ປະເທດໂຣມາເນຍອອກນະໂຍບາຍໃຫ້ປະຊາຊົນ Squat 20 ຄັ້ງ ແລກກັບການໄດ້ປີ້ລົດເມຟຣີ


ເຊື່ອວ່າການອອກກຳລັງກາຍເປັນອີກໜຶ່ງກິດຈະກໍາທີ່ດີ ແລະເໝາະກັບຄົນທຸກເພດທຸກໄວ ຢ່າງໃດກໍດີບໍ່ແມ່ນວ່າທຸກຄົນຈະມັກອອກກຳລັງກາຍ ເພາະດ້ວຍເງື່ອນໄຂໃນດ້ານຕ່າງໆ ເຊັ່ນ: ບໍ່ມີເວລາ, ສະຖານທີ່ບໍ່ເອື້ອອໍານວຍ ຫຼື ບາງເທື່ອອາດເປັນເພາະຄວາມຂີ້ຄ້ານຂອງເຮົາ.

ຢ່າງໃດກໍດີ ທາງໜ່ວຍງານຂອງປະເທດໂຣມາເນຍ ໄດ້ເຫັນເຖິງຄວາມສໍາຄັນຂອງສຸຂະພາບປະຊາຊົນ ແລະ ຢາກສົ່ງເສີມໃຫ້ເຂົາເຈົ້າອອກກຳລັງກາຍເພື່ອໃຫ້ຮ່າງກາຍມີຄວາມແຂງແຮງ ດ້ວຍເຫດນັ້ນຈຶ່ງໄດ້ມີການຈັດກິດຈະກໍາທີ່ໃຫ້ປະຊາຊົນມີສ່ວນຮ່ວມນັ້ນກໍຄືການ Squat 20 ຄັ້ງເພື່ອແລກປີ້ລົດເມຟຣີ.

ກິດຈະກໍາທີ່ກ່າວມາຂ້າງເທິງນັ້ນແມ່ນເລີ່ມ ຕັ້ງແຕ່ໄລຍະປີ 2020 ແລະ ແມ່ນທາງບໍລິສັດ CTP Cluj Napoca Network ເຊິ່ງເບິ່ງແຍງລະບົບຂົນສົ່ງສາທາລະນະຂອງເມືອງ Cluj Napoca (ເປັນເມືອງທີ່ຈັດກິດຈະກໍານີ້ຂຶ້ນ) ໃນປະເທດໂຣມາເນຍ ຮ່ວມກັບກຸ່ມ Sport Festival ອອກແຄມເປນສົ່ງເສີມສຸຂະພາບແລະການໃຊ້ຂົນສົ່ງສາທາລະນະຂອງຄົນໃນເມືອງ ພາຍໃຕ້ຊື່ Health Ticket ເຊິ່ງໃນກິດຈະກໍາປະຊາຊົນຈະສາມາດຈ່າຍປີ້ລົດເມໄດ້ດ້ວຍການເຮັດທ່າ Squat ເພື່ອສຸຂະພາບທີ່ດີ ແລະ ລົດນ້ຳໜັກໄປພ້ອມໆ ກັນ.

ຫຼັງຈາກຈັດກິດຈະກໍານີ້ຂຶ້ນ ມີປະຊາຊົນໃຫ້ຄວາມສົນໃຈຢ່າງຫຼວງຫຼາຍ ແລະ ປີ້ລາຄາ 20 Squat ໄດ້ຖືກຂາຍໄປແລ້ວກວ່າ 14,500 ໃບ ແລະຈາກຄວາມນິຍົມນີ້ເຮັດໃຫ້ຫຼາຍໜ່ວຍງານແນມເຫັນເຖິງຄວາມໜ້າສົນໃຈ ແລະ ມາຮ່ວມສະໜັບສະໜູນຕົວໂຄງການ.

ສຳລັບກິດຈະກໍາ Health Ticket ຫຼື Squat 20 ຄັ້ງແລກປີ້ລົດເມຟຣີ 1 ໃບຂອງໂຣມາເນຍແມ່ນໄດ້ຈັດຂຶ້ນມາຫຼາຍກວ່າ 100 ມື້ແລ້ວ ເຊິ່ງປັດຈຸບັນນີ້ ປີ້ດັ່ງກ່າວແມ່ນຖືກຂາຍໄປແລ້ວກວ່າ 55,772 ໃບ ແລະຄົນໃນເມືອງເອງກໍໄດ້ອອກກໍາລັງກາຍພ້ອມກັບເຜົາຜານພະລັງງານໄປຫຼາຍກວ່າ 892,352 ແຄລໍຣີ່. ທັງນີ້ ຕົວແຄມເປນຈະຖືກຈັດໄປຮອດໄລຍະເດືອນກຸມພາ 2023 ແລະ ໃຜທີ່ໄດ້ໄປທ່ຽວປະເທດໂຣມາເນຍກໍຢ່າລືມໄປຮ່ວມກິດຈະກໍາເພື່ອແລກກັບປີ້ລົດເມເດີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/