ສາລະຄະດີ ຂອງ Paul Pogba “The Pogmentary” ໄດ້ຮັບຄະແນນຈາກເວັບ IMDB ພຽງແຕ່ 1 ຄະແນນ ຈາກ 10 ຄະແນນເຕັມ


ໃນໄລຍະ 1 ອາທິດທີ່ຜ່ານມາ “The Pogmentary” ສາລະຄະດີຊີວິດສ່ວນຕົວຂອງ ປັອກບາ ກອງກາງ ທີມຊາດ ຝຣັ່ງ ທີ່ກຳລັງເປັນປະເດັນກັບແຟນໆ ແມນຢູ ຢູ່ໃນຕອນນີ້ ໄດ້ປ່ອຍອອກມາຢ່າງເປັນທາງການໃນ Amazon Prime ໂດຍເນື້ອຫາແມ່ນເນັ້ນໃຫ້ເຫັນເບື້ອງຫຼັງຂອງຊີວິດ ນັກເຕະຄົນນີ້ ເຊິ່ງຫຼັງອອກສາຍກໍໄດ້ຮັບສຽງວິພາກວິຈານໄປໃນຫຼາຍໆທາງ.

ໜຶ່ງໃນປະເດັນທີ່ກາຍເປັນທີ່ເວົ້າເຖິງຫຼາຍທີ່ສຸດໃນສາລະຄະດີເລື່ອງນີ້ ກໍຄົງຈະແມ່ນ ເລື່ອງທີ່ ປັອກບາ ກ່າວເຖິງ ແມນເຊັສເຕີ້ ຢູໄນເຕັດໃນບາງຕອນວ່າ: “ຄວາມຄິດຂອງຂ້ອຍຄື ສະແດງໃຫ້ ແມນເຊັສເຕີ້ ຢູໃນເຕັດ ເຫັນວ່າ ພວກເຂົາຄິດຜິດທີ່ລັງເລທີ່ຈະຂະຫຍາຍສັນຍາໃໝ່ກັບຂ້ອຍ ແລະ ສະແດງໃຫ້ສະໂມສອນອື່ນໆ ເຫັນວ່າ ແມນເຊັສເຕີ້ ຢູໄນເຕັດ ຜິດພາດທີ່ບໍ່ຍື່ນສັນຍາໃໝ່ໃຫ້ກັບຂ້ອຍ”.

ນີ້ອາດຈະເປັນເຫດຜົນທີ່ເຮັດໃຫ້ ສາລະຄະດີເລື່ອງນີ້ ໄດ້ຮັບຄະແນນຈາກເວັບ IMDB ເຊິ່ງເປັນເວັບທີ່ບັນດານັກວິຈານ ລວມເຖິງແຟນໆຮູບເງົາທົ່ວໂລກສາມາດເຂົ້າມາສະແດງຄວາມຄິດເຫັນ ໄປພຽງ 1 ຈາກເຕັມ 10 ຄະແນນ ເຊິ່ງຖືວ່າໜ້ອຍທີ່ສຸດ ໃນປັດຈຸບັນ.

ຄວາມຄິດເຫັນຂອງແຟນໆບາງສ່ວນກໍບໍ່ໄດ້ເບິ່ງພຽງ ປະເດັນທີ່ຂັດແຍ້ງກັບສະໂມສອນພຽງຢ່າງດຽວ ແຕ່ໃນປະເດັນຂອງການເລົ່າເລື່ອງ ຂອງສາລະຄະດີນີ້ ກໍມີບັນຫາເຊັ່ນດຽວກັນ ເພາະແຟນໆຫຼາຍຄົນກໍເບິ່ງວ່າ ການເລົ່າເລື່ອງຍັງຂາດຄວາມຕໍ່ເນື່ອງ ແລະ ຂາດຈຸດສົນໃຈ.

ສຳລັບຄົນທີ່ຢາກເບິ່ງ ສາລະຄະດີ ເລື່ອງນີ້ກໍສາມາດຮັບຊົມໄດ້ທາງ Amazon Prime

         ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/