ຂ່າວດີ! ຈີນລົດເວລາກັກຕົວຊາວຕ່າງຊາດທີ່ຈະເຂົ້າມາປະເທດໃຫ້ເຫຼືອພຽງ 10 ມື້ເທົ່ານັ້ນ


ເຊື່ອວ່າຫຼາຍໆຄົນທີ່ຮໍ່າຮຽນຢູ່ປະເທດຈີນ ຫຼື ມີທຸລະກິດວຽກງານທີ່ຕ້ອງເດີນທາງໄປຈີນ ແມ່ນຕັ້ງໜ້າຕັ້ງຕາລໍຄອຍມື້ທີ່ປະເທດຈີນຈະປະກາດເປີດປະເທດແບບເຕັມຮູບແບບຢ່າງແນ່ນອນ. ຢ່າງໃດກໍດີ ຂ່າວດີຂອງຄົນທີ່ຢາກກັບໄປຈີນກໍເລີ່ມມີມາໃຫ້ເຫັນແລ້ວ ເພາະຫຼ້າສຸດນີ້ທາງລັດຖະບານຈີນໄດ້ປະກາດລົດເວລາກັກຕົວຊາວຕ່າງຊາດທີ່ຈະເຂົ້າມາປະເທດໃຫ້ເຫຼືອພຽງ 10 ມື້ເທົ່ານັ້ນ.

ໃນມື້ນີ້ ວັນທີ 28 ມິຖຸນາ 2022 ເວັບໄຊ South China Morning Post ໄດ້ລາຍງານວ່າ ລັດຖະບານຈີນໄດ້ປະກາດວ່າຈະລົດໄລຍະເວລາການກັກຕົວເຂົ້າປະເທດສຳລັບນັກເດີນທາງຈາກຕ່າງປະເທດໃຫ້ເຫຼືອພຽງ 10 ມື້ ໂດຍແບ່ງເປັນກັກຕົວ 7 ມື້ໃນສະຖານທີ່ກັກຕົວຂອງລັດ ແລະ ກັກຕົວອີກ 3 ມື້ໃນສະຖານທີ່ພັກອາໄສຂອງຕົນເອງ.

ໂດຍປະກາດລົດໄລຍະເວລາກັກຕົວນີ້ຖືວ່າເປັນການປ່ຽນແປງຄັ້ງໃຫຍ່ ເພາະວ່າທາງການຈີນໄດ້ປະກາດປິດພົມແດນຕັ້ງແຕ່ໄລຍະເດືອນມີນາ ປີ 2020. ທັງນີ້ ເຖິງວ່າຈະມີການຜ່ອນຄາຍມາດຕະການປ້ອງກັນໂຄວິດ-19 ລົງແລ້ວ ແຕ່ກໍຍັງຖືວ່າມີຄວາມເຂັ້ມງວດກວ່າປະເທດອື່ນໆ ທີ່ໄດ້ເລີ່ມກັບມາເປີດປະເທດເກືອບສົມບູນ ແລະໃນຂະນະທີ່ບາງປະເທດກໍບໍ່ຕ້ອງກວດມາດຕະການກ່ອນເດີນທາງເຂົ້າປະເທດ.

ນອກຈາກນີ້ ຕັ້ງແຕ່ວັນທີ 20 ມິຖຸນາ ທີ່ຜ່ານມາ ຈີນເປີດໃຫ້ຊາວຕ່າງຊາດໄດ້ມາຢ້ຽມຢາມສະມາຊິກຄອບຄົວທີ່ເປັນຊາວຈີນ ຫຼືຢ້ຽມຢາມຄົນຕ່າງຊາດນໍາກັນທີ່ມີທີ່ຢູ່ອາໄສຖາວອນໃນຈີນໄດ້ແລ້ວ ໂດຍບໍ່ຕ້ອງຂໍຈົດໝາຍເຊີນໃຫ້ເດີນທາງຈາກເຈົ້າໜ້າທີ່ລະດັບມົນທົນເພື່ອໄປຂໍວີຊ່າອີກຕໍ່ໄປ.

ໃນສ່ວນໜ່ວຍງານດ້ານການບິນຂອງຈີນເຜີຍວ່າເມື່ອໄລຍະທີ່ຜ່ານຂອງເດືອນນີ້ຈຳນວນຖ້ຽວບິນລະຫວ່າງປະເທດແມ່ນເພີ່ມຂຶ້ນ ແລະທາງການຈີນກໍາລັງໂອ້ລົມກັບຫຼາຍປະເທດໃຫ້ເພີ່ມຖ້ຽວບິນກັບໄປຈີນ ເຊິ່ງຂະນະດຽວກັນສາຍການບິນຈີນກໍໄດ້ເຜີຍວ່າຈະເປີດເສັ້ນທາງການບິນລະຫວ່າງປະເທດໃໝ່ໆ ຫຼື ກັບມາໃຫ້ບໍລິການເສັ້ນທາງທີ່ເຄີຍໃຫ້ບໍລິການໃນເດືອນນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/