ວິກິດໜັກ! ສີລັງການ້ຳມັນໝົດປະເທດ ກຽມເລັ່ງເຈລະຈາຂໍຊື້ຈາກຣັດເຊຍ-ກາຕ້າ


ໃນວັນອາທິດທີ 26 ມິຖຸນາທີ່ຜ່ານມາ ສຳນັກຂ່າວ Channelnewsasia ໄດ້ລາຍງານວ່າ ລັດຖະບານສີລັງກາໄດ້ສົ່ງເຈົ້າໜ້າທີ່ລະດັບສູງດ້ານພະລັງງານ 2 ຄົນ ເດີນທາງໄປທີ່ປະເທດຣັດເຊຍເພື່ອເຈລະຈາຂໍຊື້ນ້ຳມັນດິບໂດຍກົງຈາກຣັດເຊຍ. ທັງນີ້ ເຖິງແມ່ນວ່າຈະສາມາດນຳເຂົ້ານ້ຳມັນດິບຈາກຣັດເຊຍໄດ້ 90,000 ໂຕນເມື່ອຕົ້ນເດືອນທີ່ຜ່ານມາ ແຕ່ວ່າມັນເປັນການເຈລະຈາຊື້ຂາຍຜ່ານນາຍໜ້າ ເຊິ່ງຢູ່ທີ່ນະຄອນດູໄບ ໃນປະເທດສະຫະລັດອາຣັບເອມິເຣດ ແລະ ໃນຂະນະດຽວກັນ Kanchana Wijesekera ລັດຖະມົນຕີກະຊວງພະລັງງານສີລັງກາ ກໍໄດ້ກຽມເດີນທາງໄປປະເທດກາຕ້າດ້ວຍຕົນເອງໃນອາທິດນີ້ ເພື່ອເຈລະຈາຂໍຊື້ພະລັງງານໂດຍກົງຈາກລັດຖະບານ.

ທາງດ້ານກະຊວງພະລັງງານຂອງສີລັງກາ ອອກຖະແຫຼງການເມື່ອວັນເສົາທີ່ຜ່ານມາວ່າ ເຮືອຂົນສົ່ງນ້ຳມັນຫຼາຍລໍາ ບໍ່ໄດ້ເດີນທາງມາທຽບທ່າຂອງສີລັງກາຕາມກໍານົດ ແລະ ເຮືອຫຼາຍລໍາກໍປະຕິເສດການຈອດທຽບທ່າ ເນື່ອງດ້ວຍເຫດຜົນ ສະຖານະການທາງການເງິນຂອງສີລັງກາທີ່ເຂົ້າຂັ້ນວິກິດຮຸນແຮງ.

ຂະນະທີ່ ບໍລິສັດ Ceylon Petroleum Corporation ລັດວິສາຫະກິດດ້ານນ້ຳມັນເຊື້ອໄຟຂອງສີລັງກາ ຍັງບໍ່ສາມາດຄາດການໄດ້ວ່າຈະໄດ້ຮັບນ້ຳມັນເຊື້ອໄຟໃໝ່ຫຼືບໍ່ ເຊິ່ງຕອນນີ້ທາງບໍລິສັດຈໍາເປັນຕ້ອງລະງັບການດໍາເນີນງານຂອງໂຮງກັ່ນທີ່ມີຢູ່ແຫ່ງດຽວເປັນການຊົ່ວຄາວ ທັ້ງທີ່ມີການດໍາເນີນການຮອບຫຼ້າສຸດເມື່ອຕົ້ນເດືອນນີ້ ໂດຍໃຊ້ນ້ຳມັນດິບ 90,000 ໂຕນຂອງຣັດເຊຍ ຊື້ຜ່ານນາຍໜ້າທີ່ນະຄອນດູໄບ ພ້ອມທັງປັບຂຶ້ນລາຄານ້ຳມັນກາຊວນອີກ 15% ເປັນລິດລະ 460 ຣູປີສີລັງກາ (ປະມານລິດລະ 22,000 ກີບ) ແລະປັບເພີ່ມາຄານ້ຳມັນແອັດຊັງອີກ 22% ເປັນ 550 ຣູປີສີລັງກາ (ປະມານລິດລະ 26,000 ກີບ).

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/