການລະຫວ່າງ ຣັດເຊຍ ແລະ ຢູເຄຣນ.

         ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/