ທ່ານພັນຄຳຍອມຮັບ! ນ້ຳມັນເຊື້ອໄຟ 700 ລ້ານລິດຕໍ່ປີທີ່ບໍ່ແຈ້ງເສຍພາສີ ຍ້ອນການບໍລິຫານລັດຖະບານບໍ່ຮັດກຸມ ແລະ ອ່ອນແອ


ການນຳເຂົ້ານ້ຳມັນເຊື້ອໄຟ ຕາມການລາຍງານຂອງພາກສ່ວນທີ່ກ່ຽວຂ້ອງຄົ້ນພົບວ່າທົ່ວປະເທດ ມີການນຳເຂົ້າປະມານ 1,200 ລ້ານລິດຕໍ່ປີ, ແຕ່ແຜນການກວດສອບຕົວຈິງໂດຍການເກັບກຳຂໍ້ມູນ ຈາກປະເທດທີ່ລາວເຮົາໄດ້ນຳເຂົ້າ ຈາກປະເທດຫວຽດນາມ ແລະ ປະເທດໄທ ຫຼື ຜ່ານປະເທດດັ່ງກ່າວ ພົບວ່າມີຈຳນວນ 1,900 ລ້ານລິດຕໍ່ປີ, ໝາຍຄວາມວ່າ 700 ລ້ານລິດນັ້ນ ສາມາດເວົ້າໄດ້ວ່າແມ່ນການລັກລອບນຳເຂົ້າ ຍ້ອນວ່າບໍ່ໄດ້ເສຍພາສີອາກອນ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ທີ່ຜ່ານມານີ້.

ໂດຍທ່ານນາຍົກໄດ້ກ່າວວ່າ: “ນໍ້າມັນເຊື້ອໄຟ 700 ລ້ານລິດ ທີ່ບໍ່ມີການລາຍງານຕົວເລກໃຫ້ລັດຖະບານຮັບຮູ້ນັ້ນ ກໍໝາຍຄວາມວ່າມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງລັດຈຳນວນໜຶ່ງໄດ້ຮ່ວມກັບບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ສວຍໂອກາດຫາຜົນປະໂຫຍດໃສ່ຕົນເອງ ບໍ່ໄດ້ຄິດເຖິງຜົນເສຍຫາຍທີ່ຈະສົ່ງຜົນກະທົບໃຫ້ປະເທດ ແຕ່ສິ່ງທີ່ເກີດຂຶ້ນນັ້ນແມ່ນເກີດຂຶ້ນຈາກການບໍລິຫານຂອງລັດຖະບານທີ່ບໍ່ຮັດກຸມ ແລະ ອ່ອນແອ, ດັ່ງນັ້ນ ຈະໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ ໂດຍສະເພາະບັນດາບໍລິສັດທີ່ຖືຮຸ້ນ 100% ເຊິ່ງຈະບໍ່ມີການປັບປຸງ ແຕ່ຈະເປັນການປະຕິຮູບ”.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/