Harmony Horizon Bridge ເຊິ່ງເປັນຂົວເຊື່ອມຕໍ່ກັບ Blockchain ຖືກແຮັກສູນເສຍຫຼາຍກວ່າ 100 ລ້ານໂດລາ


ໄລຍະນີ້ຂ່າວເສຍໆຫາຍໆ ກ່ຽວກັບວົງການ Crypto ແມ່ນມີອອກມາເປັນລາຍເດືອນເລີຍກໍວ່າໄດ້ ເພາະຫຼ້າສຸດ ຫຼາຍສຳນັກຂ່າວຈາກຕ່າງປະເທດລາຍງານວ່າ The Horizon Bridge ເຊິ່ງເປັນຂົວທີ່ເຊື່ອມຕໍ່ກັບ Blockchain ຫຼືວ່າ Blockchain Bridge ຂອງ Harmony ຖືກແຮັກເອົາຫຼຽນ Altcoin ໄປສ້າງຄວາມເສຍຫາຍລວມຫຼາຍກວ່າ 100 ລ້ານໂດລາ ຫຼືປະມານ 1,487,500 ລ້ານກີບ ແລະ ຫຼຽນທັງໝົດຖືກແປງເປັນ Ethereum (ETH) ໃນເວລາຕໍ່ມາ.

ເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 22 ມິຖຸນາ 2022 ທີ່ຜ່ານມາ ໂດຍນັກພັດທະນາຂອງ Harmony ຜູ້ໃຫ້ບໍລິການ The Horizon Bridge ໂພສຂໍ້ຄວາມລົງໃນ Twitter ວ່າ ມີການແຮັກເກີດຂຶ້ນໃນຕອນເຊົ້າ ແລະ ທາງທີມກຳລັງເຮັດວຽກຮ່ວມກັບໜ່ວຍງານລະດັບຊາດ ແລະ ຜູ້ຊ່ຽວຊານດ້ານການແພດ ເພື່ອລະບຸຕົວຜູ້ກະທຳຄວາມຜິດ ແລະ ເອີ້ນເງິນທີ່ຖືກລັກໄປກັບຄືນມາ.

The Horizon Bridge ເປັນຂົວທີ່ອຳນວຍຄວາມສະດວກໃນການໂອນຫຼຽນຕ່າງໆລະຫວ່າງ Harmony Blockchain, Ethereum, Binance Chain ແລະ Bitcoin ໂດຍ Harmony ປະກາດວ່າໄດ້ລະງັບການໃຫ້ບໍລິການ Bridge ທັງໝົດແລ້ວ ໃນວັນທີ 23 ມິຖຸນາ ທີ່ຜ່ານມາ.


ທາງ Harmony ຍັງໄດ້ຊີ້ແຈງເພີ່ມຕື່ມອີກວ່າ ການແຮັກຄັ້ງນີ້ບໍ່ໄດ້ສົ່ງຜົນກະທົບຕໍ່ຂົວຂອງ Bitcoin, ສ່ວນສິນຊັບ ແລະ ເງິນລົງທຶນໃນຫ້ອງຮັກສາຄວາມປອດໄພແບບກະຈາຍສູນຍັງປອດໄພດີໃນເວລານີ້.

ຂົວ Blockchain ມີຄວາມສໍາຄັນຫຼາຍໃນໂລກ Crypto ແລະ ພື້ນທີ່ DeFi ໂດຍເຮັດໜ້າທີ່ອະນຸຍາດໃຫ້ຜູ້ໃຊ້ ຫຼື ຜູ້ຖືຫຼຽນ ສົ່ງສະກຸນເງິນດິຈິຕອນຈາກເຄືອຂ່າຍໜຶ່ງ ໄປຫາອີກເຄືອຂ່າຍໜຶ່ງ, ຕົວຢ່າງເຊັ່ນ: ຜູ້ຖື Bitcoin ທີ່ຕ້ອງການຍ້າຍຊັບສິນໄປກະເປົາ Ethereum ເຊິ່ງຈະບໍ່ສາມາດເຮັດໄດ້ ຖ້າບໍ່ມີ Blockchain Bridge  ເປັນຕົວກາງ ເນື່ອງຈາກຄວາມບໍ່ເຂົ້າກັນໄດ້ນັ້ນເອງ.

ການແຮັກຄັ້ງນີ້ ເກີດຂຶ້ນຊໍ້າຮອຍກັບເທື່ອແລ້ວນີ້ ບໍ່ວ່າຈະເປັນການໂຈມຕີ ຂົວ Blockchain ຂອງ Ronin ເຊິ່ງສະໜັບສະໜູນເກມ Axie Infinity ທີ່ຕອນນັ້ນສ້າງຄວາມເສຍຫາຍຫຼາຍກວ່າ 600 ລ້ານໂດລາ ເມື່ອເດືອນມີນາທີ່ຜ່ານມາ ແລະ ການໂຈມຕີ Wormhole ເຊິ່ງເປັນຂົວທີ່ໄດ້ຮັບຄວາມນິຍົມອີກແຫ່ງໜຶ່ງ ທີ່ສ້າງຄວາມເສຍຫາຍໄປຫຼາຍກວ່າ 320 ລ້ານ ໂດລາ ເມື່ອເດືອນພຶດສະພາທີ່ຜ່ານມາ.

ການແຮັກຄັ້ງນີ້ ຍັງໄດ້ເພີ່ມກະແສຂ່າວດ້ານລົບຂອງ Crypto ໃນໄລຍະນີ້ອີກນຳ, ໂດຍເມື່ອບໍ່ດົນມານີ້ ບໍລິສັດຜູ້ໃຫ້ກູ້ຢືມ ສະກຸນເງິນດິຈິຕອນຢ່າງ Celsius ແລະ Babel Finance ປະກາດໂຈະການຖອນເງິນຊົ່ວຄາວ ຫຼັງຈາກມູນຄ່າຊັບສິນຂອງພວກເຂົາລົດລົງຢ່າງຫຼວງຫຼາຍ. ສົ່ງຜົນໃຫ້ເກີດວິກິດການສະພາບຄ່ອງໃນຕະຫຼາດ Crypto.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/