ມື້ນີ້ມື້ສຸດທ້າຍ! ຊົມການສະແດງກາຍະສິນຈາກຣັດເຊຍຟຣີ ທີ່ວຽງຈັນ

ຊວນຄອບຄົວ ແລະ ໝູ່ເພື່ອນ ໄປສຳຜັດການສະແດງກາຍະສິນລະດັບສາກົນ ພ້ອມສ້າງຄວາມຊົງຈຳດີໆໃນທ້າຍອາທິດ ໂດຍບໍ່ເສຍຄ່າເຂົ້າຊົມ.

ມື້ນີ້ ວັນເສົາ ທີ 28 ພະຈິກ 2026 ເປັນມື້ສຸດທ້າຍຂອງການສະແດງກາຍະສິນຈາກຣັດເຊຍ ຢູ່ທີ່ໂຮງກາຍະສິນແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍເປີດໃຫ້ປະຊາຊົນເຂົ້າຊົມໄດ້ຟຣີ.

ຕາມລາຍງານຂອງສຳນັກຂ່າວສານປະເທດລາວ (ຂປລ), ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເຊີນຊວນປະຊາຊົນທັງຊາວລາວ ແລະ ຊາວຕ່າງປະເທດ ເຂົ້າຮ່ວມຊົມການສະແດງກາຍະສິນຈາກຣັດເຊຍ ເຊິ່ງຈັດຂຶ້ນເປັນເວລາ 3 ວັນ ແຕ່ວັນທີ 26–28 ພະຈິກ 2026.

ສຳລັບການສະແດງຮອບສຸດທ້າຍໃນມື້ນີ້ ຈະເລີ່ມຂຶ້ນໃນເວລາ 18:00 ໂມງ ຢູ່ທີ່ໂຮງກາຍະສິນແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍຜູ້ທີ່ສົນໃຈສາມາດເຂົ້າຊົມໄດ້ໂດຍບໍ່ເສຍຄ່າ. ທັງນີ້, ຄວນເດີນທາງໄປກ່ອນເວລາເລີ່ມສະແດງ ເພື່ອຈັດຫາບ່ອນນັ່ງ.

ການສະແດງຄັ້ງນີ້ ນອກຈາກຈະເປັນໂອກາດໃຫ້ປະຊາຊົນລາວໄດ້ສຳຜັດກັບສິລະປະການສະແດງລະດັບສາກົນແລ້ວ ຍັງເປັນການສົ່ງເສີມການແລກປ່ຽນວັດທະນະທຳ, ເສີມສ້າງສາຍພົວພັນມິດຕະພາບ ແລະ ຄວາມເຂົ້າໃຈອັນດີລະຫວ່າງປະຊາຊົນລາວ ແລະ ຣັດເຊຍ.

ສຳລັບໃຜທີ່ກຳລັງຊອກຫາກິດຈະກຳໃນທ້າຍອາທິດ ຫຼື ຢາກພາລູກຫຼານໄປເປີດປະສົບການໃໝ່ໆ ການສະແດງກາຍະສິນຄັ້ງນີ້ຖືເປັນອີກໜຶ່ງກິດຈະກຳທີ່ບໍ່ຄວນພາດ.

#LaoX #ກາຍະສິນ #ກາຍະສິນຣັດເຊຍ #ລາວຣັດເຊຍ #ວຽງຈັນ #ເຂົ້າຊົມຟຣີ #ກິດຈະກຳທ້າຍອາທິດ #RussianCircus #Vientiane

Comments are disabled