ຟັງສຽງການເຄື່ອນໄຫວ! ຣັດເຊຍຈັດມວຍ MMA ແບບປິດຕາ ໃຫ້ນັກຊົກສຳຜັດຫາຄູ່ແຂ່ງດ້ວຍຕົນເອງ


ເບິ່ງແລ້ວເຮົາອາດຈະຄິດເຖິງຮູບເງົາຫຼາຍເລື່ອງທີ່ຕົວລະຄອນເອກສູນເສຍການເບິ່ງເຫັນໄປ ແຕ່ຍັງສາມາດຕໍ່ສູ້ໄດ້ປົກກະຕິ. ແລະຫຼ້າສຸດ ມວຍ MMA ທີ່ປະເທດຣັດເຊຍ ໄດ້ຈັດລາຍການແຂ່ງຂັນທີ່ຊື່ວ່າ “Epic Fighting” ເຊິ່ງເປັນການແຂ່ງຂັນແບບທີມລະ 2 ຄົນ ໂດຍໃຫ້ນັກຊົກທັງ 2 ຝັ່ງ ເອົາຜ້າມາປິດຕາ ແລ້ວເລີ່ມແກວ່ງກຳປັ້ນ ຊອກຫາຄູ່ຕໍ່ສູ້ດ້ວຍຕົນເອງ.

ໂດຍເສິກນີ້ເປັນການພົບກັນລະຫວ່າງມຸມແດງ ວະລາດ ພອດໂກກິ້ນ ແລະ ດານ້ຽວ ບັສລອຟກີ້ ພົບກັບ ມຸມນໍ້າເງິນ  ມາກາເໝັດ ທາກູນອຟ ແລະ ກັນມາດອຟ ພີເອັມ ໂດຍເລີ່ມຊົກກັນດ້ວຍກົດລະບຽບທົ່ວໄປໃນແບບ MMA ເຊິ່ງຈະເລີ່ມໃຫ້ແຕ່ລະຝັ່ງສົ່ງຕົວແທນອອກມາຝັ່ງລະຄົນ ແລະ ຕໍ່ສູ້ກັນຕາມກົດລະບຽບທົ່ວໄປ.

ແຕ່ໃນນາທີສຸດທ້າຍຂອງຍົກທຳອິດ ນັກຊົກທຸກຄົນຕ້ອງໃສ່ຜ້າປິດຕາ ແລ້ວຍ່າງເຂົ້າມາຕໍ່ສູ້ກັນເລີຍ. ທຳອິດທັງສອງກໍຊອກກັນບໍ່ເຫັນ, ແຕ່ຫຼັງຈາກນັ້ນບໍ່ດົນ ນັກຊົກທັງສອງກໍຊອກຫາຄູ່ຕໍ່ສູ້ຂອງຕົນເອງໄດ້ ກ່ອນທີ່ຈະເລີ່ມແກວ່ງກຳປັ້ນໃສ່ກັນຢ່າງດຸເດືອດ.

ສ່ວນຜົນການແຂ່ງຂັນປາກົດວ່າ ຝ່າຍຂອງ ມາກາເໝັດ ທາກູນອຟ ແລະ ກັຣມາດອຟ ພີເອັມ ສາມາດເອົາຊະນະຄະແນນໄປໄດ້ ຫຼັງເກມຕ້ອງຢຸດລົງເພາະເຫດການຜິດພາດທາງເທັກນິກ. ຢ່າງໃດກໍຕາມ ລາຍການມວຍ MMA Epic Fighting Championship ຂອງຣັດເຊຍນີ້ເປັນການແຂ່ງຂັນແບບ Pop MMA ເຊິ່ງກຳລັງໄດ້ຮັບຄວາມນິຍົມເປັນຢ່າງສູງຢູ່ຣັດເຊຍ ໃນໄລຍະ 1-2ປີ ຫຼັງມານີ້ ໂດຍຄູ່ຊົກສ່ວນຫຼາຍຈະບໍ່ກຳນົດເພດ, ນໍ້າໜັກ ຫຼື ອາຍຸ ອີກທັງຍັງນຳອຸປະກອນຕ່າງໆ ມາຊ່ວຍເພີ່ມສີສັນໃນການຕໍ່ສູ້ພ້ອມ.

 ຂອບໃຈຂໍ້ມູນຈາກ:

ຄລິບ: https://cutt.ly/JKPNJgD

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/