ທະນາຄານການຄ້າຢູ່ໃນກຸ່ມທີ່ລັດຖະບານຈະຂາຍຮຸ້ນອອກ


ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ລາຍງານຄວາມຄືບໜ້າການປະຕິຮູບລັດວິສາຫະກິດໄລຍະຜ່ານມາ ແລະ ທິດທາງການປະຕິຮູບລັດວິສາຫະກິດແຕ່ປັດຈຸບັນຮອດທ້າຍປີ 2022 ໃນກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 9:

ໄລຍະຜ່ານມາລັດວິສາຫະກິດໄດ້ປະກອບສ່ວນສຳຄັນໃນການພັດທະນາເສດຖະກິດສັງຄົມແຫ່ງຊາດ ເປັນຕົ້ນແມ່ນບັນດາໂຄງການລົງທຶນພື້ນຖານໂຄ່ງລ່າງໃນເຂດຕົວເມືອງ ແລະ ຊົນນະບົດເຊັ່ນ: ປີ 2020 ສາມາດຂະຫຍາຍຕາໜ່າງໄຟຟ້າກວມເອົາ 89% ໃນຂອບເຂດທົ່ວປະເທດ, ຂະຫຍາຍນ້ຳປະປາກວມເອົາ 72% ຂອງປະຊາກອນໃນບັນດາຕົວເມືອງ, ສະໜອງເງິນກູ້ໃຫ້ແກ່ສັງຄົມກວມ 50% ຂອງທົ່ວລະບົບທະນາຄານ, ຂະຫຍາຍຕາໜ່າງຄົມມະນາຄົມຂົນສົ່ງການສື່ສານ, ປະກອບສ່ວນພັນທະຕ່າງໆຂອງງົບປະມານແຫ່ງລັດ ແລະ ສະໜອງຜະລິດຕະພັນສິນຄ້າຈຳນວນໜຶ່ງໃຫ້ແກ່ສັງຄົມ ເຊັ່ນ: ອຸປະກອນກໍ່ສ້າງ, ຜະລິດຕະພັນຢາ, ເຄື່ອງດື່ມ, ອຸປະກອນການແພດຕ່າງໆ.

ການປະເມີນຜົນວິສາຫະກິດການລົງທຶນ ເຊິ່ງມີທັງໝົດ 178 ຫົວໜ່ວຍ ກະຊວງການເງິນກໍໄດ້ດຳເນີນການປະເມີນຜົນຄວາມສາມາດທາງດ້ານການເງິນເປັນຕົວຊີ້ວັດ ລວມ 3 ປີ 2016-2018 ໃນຈຳນວນ 71 ບໍລິສັດ ເນື່ອງຈາກຕົວເລກ 2019-2021 ແມ່ນໄລຍະການລະບາດໂຄວິດ ທາງກະຊວງການເງິນບໍ່ທັນສາມາດປະເມີນໄດ້ ເລີຍເອົາຕົວເລກ 3 ປີຜ່ານມານີ້ ມາເປັນຕົວຢ່າງ ແລ້ວນຳມາຈັດລຳດັບປະສິດທິພາບທາງດ້ານການເງິນ ເຊິ່ງມີ 3 ປະເພດ, ປະເພດ A ແມ່ນທຸລະກິດທີ່ມີປະສິດທິຜົນດີຈຳນວນ 12​ ຫົວໜ່ວຍ, ປະເພດ B ແມ່ນປະສິດທິຜົນປານກາງມີຈຳນວນ 17 ຫົວໜ່ວຍ ແລະ ປະເພດ C ແມ່ນຫົວໜ່ວຍທຸລະກິດ ທີ່ບໍ່ມີປະສິດທິຜົນ.

ຕີລາຄາການປະເມີນຜົນຂອງລັດວິສາຫະກິດການລົງທຶນຈຳນວນ 41 ຫົວໜ່ວຍ ມີດັ່ງນີ້: ວິສາຫະກິດທີີ່ນັກລົງທຶນ 100% ຜົນການປະເມີນຊີ້ວັດເຫັນໄດ້ວ່າ ແມ່ນເປັນທຸລະກິດທີ່ມີຄວາມອ່ອນແອມີຄວາມສ່ຽງໃນຕໍ່ໜ້າ, ສຳລັບວິສາຫະກິດປະສົມເຫັນໄດ້ວ່າຖືຮຸ້ນນັບແຕ່ 50% ເຖິງ 99% ຜົນການປະເມີນຊີ້ວັດສັງເກດເຫັນວ່າ ແມ່ນທຸລະກິດທີ່ມີປະສິດທິຜົນດີພໍສົມຄວນ, ວິສາຫະກິດປະສົມທີ່ລັດຖືຮຸ້ນ 49% ລົງມາ ຜ່ານການສັງລວມຊີ້ວັດຕີລາຄາເຫັນວ່າ ປະສິດທິຜົນດີແຕ່ລາຍຈ່າຍຍັງຕ້ອງໄດ້ປະເມີນມີການພິຈາລະນາຄືນ ແລະ ທົບທວນຄືນ ເພື່ອຮັບປະກັນປະສິດທິຜົນຂອງການດຳເນີນທຸລະກິດໃນໄລຍະຍາວ.

ທິດນຳ ແລະ ທິດທາງການປະຕິຮູບລັດວິສາຫະກິດ ອີງຕາມມະຕິຂອງກົມການເມືອງ ວ່າດ້ວຍການຮັບຮອງແຜນຈັດຕັ້ງປະຕິບັດຕົວຈິງກ່ຽວກັບການປະຕິຮູບລັດວິສາຫະກິດ ໄລຍະ 5 ປີ 2021-2025 ກ່ຽວກັບການປັບປຸງສ້າງລັດວິສາຫະກິດໂຄງສ້າງບຸກຄາລາກອນ.

ກ.ທິດນຳ ແລະ ທິດທາງກ່ຽວກັບການປັບປຸງໂຄງສ້າງລັດວິສາຫະກິດ

1.ວິສາຫະກິດທີ່ປະຕິບັດໜ້າທີ່ ຫຼື ເປົ້າໝາຍຍຸດທະສາດທາງດ້ານການເມືອງ-ປ້ອງກັນຊາດປ້ອງກັນຄວາມສະຫງົບ ລວມມີລັດວິສາຫະກິດທີ່ຜະລິດ ແລະ ສ້ອມແປງ ສາຍສົ່ງໄຟຟ້າຫ່ງຊາດ, ລະບົບໂທລະຄົມມະນາຄົມ, ວິສາຫະກິດທີ່ຄຸ້ມຄອງຈັດສັນ ແລະ ຊັບພະຍາກອນການຂຸດຄົ້ນ-ປຸງແຕ່ງ ບາງປະເພດ ເຊິ່ງເປັນຊັບສິນລວມຂອງບໍ່ແຮ່ແຫ່ງຊາດ, ລັດວິສາຫະກິດທີ່ໄດ້ຮັບມອບໝາຍໂດຍສະເພາະຢູ່ໃນເຂດພື້ນທີ່ ທີ່ໄດ້ຮັບໝາຍໃນເຂດຍຸດທະສາດ. ການປະຕິຮູບ ແລະ ກໍ່ສ້າງລັດວິສາຫະກິດເຫຼົ່ານີ້ໄປຕາມທິດທາງລັດຜູກຂາດ ຮັກສາລັດວິສາຫະກິດລັດຖືຮຸ້ນ 100%.

2.ສໍາລັັບຂະແໜງພາກສ່ວນເສດຖະກິດທີ່ຢາກເຮັດ ແຕ່ບໍ່ມີຄວາມສາມາດເຮັດ ແຕ່ມີຄວາມຈຳເປັນສຳລັບການປະຕິບັດເປົ້າໝາຍຍຸດທະສາດທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ຍັງຈະໄດ້ປະຕິຮູບໄປຕາມທິດຮ່ວມທຶນ ໂດຍແມ່ນລັດຖືຮຸ້ນເປັນສ່ວນໃຫຍ່ ກໍຄືກັບເງື່ອນໄຂລະດັບຄວາມສຳຄັນຂອງແຕ່ລະວິສາຫະກິດ.

3.ວິສາຫະກິດທີ່ປະຕິບັດໜ້າທີ່ ຫຼື ເປົ້າໝາຍຍຸດທະສາດ ເສດຖະກິດ-ສັງຄົມ ລວມມີລັດວິສາຫະກິດຂະແໜງການຄຸ້ມຄອງເສດຖະກິດມະຫາພາກ ແລະ ຜູ້ຊຸກຍູ້ການສົ່ງເສີມການເຕີບໂຕເຊັ່ນ: ວິສາຫະກິດຜະລິດ ແລະ ຕິດຕັ້ງໄຟຟ້າ, ການຂົນສົ່ງໂດຍສານ, ການເກັບຖ່າຍສິນຄ້າ, ທະນາຄານຫວຍພັດທະນາ, ນ້ຳປະປາ, ການຄຸ້ມຄອງ ແລະ ກະຈາຍຄືນ, ການຄຸ້ມຄອງສະໜາມບິນ, ສະຖານີຂົນສົ່ງ ແລະ ສ້ອມແປງ, ບໍລິການດ້ານເຕັກນິກ, ຄົມມະນາຄົມຂະໜາດໃຫຍ່ ການຄຸ້ມຄອງປ່າໄມ້ ແລະ ແຫຼ່ງນ້ຳ, ການກຳຈັດສິ່ງເສດເຫຼືອ. ວິສາຫະກິດເຫຼົ່ານີ້ລັດສາມາດດຳເນີນໄດ້ 100% ຫຼື ສ້າງຕັ້ງເປັນລັດວິສາຫະກິດປະສົມ ຕາມແບບກົນໄກເສດຖະກິດຕະຫຼາດ.

4.ສ້າງນິຕິກໍາ ແລະ ກົນໄກການເຄື່ອນໄຫວຂອງລັດວິສາຫະກິດໄປຕາມທິດກົນໄກເສດຖະກິດຕະຫຼາດ ບໍລິຫານຈັດການທີ່ທັນສະໄໝ, ໂປ່ງໃສ ແລະ ມີປະສິດທິຜົນ.​

ຂ. ວິທີປະຕິຮູບລັດວິສາຫະກິດ ໃນແຕ່ລະປະເພດ:

1. ລັດວິສາຫະກິດຍຸດທະສາດທີ່ລັດຈໍາເປັນຕ້ອງຖືຮຸ້ນ 100% ຫຼື ຮັກສາຖືຮຸ້ນໃນອັດຕາສ່ວນໃຫຍ່ນັ້ນ ຈະດຳເນີນໂຄງສ້າງລັດວິສາຫະກິດ, ໂຄງສ້າງທາງດ້ານການເງິນ ,​ຊັບສິນໜີ້ສິນ, ຜູ້ບໍລິຫານ, ສ້າງບຸກຄະລາກອນທຸກດ້ານ ເພື່ອເຮັດໃຫ້ວິສາຫະກິດດຳເນີນທຸລະກິດຢ່າງມີປະສິດທິຜົນ.

2.ລັດວິສາຫະກິດທີ່ບໍ່ເປັນຍຸດທະສາດ ໂດຍລັດບໍ່ຈໍາເປັນຕ້ອງສືບຕໍ່ຖືຮຸ້ນອັດຕາສ່ວນໃຫຍ່ ຈະໄດ້ຄົ້ນຄວ້າປັບວິສາຫະກິດ ໂດຍດຳເນີນການຂາຍຮຸ້ນພາກສ່ວນອອກ ໂດຍເລືອກເອົາພາກສ່ວນເສດຖະກິດອື່ນທີ່ມີປະສົບການດ້ານການບໍລິຫານ ເພື່ອຍາດແຍ່ງທຶນຮອນເທັກໂນໂລຍີ ເພີ່ມຄວາມສາມາດໃນການແຂ່ງຂັນໃນຫົວໜ່ວຍທຸລະກິດດັ່ງກ່າວ.

3.ລັດວິສາຫະກິດໄດ້ເຄື່ອນໄຫວບໍ່ມີປະສິດທິພົນ ລັດວິສາຫະກິດຈໍາເປັນຕ້ອງຫັນສູ່ການອື່ນ ໂດຍການປະມວນຊັບສິນຄືນໃໝ່ທັງໝົດວ່າຈ້າງວ່າທີ່ປຶກສາທາງດ້ານການເງິນທີ່ໜ້າເຊື່ອຖື ເພື່ອເປັນເຄື່ອງມືໃຫ້ແກ່ຄະນະປະຕິຮູບ ຕົກລົງແຕ່ລະປັນຫາ.

4.ລັດວິສາຫະກິດ ທີ່ເຄື່ອນໄຫວບໍມີປະສິດທິຜົນ ແລະ ບໍ່ຈໍາເປັນຈະມີລັດວິສາຫະກິດດັ່ງກ່າວອີກ ໃຫ້ດຳເນີນການຍົກເລີກຕາມກົດໝາຍ ແລະ ລະບຽບການ.

ຂໍ້ມູນຈາກ: https://cutt.ly/lKW9uFS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/