ປະເທດແຄນາດາຄົ້ນພົບຊາກລູກຊ້າງ Mammoth ທີ່ມີຄວາມສົມບູນແບບຕັ້ງແຕ່ຫາງຈົນຮອດປາຍງວງ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ໃນວັນທີ 21 ມິຖຸນາທີ່ຜ່ານມາ ຄົນຂຸດແຮ່ຄຳໄດ້ຄົ້ນພົບຊາກມຳມີລູກຊ້າງ Mammoth ທີ່ຢູ່ໃນສະພາບສົມບູນຕັ້ງແຕ່ຫາງຈົນຮອດປາຍງວງໂດຍເບິ່ງໄດ້ຈາກງວງທີ່ມີຮູບຮ່າງສົມບູນແບບ ເຊິ່ງຖືໄດ້ວ່າເປັນການຄົ້ນພົບທີ່ສຳຄັນ.

ໂດຍການຄົ້ນພົບໃນຄັ້ງນີ້ແມ່ນພົບຢູ່ທີ່ ດິນແດນອັນໜາວເຢັນມີຊື່ວ່າ Yukon, ປະເທດແຄນາດາ ແລະ ຊາກລູກ Mammoth ດັ່ງກ່າວແມ່ນ Mammoth ສາຍພັນຂົນຍາວ (Woolly Mammoth) ເພດແມ່ ທີ່ຢູ່ໃນສະພາບດີ ມີທັງຜິວໜັງ ແລະ ຂົນ ເຊິ່ງຖືກໄດ້ວ່າຫາຍາກ ແລະເປັນໜຶ່ງໃນຊາກ Mammoth ທີ່ມີສະພາບດີທີ່ສຸດໃນທະວີບອາເມຣິກາເໜືອ. ເພາະຕາມປົກກະຕິແລ້ວ ຊາກ Mammoth ທີ່ມີຄວາມສົມບູນແບບນີ້ ແມ່ນມັກຈະຄົ້ນພົບທີ່ບໍວິເວນໄຊບີເຣຍເປັນຫຼັກ.

ຈາກການກວດສອບເບື້ອງຕົ້ນ ພົບວ່າຊາກ Mammoth ໂຕນີ້ເສຍຊີວິດແລະຖືກແຊ່ແຂງໃນຊັ້ນດິນ ໃນໄລຍະຂອງຍຸກນ້ຳແຂງເມື່ອປະມານ 30,000 ປີກ່ອນ ເຊິ່ງມັນມີຂະໜາດຄວາມຍາວຂອງລຳຕົວຢູ່ທີ່ 1.40 ແມັດ ແລະ ຄາດວ່າກ່ອນທີ່ມັນຈະຕາຍມັນມີອາຍຸປະມານ 1 ເດືອນເທົ່ານັ້ນ.

ທາງດ້ານ Grant Zazula ເຊິ່ງເປັນຜູ້ຊ່ຽວຊານດ້ານການສຶກສາຊາກດຶກດຳບັນຈາກລັດຖະບານທ້ອງຖິ່ນຂອງແຄນາດາ ກໍໄດ້ລະບຸເຖິງຄວາມສົມບູນຂອງຊາກ Mammont ໂຕນີ້ວ່າ:

“ມັນມີຄວາມສົມບູນແບບຕັ້ງແຕ່ຫາງ ຈົນຮອດປາຍງວງ ມີເປືອກຕາ, ຫູ ແລະ ຕີນນ້ອຍໆ ໃຫ້ເຫັນໄດ້ຄົບ”

ແລະ Grant ກໍລະບຸອີກວ່າ ການຄົ້ນພົບຄັ້ງນີ້ ຕະຫຼອດຊີວິດຂອງລາວແມ່ນຄືຈະໄດ້ພົບພຽງຄັ້ງດຽວ.

ໂດຍປັດຈຸບັນ ຊາກ Mammoth ດັ່ງກ່າວຖືກເຄື່ອນຍ້າຍອອກຈາກໜ້າຜາບ່ອນທີ່ຄົ້ນພົບມັນ ແລະ ນຳມັນໄປແຊ່ແຂງຕໍ່ເພື່ອເກັບຮັກສາໄວ້ ພາຍໃຕ້ການເບິ່ງແຍງດູແລຂອງລັດຖະບານ Tr’ondëk Hwëch ແລະ ມັນຖືກຕັ້ງຊື່ວ່າ “Nun cho ga” ເຊິ່ງເປັນພາສາທ້ອງຖິ່ນທີ່ຄົ້ນພົບມັນ ມີຄວາມໝາຍວ່າ “ລູກສັດໂຕໃຫຍ່”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/