FIFA ປະກາດໃຊ້ ເທັກໂນໂລຢີ ຈັບລໍ້າໜ້າແບບເຄິ່ງອັດຕະໂນມັດ ແບບບໍ່ຕ້ອງເບິ່ງ VAR ໃນການແຂ່ງຂັນບານໂລກ 2022 ທີ່ກາຕ້າ


ໃນໂລກປັດຈຸບັນ ເທັກໂນໂລຢີໃໝ່ໆ ແມ່ນຖືວ່າມີບົດບາດຫຼາຍໃນທຸກໆວົງການ ເຊັ່ນດຽວກັນກັບວົງການບານເຕະ ທີ່ມີຄວາມພະຍາຍາມນຳເທັກໂນໂລຢີເຂົ້າມາໝູນໃຊ້ໃນວົງການໃຫ້ເກີດປະໂຫຍດສູງສຸດ ນຳຕັ້ງແຕ່ການນຳເອົາ ເທັກໂນໂລຢີ Goal Line ແລະ VAR ເຂົ້າມາຊ່ວຍໃນການຕັດສິນ ເພື່ອເຮັດໃຫ້ການແຂ່ງຂັນມີຄວາມຍຸຕິທຳ ແລະ ໂປ່ງໃສຫຼາຍຂຶ້ນ.

ໃນໄລຍະ 1-2 ລະດູການທີ່ຜ່ານມານີ້ ເຮົາມັກຈະພົບເຫັນບັນຫາທີ່ມັກເກີດກັບເທັກໂນໂລຢີ VAR ຫຼື ວ່າ ການສາຍພາບຄືນເພື່ອຊ່ວຍໃນການຕັດສິນ ເຊັ່ນວ່າ ຈັງຫວະລໍ້າໜ້າ ທີ່ຫຼາຍເທື່ອມັກຈະຕັດສິນອອກມາຄ້ານສາຍຕາແຟນບານ ເພາະຢ່າງໃດກໍຕາມ ມັນກໍຂຶ້ນກັບການຕີເສັ້ນຂອງເຈົ້າໜ້າທີ່ VAR ຢູ່ດີ ແລະ ເຮົາມັກຈະໄດ້ຍິນຄຳວ່າ ຈັງຫວະນີ້ ຕີເສັ້ນໃຫ້ລໍ້າ ຫຼື ບໍ່ໃຫ້ລໍ້າກໍໄດ້ ຈົນກາຍເປັນທີ່ວິພາກວິຈານກັນຢ່າງກວ້າງຂວາງ.


ດັ່ງນັ້ນ ສະຫະພັນບານເຕະສາກົນ FIFA ຈຶ່ງໄດ້ພະຍາຍາມທົດລອງເທັກໂນໂລຢີທີ່ມີຊື່ວ່າ  Semi-automated offside technology (SAOT) ຫຼືວ່າການຈັບລໍ້າໜ້າແບບ ເຄິ່ງອັດຕະໂນມັດ ເພື່ອນຳມາແກ້ໄຂບັນຫາການຈັບລໍ້າໜ້າໂດຍສະເພາະ ເຊິ່ງຫຼ້າສຸດກໍໄດ້ຜ່ານການທົດສອບແລ້ວ ແລະ ຈະຖືກນຳມາໃຊ້ຢ່າງເປັນທາງການຄັ້ງທຳອິດໃນການແຂ່ງຂັນບານໂລກ 2022 ທີ່ປະເທດ ກາຕ້າ.

ການເຮັດວຽກຂອງ Semi-automated offside technology ຈະເປັນການສ້າງພາບຈຳລອງແບບ 3 ມິຕິໃນຈັງຫວະທີ່ໄດ້ປະຕູຂຶ້ນມາ ຈາກກ້ອງທັງໝົດ 12 ໜ່ວຍ ໂດຍຈະມີການຕິດເຊັນເຊີ້ ໄວ້ທີ່ໝາກບານ Adidas Al Rihla ໂດຍເຊັນເຊີ້ດັ່ງກ່າວຈະສົ່ງຂໍ້ມູນກັບມາສູນວິເຄາະ  500 ເທື່ອ/ວິນາທີ ແລະ ມັນຈະເຮັດວຽກປະສານກັບເຄື່ອງມືທີ່ຕິດຕາມຮ່າງກາຍຂອງນັກເຕະແຕ່ລະຄົນ ທັງໝົດ 29 ຈຸດ ເຊິ່ງຈະສົ່ງຂໍ້ມູນກັບມາ 50ເທື່ອ/ວິນາທີ.

ໂດຍມີການຄາດການກັນວ່າ ເທັກໂນໂລຢີ Semi-automated offside technology ນີ້ ຈະໃຊ້ເວລາຕັດສິນຈັງຫວະລໍ້າໜ້າພຽງແຕ່ 25-70 ວິນາທີເທົ່ານັ້ນ.

ປິແອລຸຍຈິ ຄໍລີນ້າ (Pierluigi Collina) ປະທານຄະນະຜູ້ຕັດສິນຂອງ FIFA ໄດ້ກ່າວເຖິງ ເທັກໂນໂລຢີນີ້ວ່າ: “Semi-automated offside technology ວ່ອງໄວ ແລະ ຖືກຕ້ອງຫຼາຍກວ່າ ລວມເຖິງຍັງສາມາດສື່ສານກັບແຟນບານໄດ້ດີກວ່າ ມັນຈະສ້າງພາບຮູບແບບໃໝ່ຂຶ້ນມາໃຫ້ແຟນບານໄດ້ເບິ່ງໄປພ້ອມໆກັນ ທັງຄົນເບິ່ງຢູ່ເຮືອນ ແລະ ເບິ່ງຢູ່ໃນສະໜາມ ການທົດສອບເທັກໂນໂລຢີດັ່ງກ່າວຜ່ານໄປດ້ວຍດີ ແລະ ມັນຈະຖືກໃຊ້ໃນບານໂລກ 2022 ນີ້”.

ສຳລັບການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ ຈະຈັດຂຶ້ນໃນປາຍປີນີ້ ລະຫວ່າງວັນທີ 21 ພະຈິກ ຫາ 18 ທັນວາ ໂດຍນັດທຳອິດຈະເປັນການພົບກັນລະຫວ່າງ ທີມຊາດ ເຊເນກັລ ພົບກັບ ທີມຊາດ ເນເທີແລນ ໃນວັນທີ 21 ພະຈິກ ເວລາ 13:00 ໂມງ ຕາມເວລາທ້ອງຖິ່ນ ຫຼື 17:00 ໂມງ ຕາມເວລາບ້ານເຮົາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/