ສປປ ລາວ ມີໜີ້ສິນເປັນຕົວເລກເປີດເຜີຍຕໍ່ສາກົນ ແມ່ນຫຼາຍກວ່າ 10 ຕື້ໂດລາ


ຕະຫຼອດໄລຍະ 47 ປີຜ່ານມາ, ປະເທດລາວໄດ້ກູ້ຢືມເງິນປະມານ 5 ຕື້ໂດລາ ເພື່ອມາລົງທຶນໃສ່ໃນຂົງເຂດພື້ນຖານໂຄງລ່າງໃຫ້ແກ່ປະເທດຊາດບ້ານເມືອງ ເພື່ອຜັນຂະຫຍາຍເສດຖະກິດ-ສັງຄົມ ໃຫ້ມີຄວາມຈະເລີນຮຸ່ງເຮືອງມີຄວາມທັນສະໄໝຂຶ້ນ ເຊິ່ງຈຳເປັນຕ້ອງໄດ້ຢືມຈາກທະນາຄານໂລກ ແລະ ພາກສ່ວນຕ່າງໆທາງສາກົນ ເປັນຕົ້ນແມ່ນການກູ້ຢືມນຳມາລົງທຶນໃສ່ໃນວຽກງານດ້ານການຜະລິດເປັນສິນຄ້າເພື່ອສົ່ງອອກ.

ໜີ້ສິນໃນປັດຈຸບັນ ທີ່ເປັນຕົວເລກເປີດເຜີຍຕໍ່ສາກົນແມ່ນຫຼາຍກວ່າ 10 ຕື້ໂດລາ ເຊິ່ງໜີ້ສິນທີ່ເກີດຂຶ້ນສະສົມມານີ້ ກໍແມ່ນຄວາມຈຳເປັນໃນການພັດທະນາປະເທດຊາດ. ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງຂໍ້ຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9.

ທ່ານ ບຸນໂຈມ ໄດ້ກ່າວວ່າ: “ເມື່ອບໍ່ດົນມານີ້ ປະເທດລາວມີທ່າແຮງບົ່ມຊ້ອນຂອງສັງຄົມ ເພື່ອແກ້ໄຂບັນຫາລວມຂອງຊາດ ທີ່ກຳລັງປະເຊີນ ແລະ ຍັງສືບຕໍ່ຂໍ້ຫຍຸ້ງຍາກຕໍ່ໄປ, ແຕ່ເຖິງຢ່າງໃດກໍຕາມ ເນື້ອແທ້ຂອງເສດຖະກິດຂອງປະເທດຊາດຍັງບໍ່ຂະຫຍາຍຕົວ ຖ້າທຽບໃສ່ບັນດາປະເທດໃນພື້ນຖານ ແລະ ສາກົນ, ແຕ່ບັນຫາທີ່ເຮົາມີແມ່ນບັນຫາໜີ້ສິນສາທາລະນະ ທີ່ສະສົມມາຫຼາຍປີ ໂດຍສະເພາະເລີ່ມແຕ່ໄລຍະ 2010-2016 ຍ້ອນວ່າໄດ້ກູ້ຢືມເງິນເຂົ້າມາພັດທະນາປະເທດຊາດສູງທີ່ສຸດ ກ້າວກະໂດດທີ່ສຸດ ແລະ ໄລຍະເບີກຖອນບັນດາສັນຍາເງິນກູ້ຕ່່າງໆ ເລີ່ມມີຜົນກະທົບແຮງຕໍ່ການຊຳລະໜີ້ສິນຕ່າງປະເທດແມ່ນປີ 2019”.

ທ່ານ ບຸນໂຈມ ໄດ້ກ່າວຕື່ມອີກວ່າ: “ໃນໄລຍະປີ 2010 ມາ ເຮົາໃຊ້ໜີ້ຕ່າງປະເທດປີໜຶ່ງບໍ່ເກີນ 160 ລ້ານໂດລາ, ເຊິ່ງລາຍຮັບພາຍໃນສາມາດຈ່າຍໄດ້ແຕ່ປີ 2018 ແມ່ນ 1,200 ລ້ານໂດລາ/ປີ. ຍອດໜີ້ທັງໝົດທີ່ເຮົາກູ້ຢືມມານີ້ ກໍຍ້ອນປະເທດເຮົາມີຄວາມຈຳເປັນຕ້ອງການທຶນ ເພື່ອມາລົງທຶນໃສ່ໃນຂົງເຂດພື້ນຖານໂຄງລ່າງ ເຊິ່ງເຮົາໄດ້ກູ້ຢືມມາແລ້ວປະມານ 5 ຕື້ໂດລາ,​ ໃນຕະຫຼອດ 47 ປີຜ່ານມານີ້ ໄດ້ຢືມມາລົງທຶນໃນການຜະລິດເປັນສິນຄ້າ ເພື່ອສົ່ງອອກປະມານ 4 ຕື້ໂດລາ ແລະ ໜີ້ສິນໃນປັດຈຸບັນ ທີ່ເປັນຕົວເລກເປີດເຜີຍຕໍ່ສາກົນແມ່ນຫຼາຍກວ່າ 10 ຕື້ ໂດລາ”.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/