ການຮ່ວມມືກັນຂອງ ລາວ-ຫວຽດນາມ ນັບມື້ນັບຂະຫຍາຍຕົວແບບແໜ້ນແຟ້ນຂຶ້ນເລື້ອຍໆ


ຕະຫຼອດໄລຍະຜ່ານມາຈົນຮອດປັດຈຸບັນ ການພົວພັນຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ ໂດຍໄດ້ມີການພົວພັນຮ່ວມມືກັນໃນຫລາຍຂົງເຂດວຽກງານ ທີ່ກ່ຽວຂ້ອງກັບວຽກງານການຕ່າງປະເທດ ແລະ ໄດ້ມີຜົນສຳເລັດ ໃນຫຼາຍດ້ານເປັນຕົ້ນແມ່ນ ໄດ້ມີການເຊັນບົດບັນທຶກການພົວພັນຮ່ວມມືດ້ານຕ່າງໆຮ່ວມກັນ, ໄດ້ແລກປ່ຽນຄວາມຮູ້, ປະສົບການ, ແລກປ່ຽນທາງດ້ານວິຊາການ, ການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ການນຳຂັ້ນສູງ ຂອງສອງກະຊວງການຕ່າງປະເທດ ຢ່າງເປັນປົກກະຕິ.

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 27 ມິຖຸນາ 2022 ຜ່ານມານີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 2 ວັນສໍາຄັນປະຫວັດສາດ ລາວ-ຫວຽດນາມ ໂດຍໄດ້ຍົກໃຫ້ເຫັນການພົວພັນຮ່ວມມືອັນສະໜິດສະໜົມ ແລະ ແໜ້ນແຟ້ນ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ ໂດຍສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໄດ້ມີກົນໄກການຮ່ວມມືທີ່ຈະເເຈ້ງ ເເລະ ຍາວນານ, ທັງມີການຮັບຮອງເອົາແຜນການຮ່ວມມືປະຈຳປີ ເຊິ່ງຫຼ້າສຸດ ກໍໄດ້ມີການລົງນາມເເຜນປະຕິບັດງານ ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ເຊິ່ງໄດ້ກວມເອົາຫຼາຍຂົງເຂດ ເປັນຕົ້ນເເມ່ນການເເລກປ່ຽນຂໍ້ມູນຂ່າວສານ ເພື່ອຮັບປະກັນໃຫ້ມີທັດສະນະອັນດຽວກັນ ຕໍ່ບັນຫາຕ່າງໆທີ່ເກີດຂຶ້ນຢູ່ໃນພາກພື້ນ ເເລະ ສາກົນ ເຊິ່ງຕ້ອງໄດ້ມີການປະສານສົມທົບກັນ ເເລກປ່ຽນຂໍ້ມູນຂ່າວສານນຳກັນຕະຫຼອດ ເພື່ອໃຫ້ເຂົ້າໃຈບັນຫາ ເເລະ ຮັບປະກັນດ້ານທັດສະນະທີ່ວາງອອກນັ້ນ ສອດຄ່ອງກັບນະໂຍບາຍການຕ່າງປະເທດຂອງພັກ-ລັດສອງປະເທດ. ພ້ອມນັ້ນ, ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໄດ້ມີການຕົກລົງຮ່ວມມືກັນໃນການເເລກປ່ຽນບົດຮຽນ ປະສົບການໃນວຽກງານການຕ່າງປະເທດ; ຫວຽດນາມ ກໍໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອເຝິກອົບຮົມໃຫ້ເເກ່ ພະນັກງານ-ລັດຖະກອນ, ພະນັກງານນັກການທູດ ຂອງລາວ ບໍ່ວ່າຈະເປັນດ້ານທັກສະການເຈລະຈາ, ການຄົ້ນຄວ້າວິໄຈບັນຫາ, ການເເລກປ່ຽນ ຫລື ຖ່າຍທອດບົດຮຽນກ່ຽວກັບການເເປພາສາ ໃຫ້ເເກ່ພະນັກງານກະຊວງການຕ່າງປະເທດຂອງພວກເຮົາ.

ພ້ອມດຽວກັນນັ້ນ, ອັນສຳຄັນໃນຕໍ່ໜ້າທີ່ສອງກະຊວງກຳລັງສຸມໃສ່ປະຕິບັດ ເເມ່ນເເລກປ່ຽນບົດຮຽນກ່ຽວກັບການທູດເສດຖະກິດ ເນື່ອງຈາກການທູດເສດຖະກິດໃນປັດຈຸບັນນີ້ ເເມ່ນສອດຄ່ອງກັບສະພາບຄວາມເປັນຈິງ, ການປະຕິບັດນະໂຍບາຍການຕ່າງປະເທດຂອງລາວ ຕໍ່ໄປຈະເນັ້ນໃສ່ການທູດເສດຖະກິດເປັນຫຼັກ ເພື່ອຮັບປະກັນໃຫ້ປະເທດຊາດ ໄດ້ຮັບຜົນປະໂຫຍດທາງດ້ານເສດຖະກິດໃຫ້ຫຼາຍຂຶ້ນ ໃນການດຳເນີນນະໂຍບາຍການຕ່າງປະເທດ ກໍຄື ການປະຕິບັດການທູດເສດຖະກິດ. ມາຮອດປັດຈຸບັນ, ການຮ່ວມມືລະຫວ່າງສອງປະເທດ ລາວ-ຫວຽດນາມ ແມ່ນມີຢູ່ທຸກຂົງເຂດ, ສະເພາະການຮ່ວມມືໃນຂົງເຂດວັດທະນະທຳ-ສັງຄົມ ກໍມີຫຼາຍອັນ ລວມທັງການຮ່ວມມືໃນຂົງເຂດຂອງສື່ມວນຊົນ, ການສຶກສາ, ການສ້າງຊັບພະຍາກອນມະນຸດ ເຊິ່ງໃນປັດຈຸບັນ ຫວຽດນາມ ໄດ້ຮັບເອົາບັນດານັກສຶກສາລາວໄປຮຽນຢູ່ ສສ ຫວຽດນາມ ແມ່ນມີຈຳນວນຫຼາຍ, ຖ້ານັບຕັ້ງແຕ່ 10 ປີ ຜ່ານມາ ເຫັນວ່າມີຫລາຍກວ່າ 50,000 ຄົນ, ໃນຂະນະດຽວກັນ ກໍຍັງມີນັກຮຽນທີ່ກຳລັງສຶກສາຢູ່ ສສ ຫວຽດ ນາມ ປະມານ 14,000 ຄົນ.

ທ່ານ ສະເຫຼີມໄຊ ກົມມະສິດ ກ່າວອີກວ່າ: ເພື່ອສະເຫຼີມສະຫຼອງ ສອງວັນປະຫວັດສາດ ລາວ-ຫວຽດນາມ ໃຫ້ມີບັນຍາກາດອັນຟົດຟື້ນ ກະຊວງການຕ່າງປະເທດ ໄດ້ເປັນເຈົ້າການໃນການປະສານກັບຂະແໜງການກ່ຽວຂ້ອງ ເປັນຕົ້ນ ຫ້ອງວ່າການສູນກາງພັກ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນອື່ນໆ ເພື່ອກະກຽມໃຫ້ແກ່ການຈັດກິດຈະກຳທີ່ສຳຄັນ ແລະ ຍິ່ງໃຫຍ່ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 18 ກໍລະກົດ 2022 ຈະມາເຖິງນີ້. ພິທີສະເຫຼີມສະຫຼອງນີ້ຈະເປັນຍິ່ງໃຫຍ່ ຈະມີການນຳສູງສຸດຂອງພັກ-ລັດ ເຂົ້າຮ່ວມ, ສ່ວນເບື້ອງຫວຽດນາມ ແມ່ນການນຳຂັ້ນສູງສາຍພັກ-ລັດ ຈະມາຮ່ວມ, ທາງຝ່າຍລາວ ກໍຈະສົ່ງຄະນະຜູ້ແທນການນຳຂັ້ນສູງຂອງລາວ ໄປເຂົ້າຮ່ວມພິທີສະເຫຼີມສະຫຼອງລັກສະນະດຽວກັນຢູ່ຫວຽດນາມ ເຊິ່ງທັງສອງປະເທດ ຈະຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບພ້ອມກັນ ທັງຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ. ນອກຈາກນັ້ນ, ກະຊວງການຕ່າງປະເທດ ລາວ-ຫວຽດນາມ ກໍໄດ້ປະສານສົມທົບກັນ ເພື່ອຊຸກຍູ້ໃຫ້ຂະແໜງການກ່ຽວຂ້ອງປະຕິບັດຕາມແຜນການກິດຈະກຳຕ່າງໆ ແຕ່ນີ້ຈົນຮອດທ້າຍປີ; ສຳລັບພິທີເປີດ ແລະ ສະຫຼຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄັ້ງນີ້ ການນຳຂັ້ນສູງຂອງປະເທດລາວ ຈະໄດ້ເຂົ້າຮ່ວມພິທີເປີດຢູ່ ສສ. ຫວຽດນາມ. ຈາກນັ້ນ ໃນທ້າຍປີ 2022 ກໍຈະມີພິທີປິດຂອງກິດຈະຢູ່ ສປປ ລາວ ໂດຍຈະມີການນຳຂັ້ນສູງຂອງຫວຽດນາມ ມາຢ້ຽມຢາມລາວເຂົ້າຮ່ວມ ຢ່າງຟົດຟື້ນ ແລະ ມີຜົນສຳເລັດ.

ຂໍ້ມູນຈາກ: https://cutt.ly/KKNBqjp

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/