ປອ.  ອິນລືຊາ ບາແສງຄໍາ ນັກເຄື່ອນໄຫວ ທີ່ເປັນກະບອກສຽງເພື່ອສິດທິຂອງ LGBTQ+ ທັງ​ຢູ່​ໃນ ສ​ປ​ປ ລາວ ແລະ​ ສາ​ກົນ


ປອ. ອິນລືຊາ ບາແສງຄໍາ ຫຼື ຮູ້ຈັກກັນດີໃນຊື່ ດຣ. ອິນ ເປັນໜຶ່ງໃນບຸກຄະລາກອນລາວທີ່ມີຄຸນະພາບ ແລະ ຄວາມສາມາດພຽບພ້ອມ ບໍ່ວ່າຈະເປັນຄວາມສໍາເລັດດ້ານການສຶກສາທີ່ໄດ້ຄວ້າທັງປະລິນຍາໂທ ແລະປະລິນຍາເອກຈາກຕ່າງປະເທດ ແລະ ຍັງເຄີຍເຂົ້າປະກວດເວທີນາງງາມ Miss International Queen 2015 ອີກດ້ວຍ. ນອກຈາກນີ້ ດຣ. ອິນ ຍັງເປັນອີກໜຶ່ງບຸກຄົນທີ່ເປັນນັກເຄື່ອນໄຫວ ແລະ ເປັນກະບອກສຽງໃຫ້ແກ່ກຸ່ມຄົນ LGBTQ+ ໃນ ສປປ ລາວ ແລະ ສາກົນ. ຈາກຄວາມສາມາດທີ່ຫຼາກຫຼາຍທີ່ໄດ້ກ່າວມາ, ມື້ນີ້ເຮົາຈະພາມາທຳຄວາມຮູ້ຈັກກັບ ດຣ. ອິນລືຊາ ໃຫ້ຫຼາຍຂຶ້ນກວ່າເກົ່າ.

Lao X: ປອ ອິນລືຊາ ຊ່ວຍແນະນໍາຕົວອີກຄັ້ງໃຫ້ພວກເຮົາຮູ້ຈັກແດ່ໄດ້ບໍ່? ປັດຈຸບັນເຮັດອາຊີບຫຍັງ?

ດຣ. ອິນລືຊາ: ຂ້າພະເຈົ້າມີຊື່ວ່າ ປອ. ອິນລືຊາ ບາແສງຄໍາ ອາຍຸ 43 ປີ ເປັນຄົນພື້ນຖານມາຈາກແຂວງສະຫວັນນະເຂດ ເຊິ່ງປັດຈຸບັນແມ່ນຂ້າພະເຈົ້າອາໄສຢູ່ທີ່ ນະຄອນຫຼວງວຽງຈັນ ແລະ ຄືທີ່ຫຼາຍໆ ຄົນຮູ້ ຂ້າພະເຈົ້າແມ່ນເປັນສາວປະເພດສອງ ແລະ ຕອນນີ້ແມ່ນເຮັດວຽກໃຫ້ກັບໂຄງການຄຸ້ມຄອງ​ຄວາມ​ໝັ້​​ນຄົງ​ທາງ​ດ້ານພະລັງງານແຫ່ງ ສປປ ລາວ ເຊິ່ງໂຄງການນີ້ແມ່ນຢູ່ພາຍໃຕ້ການຊ່ວຍເຫຼືອຂອງ USAID ປະເທດສະຫະລັດອາເມລິກາ ແລະ ຍັງເປັນອີກໜຶ່ງບຸກຄົນທີ່ເຮັດວຽກເພື່ອສິດທິຂອງ LGBTQ+ ເພື່ອສົ່ງເສີມໃຫ້ມີຄວາມສະເໝີພາບຂອງກຸ່ມຄົນເພດທາງເລືອກໃຫ້ເກີດຂຶ້ນພາຍໃນສັງຄົມລາວ.

ນອກຈາກວຽກງານຫຼັກໆ ທີ່ກ່າວມາແລ້ວ ຂ້າພະເຈົ້າຍັງເປັນຄູສອນພາສາອັງກິດແບບ Part-Time ແລະ ຊ່ວຍແນະນຳ, ໃຫ້ຄໍາປຶກສາ ກ່ຽວກັບເລື່ອງເອກະສານຕ່າງໆ ໃຫ້ແກ່ນ້ອງໆນັກຮຽນ, ນັກສຶກສາຜູ້ທີ່ຢາກຈະໄປສຶກສາຮໍ່າຮຽນຢູ່ທີ່ຕ່າງປະເທດ.

Lao X: ຊ່ວຍເລົ່າປະຫວັດການສຶກສາຂອງຕົນເອງໄດ້ແດ່ບໍ່ເຈົ້າ?

ດັ່ງທີ່ໄດ້ກ່າວໄປເບື້ອງຕົ້ນ ຂ້າພະເຈົ້າເກີດ ແລະ ເຕີບໃຫຍ່ຢູ່ທີ່ແຂວງສະຫວັນນະເຂດ ແລະກໍໄດ້ຮຽນຢູ່ທີ່ບ້ານເກີດ ເຊິ່ງສະໄໝກ່ອນນັ້ນແມ່ນໄດ້ຮຽນໃນຊັ້ນປະຖົມ ແລະ ອຸດົມສຶກສາ (ຊັ້ນມັດທະຍົມສຶກສາ). ຫຼັງຈາກນັ້ນໃນປີ 1997 ຂ້າພະເຈົ້າກໍໄດ້ເຂົ້າມາຮຽນຕໍ່ທີ່ມະຫາວິທະຍາໄລແຫ່ງຊາດ ໃນສາ​ຂາ ພາສາ-ວັນນະຄະດີ ແລະ ມະນຸດສາດ, ເຊິ່ງໃນຕອນນັ້ນພາກວິຊານີ້ຈະມີວີຊາຫຼັກແຕກຍ່ອຍລົງມາ ແລະ ຂ້າພະເຈົ້າກໍໄດ້ເລືອກຮຽນ ວິຊາພາສາອັງກິດ ແລະ ເລືອກພາສາຝຣັ່ງ, ພາສາລາວ-ວັນນະຄະດີເປັນວິຊາຮອງ.

ໃນໄລຍະຂອງການຮໍ່າຮຽນແມ່ນ 2 ປີຈະໄດ້ຮຽນທີ່ ວິທະຍາໄລວິທະຍາສາດພື້ນຖານ (ວວພ) ເພື່ອກຽມໄປຮຽນໃນສາຍຫຼັກທີ່ເຮົາເລືອກ ຫຼັງຈາກຮຽນຈົບ ແລະ ເສັງໄດ້ຄະແນນຕາມຄາດໝາຍເຮົາຈຶ່ງຈະສາມາດລົງຮຽນວິຊາຫຼັກທີ່ເລືອກໄດ້ ແລະ ຂ້າພະເຈົ້າກໍໄດ້ຮຽນຕື່ມອີກ 4 ປີໃນລະດັບຊັ້ນປະລິນຍາຕີ ໂດຍລວມແມ່ນ 6 ປີສຳລັບການຮຽນໃນພາກວິຊານີ້ ແລະ ສໍາເລັດການສຶກສາໃນປີ 2003.

ຕໍ່ມາໃນປີ 2007 ຂ້າພະເຈົ້າໄດ້ໄປສຶກສາຕໍ່ໃນຊັ້ນປະລິນຍາໂທສາຂາການບໍລິຫານການສຶກສາທີ່ປະເທດຍີ່ປຸ່ນ ແລະ ປີ 2012 ກໍໄດ້ໄປສຶກສາໃນລະດັບຊັ້ນປະລິນຍາເອກທີ່ປະເທດໂປຕຸເກດໃນຂະແໜງສັງຄົມວິທະຍາ ພາຍໃຕ້ຫົວຂໍ້ສັງຄົມສາດດ້ານການສຶກສາ ແລະ ໃນປັດຈຸບັນນີ້ຂ້າພະເຈົ້າແມ່ນໜ້າ​ຈະ​ແມ່ນຜູ້ຍິງປະເພດສອງຄົນດຽວໃນ ສປປ ລາວ ທີ່ຮຽນຈົບຊັ້ນປະລິນຍາເອກ.

Lao X: ແຮງບັນດານໃຈໃນການເຮັດວຽກສາຂານີ້ ແລະ ຄວາມພາກພູມໃຈຂອງຕົນເອງແມ່ນຫຍັງ?

ກ່ອນອື່ນໝົດຂ້າພະເຈົ້າຂໍເລົ່າກ່ອນວ່າ ແທ້ຈິງແລ້ວແມ່ນຂ້າພະເຈົ້າເຮັດວຽກຫຼາຍຢ່າງ, ໂດຍວຽກທີ່ເຮັດທຳອິດຫຼັງຈາກຈົບຈາກມະຫາວິທະຍາໄລແຫ່ງຊາດນັ້ນແມ່ນ ເປັນຄູສອນ ໄປສອນຢູ່ວິທະຍາໄລຄູສະຫວັນນະເຂດ ເນື່ອງດ້ວຍປະສົບການການເຮັດວຽກຢູ່ທີ່ນັ້ນ ແລະ ຂ້າພະເຈົ້າເຮັດວຽກໃນຂະແໜງການສຶກສາ ເຮັດໃຫ້ມີຄວາມບຸກບືນຢາກຍົກລະດັບການສຶກສາ, ພັດທະນາຕໍ່ຍອດຄວາມຮູ້ ເພື່ອນຳມາໃຊ້ພັດທະນາການ​ຮຽນ​ການ​ສອນ​ຂອງ​ຕົນ​ເອງ ກໍ​ຄື ປະເທດຊາດ.

ຖ້າຖາມວ່າມັກໃນການເຮັດວຽກເປັນຄູອາຈານບໍ່? ຕອບເລີຍວ່າໃນ​ເບື້ອງ​ຕົ້ນ​ແມ່ນບໍ່ມັກ ແຕ່ເນື່ອງຈາກພໍ່ຢາກໃຫ້ເຮັດເລີຍຕ້ອງໄດ້ເຮັດຕາມເພິ່ນ ສ່ວນສາເຫດຂອງການທີ່ບໍ່​ມັກນັ້ນກໍຄື ຍ້ອນຄິດວ່າຕົນເອງຮຽນບໍ່ຄ່ອຍເກັ່ງ ແລະ ຄິດວ່າຄຸນວຸດທິຂອງຕົນເອງຢ້ານບໍ່ສາມາດສອນຄົນອື່ນໄດ້ກໍເລີຍບໍ່ມັກ. ແຕ່ພາຍຫຼັງທີ່ໄດ້ສອນປະມານ 2 ເດືອນກໍເລີ່ມຮູ້ສຶກວ່າຕົນເອງມັກໃນອາຊີບຄູ ແລະ ຕັ້ງໃຈສຶກສາໄປຮຽນປະລິນຍາໂທຕໍ່ທີ່ຕ່າງປະເທດ.

ຫຼັງຈາກທີ່ສຳເລັດການສຶກສາລະດັບປະລິນຍາໂທດ້ານການພັດທະການສຶກສາຊົນນະບົດທີ່ປະເທດຍີ່ປຸ່ນ ກໍໄດ້ກັບມາລາວ ແລະ ໄດ້ເປັນຄູສອນຄືເກົ່າ. ຕໍ່ມາແມ່ນໄດ້ມີຈຸດຜັນປ່ຽນໂດຍຂ້າພະເຈົ້າໄດ້ລາອອກຈາກອາຊີບຄູ ເພາະຢາກນຳໃຊ້ຄວາມຮູ້ຄວາມສາມາດທີ່ຮຽນມາໃຫ້ໄດ້ຢ່າງເຕັມທີ່ເພື່ອໄປພັດທະນາການສຶກສາທີ່ເຂດຊົນນະບົດ ແລະ ກໍໄດ້ໄປເຮັດວຽກນຳໂຄງການຕ່າງໆ. ຫຼັງຈາກເຮັດວຽກທີ່ຊົນນະບົດໄດ້ສອງປີກໍຄິດວ່າຢາກພັດທະນາຕົວເອງຂຶ້ນຕື່ມເລີຍໄດ້ຕັດສິນໃຈໄປສຶກສາປະລິນຍາເອກໃນຫົວຂໍ້ ບັນຫາການສຶກສາຂອງເດັກແມ່ຍິງໃນເຂດຊົນນະບົດ. ຕໍ່ຈາກນັ້ນມາກໍໄດ້ວຽກທາງດ້ານການພັດທະນາດ້ານການສຶກສາ ແລະ ເພື່ອສັງຄົມມາເລີຍຈົນຮອດປັດຈຸບັນ.

ຈາກທີ່ກ່າວໄປຂ້າງເທິງແມ່ນນັ້ນຄືວຽກຫຼັກ ຕໍ່ມາແມ່ນວຽກສຳຮອງຂອງ​ຂ້າ​ພະ​ເຈົ້າ​ເມ່ນ ເປັນກະບອກສຽງໃຫ້ແກ່ກຸ່ມຄົນຫຼາກຫຼາຍທາງເພດ ເພື່ອໃຫ້ສັງຄົນຄຳນຶງຮູ້ວ່າ ບໍ່ວ່າເຮົາຈະເປັນເພດໃດ ຍິງແທ້, ຊາຍແທ້, ເກ, ເລສບ້ຽນ ຫຼື ເປັນຫຍັງກໍແລ້ວແຕ່ ຖ້າວ່າເຮົາມີສັກກະຍະພາບ ເຮົາກໍສາມາດເຮັດເພື່ອສັງຄົມ ແລະ ປະເທດຊາດໄດ້.

ເຊິ່ງນັ້ນເຮັດໃຫ້ຈ້າພະເຈົ້າຢາກເປັນແຮງບັນດານໃຈ ແລະ ເປັນກະບອກສຽງໃຫ້ແກ່ກຸ່ມຄົນ LGBTQ+ ເລີ່ມຕົ້ນຈາກການເປັນຕົວແທນປະເທດລາວເຂົ້າປະກວດ Miss International Queen ປີ 2015 ໂດຍເປັນປີດຽວທີ່ຂ້າພະເຈົ້າຮຽນຈົບປະລິນຍາເອກ ແລະ 2 ສິ່ງນີ້ເອີ້ນໄດ້ວ່າເປັນການປະສົບຜົນສໍາເລັດຄັ້ງຍິ່ງໃຫຍ່ໃນຊີວິດ ເຮັດໃຫ້ຂ້າພະເຈົ້າຮູ້ສຶກເປັນຜູ້ຍິງຄົນໜຶ່ງທີ່ສົມບູນແບບໃນດ້ານຮ່າງກາຍ. ຈາກຄວາມສໍາເລັດທີ່ກ່າວມານີ້ ຂ້າພະເຈົ້າໄດ້ໃຊ້ພາບລັກທາງດ້ານສັງຄົມມາເປັນແຮງຂັບເຄື່ອນ ແລະ ເປັນກະບອກສຽງໃຫ້ຄົນໃນສັງຄົມປະເທດຊາດເຂົ້າໃຈເຖິງບັນຫາ ແລະ ການໃຊ້ຊີວິດຂອງ LGBTQ+.

Lao X: ປອ ອິນລືຊາ ຄິດແນວໃດກ່ຽວກັບສິດທິຂອງກຸ່ມຄົນ LGBTQ+ ໃນ ສປປ ລາວ?

ກ່ອນອື່ນໝົດຕ້ອງເຂົ້າໃຈກ່ອນສິດທິໃນທີ່ນີ້ຂອງແຕ່ລະຄົນບໍ່ຄືກັນ, ແຕ່ສໍາລັບຂ້າພະເຈົ້າແມ່ນດີໃຈທີ່ໄດ້ເກີດໃນ ສປປ ລາວ ເພາະວ່າຊີວິດຂອງ LGBTQ+ ໃນປະເທດອື່ນແມ່ນບໍ່ໄດ້ຮັບສິດທິ ແລະ ການຄຸ້ມຄອງຫຍັງເລີຍສັງເກດໄດ້ຕາມຂ່າວສານທີ່ມີມາໃຫ້ເຫັນຕົວຢ່າງຄື ສາວປະເທດສອງໃນບາງປະເທດຖືກຄາຕະກໍາ, ຖືກສັງຄົມປະນາມ, ຖືກທຳຮ້າຍຮ່າງກາຍ, ຖືກຈຳກັດສິດທິໃນການສຶກສາຮໍ່າຮຽນ ຫຼື ຖືກຈັບເຂົ້າຄຸກກໍມີ, ເຊິ່ງຂ້ອນຂ້າງແຕກຕ່າງກັນກັບບ້ານເຮົາເນື່ອງຈາກເຮົາມິສິດເສລີພາບທີ່ຈະເປັນຫຍັງກໍໄດ້. ຕ່າງແຕ່ວ່າຖ້າຈະໄປຮຽກຮ້ອງສິດທິພິເສດໃນຖານະທີ່ເປັນມະນຸດ (ທີ່ຄົນອື່ນຫາມາໃຫ້) ແມ່ນບໍ່ໄດ້ ແລະ ສິດທິທີ່ເວົ້າເຖິງໃນທີ່ນີ້ແມ່ນ ສິດທິທີ່ເປັນຕົວຂອງຕົນເອງແມ່ນບໍ່ມີບັນຫາຫຍັງ.

ແລະ ການທີ່ເຮົາຈະໄດ້ສິດ ແລະ ຈະໄດ້ໂອກາດຈາກສັງຄົມແມ່ນມັນຂຶ້ນກັບຕົວເຮົາເອງວ່າເຮົານັ້ນມີສັກກະຍະພາບ, ມີຄຸນຄ່າ ແລະ ເຮັດໃຫ້ຫຍັງໃຫ້ແກ່ສັງຄົມໄດ້ແດ່.

Lao X: ຄິດແນວໃດກັບຄົນທີ່ມີແນວຄິດອະຄະຕິກັບກຸ່ມຄົນ LGBTQ+?

ສໍາລັບຂ້າພະເຈົ້າແລ້ວ, ແມ່ນບໍ່ໄດ້ມີອະຄະຕິກັບກຸ່ມຄົນທີ່ບໍ່ມັກ LGBTQ+ ແຕ່ຈະພະຍາຍາມເຮັດທຸກຢ່າງໃຫ້ເຂົາເຈົ້າເຂົ້າໃຈວ່າການທີ່ເປັນ LGBTQ+ ແມ່ນບໍ່ໄດ້ມີຄວາມບົກ​ຜ່ອງ​ ຫຼື​ວ່າມີ​ຄວາມ​ຜິດຫຍັງ ແລະ ສິ່ງທີ່ເຂົາເຈົ້າມີອະຄະຕິຍ້ອນການບໍ່ເຂົ້າໃຈວ່າ ການທີ່ເຮົາເປັນແບບນີ້ແມ່ນມີສາເຫດມາຈາກຫຍັງ ເນື່ອງດ້ວຍການສຶກສາ ແລະ ຂໍ້ມູນຂ່າວສານແມ່ນເຂົາເຈົ້າຍັງຮັບຮູ້ບໍ່ພຽງພໍ.

ເຊິ່ງຂ້າພະເຈົ້າຢາກໃຫ້ຄົນກຸ່ມນັ້ນທີ່ອະຄະຕິຕໍ່ LGBTQ+ ເຂົ້າໃຈ ແລະ ເປີດໃຈວ່າ ການທີ່ຄົນໆ ໜຶ່ງຈະເປັນຜູ້ຊາຍຂ້າມເພດ ຫຼື ຜູ້ຍິງຂ້າມເພດ ນັ້ນໝາຍຄວາມວ່າເຂົາເຈົ້າເກີດມາໃນຮ່າງກາຍທີ່ບໍ່ກົງກັບຈິດທີ່ເປັນເພດຂອງຕົນເອງ. ຕົວຢ່າງ, ຄືຂ້າພະເຈົ້າເອງທີ່ເກີດມາມີເພດສະພາບ ແລະ ຮ່າງກາຍເປັນເພດຊາຍ ແຕ່ຈິດທີ່ເປັນເພດ ຫຼື​ວ່າ ຄວາມ​ເປັນ​ເພດຂອງຂ້າພະເຈົ້າ ແມ່ນເພດຍິງ. ເພາະສະນັ້ນສິ່ ງທີ່ສາມາດປ່ຽນແປງໄດ້ນັ້ນແມ່ນຮ່າງກາຍ, ບໍ່ແມ່ນປ່ຽນແນວຄິດຈິດ​ຕະ​ສາດ​ທີ່​ກ່ຽວ​ຂ້ອງ​ກັບ​ເພດ​ສະ​ພາບ​ຂອງ​ຂ້າພະເຈົ້າ.  ເພາະສະນັ້ນແລ້ວຂ້າພະເຈົ້າຈະບໍ່ມີອະຄະຕິຕໍ່ຄົນທີ່ມາເອີ້ນຂ້າພະເຈົ້າວ່າ ກະເທີຍ, ເພາະ​ວ່າ​ຂ້າພະເຈົ້າຄິດວ່າເຂົາເຈົ້າຍັງບໍ່ເຂົ້າໃຈວ່າເຮົາເປັນຫຍັງກັນ​ແທ້.

ຍ້ອນເຫດຜົນທີ່ກ່າວມານັ້ນ ເຮັດໃຫ້ຂ້າພະເຈົ້າມາຢູ່ໃນຈຸດນີ້ ແລະ ພະຍາຍາມໃຊ້ພື້ນທີ່ໃນໂຮງຮຽນ, ບ່ອນເຮັດວຽກ ຫຼື ຕາມສະຖານທີ່ຕ່າງໆ ເພື່ອເຮັດໃຫ້ສັງຄົມ, ຄອບຄົວ ຫຼື ໝູ່ເພື່ອນເຂົ້າໃຈ. ໃນອະນາຄົດຖ້າຫາກວ່າເຂົາເຈົ້າມີລູກ ກໍຕ້ອງເຂົ້າໃຈວ່າເຖິງວ່າລູກຈະເປັນເພດຫຍັງ ກໍຂໍໃຫ້ຍອມຮັບ, ສະໜັບສະໜູນ ແລະ ມອບຄວາມຮັກໃຫ້ແກ່ລູກ ເພາະວ່ານັ້ນມັນຄືຕົວຕົນຂອງລູກເຮົາ ມັນບໍ່ສາມາດປ່ຽນແປງໄດ້ໃນ​ໄລ​ຍະ​ອັນ​ສັ້ນ, ປະ​ສົບ​ການ​ຂອງ​ຊີ​ວິດ ເລະ ສິ່ງ​ທີ່​ເຂົາ​ຈະ​ປະ​ສົບ​ພົບ​ພໍ້​ຈະ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ເດັກ​ພັດ​ທະ​ນາ​ທາງ​ດ້ານ​ຮ່າງ​ກາຍ ​ແລະ ມັນ​ສະ​ໝອງ.

Lao X:  ປອ ອິນລືຊາ ຢາກເປັນກະບອກສຽງໃນດ້ານໃດແດ່ໃຫ້ແກ່ LGBTQ+ ໃນສັງຄົມບ້ານເຮົາ?

ປັດຈຸບັນນີ້ ຂ້າພະເຈົ້າກໍເປັນກະບອກສຽງໃຫ້ແກ່ກຸ່ມຄົນ LGBTQ+ ຢູ່ແລ້ວ ເພາະດ້ວຍໜ້າທີ່ວຽກງານຂອງຂ້າພະເຈົ້າ ທີ່ສາມາດເຂົ້າໄປເປັນໜຶ່ງໃນອົງກອນຂັ້ນສູງຕ່າງໆ ເຊັ່ນ: ໜ່ວຍງານລະດັບປະ​ເທດ, ອົງກອນຂອງຕ່າງປະເທດ ແລະ ສະຖານທູດຕ່າງໆ ໃນນະຄອນຫຼວງວຽງຈັນໄດ້ເຊີນຂ້າພະເຈົ້າໄປເວົ້າກ່ຽວກັບເລື່ຶອງ ສິດທິ,ບົດບາດ ຊີວິດຂອງສາວປະເພດສອງ ເຊິ່ງຂ້ອຍຄິດວ່າທຸກມື້ນີ້ຂ້ອຍເປັນຫຼາຍແລ້ວສໍາລັບກະບອກສຽງໃຫ້ແກ່ກຸ່ມຄົນ LGBTQ+.

ຢ່າງໃດກໍດີ ບໍ່ຢາກໃຫ້ຄົນທີ່ອ່ານບົດສໍາພາດນີ້ຄິດວ່າຂ້າພະເຈົ້າອວດອ້າງວ່າຕົນເອງເປັນທີ 1 ນັ້ນມັນບໍ່ແມ່ນເລີຍ, ເພາະສິ່ງທີ່ຂ້ອຍເຮັດທຸກມື້ນີ້ເຊັ່ນການໂພສເລື່ອງລາວຕ່າງໆ ໃນສັງຄົມອອນລາຍ, ເຂົ້າຮ່ວມກອງທຶນຕ່າງໆ ແມ່ນຂ້ອຍຢາກຂັບເຄື່ອນໃຫ້ສັງຄົມເກີດຄວາມເຂົ້າໃຈກ່ຽວກັບ LGBTQ+. ນອກຈາກນີ້ ກະບອກສຽງທີ່ຂ້ອຍເຮັດເພື່ອສັງຄົມກໍແມ່ນການເປັນອາຈານສອນ, ເປັນແບບຢ່າງໃຫ້ແກ່ສັງຄົມ ແລະ ເຮັດທຸກຢ່າງເພື່ອກຸ່ມຄົນ LGBTQ+.

Lao X:  ປອ ອິນລືຊາ ຢາກຝາກຫຍັງແດ່ ເຖິງຄົນທີ່ບໍ່ເຈົ້າໃຈກ່ຽວກັບ LGBTQ+?

ຂ້າພະເຈົ້າຢາກບອກວ່າ ການທີ່ຄົນໆ ໜຶ່ງມີເພດສະພາບເປັນ LGBTQ+ ແມ່ນເຂົາເຈົ້າເປັນມາແຕ່ເກີດມັນຢູ່ໃນຈິດສຳນຶກຂອງເຂົາເຈົ້າ ແລະ ມັນກໍບໍ່ໄດ້ສ້າງຄວາມເດືອດຮ້ອນໃຫ້ໃຜ, ພຽງແຕ່ໃຫ້ເປີດໃຈຍອມຮັບ ແລະ ສຶກສາຮຽນຮູ້ວ່າ LGBTQ+ ວ່າມັນຄືຫຍັງ. ເພາະຖ້າຫາກສັງຄົມເກີດການເຂົ້າໃຈຜິດ ແລະ ເກີດຄວາມກຽດຊັງ, ມັນຈະເຮັດໃຫ້ບໍ່ມີຄວາມເທົ່າທຽມກັນພາຍໃນສັງຄົມ ແລະ ກາຍມາເປັນຂໍ້ກົດທັບສິດທິຂອງກຸ່ມຄົນຫຼາກຫຼາຍທາງເພດ.

ແລະ ຢາກຝາກເຖິງບັນດາພໍ່ແມ່ທີ່ມີລູກເປັນ LGBTQ+ ວ່າ ບໍ່ວ່າເພດສະພາບຂອງລູກຈະເປັນຫຍັງກໍຄວນໃຫ້ການສະໜັບສະໜູນເຂົາເຈົ້າໃຫ້ມີການຈະເລີນເຕີບໃຫຍ່ທາງດ້ານຮ່າງກາຍແລະ ຈິດໃຈ, ເພື່ອທີ່ໃນອະນາຄົດເຂົາເຈົ້າຈະກາຍເປັນຜູ້ໃຫຍ່ທີ່ມີຄວາມຮູ້ຄວາມສາມາດ, ເຮັດໃນສິ່ງທີ່ເຂົາສາມາດເຮັດໄດ້, ມີສັກກະຍະພາບໃນການພັດທະນາຫຼາຍຂຶ້ນຖ້າຫາກໄດ້ຮັບການສະໜັບສະໜູນຈາກພໍ່ແມ່.

ຄວາມເຂົ້າໃຈຂອງພໍ່ແມ່ທີ່ມີຕໍ່ລູກເປັນຕົວຂັບເຄື່ອນທີ່ດີທີ່ສຸດສຳລັບລູກ ແລະ ສິ່ງທີ່ລູກຕ້ອງການ ເຖິງວ່າສັງຄົມ, ປະເທດຊາດບ້ານເມືອງ ຈະປະຕິເສດກໍບໍ່ເປັນຫຍັງ ແຕ່ຖ້າຫາກພໍ່ແມ່ປະຕິເສດລູກນັ້ນກໍປຽບເໝືອນມີດຫອກທີ່ຫັນກັບມາປັກແທງຈິດໃຈຂອງລູກ. ເພາະສະນັ້ນແລ້ວ ພໍ່ແມ່ຄວນເຂົ້າໃຈທຸກບັນຫາ ແລະ ສະໜັບສະໜູນໃນສິ່ງທີ່ລູກເປັນ ບໍ່ຕ້ອງໄປສົນໃຈຄໍາເວົ້າຂອງຄົນອື່ນ, ເພາະສຸດທ້າຍແລ້ວມີແຕ່ຄອບຄົວເຮົາເອງທີ່ຈະຍື່ນມືຊ່ວຍເຫຼືອກັນ.

ຂອບໃຈບົດສຳພາດຈາກ: ປອ ອິນລືຊາ ບາແສງຄໍາ

ຊ່ອງທາງການຕິດຕໍ່ Facebook : Inleusa Noel Basengkham

ສຳພາດໂດຍ: Tern Saiyasack

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/