ກອງທັບລັດຖະປະຫານຊູດານ ໃຊ້ກຳລັງປາບປາມປະຊາຊົນຜູ້ທີ່ອອກມາປະທ້ວງ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 9 ຄົນ


ໃນວັນທີ 1 ກໍລະກົດ 2022 ທີ່ຜ່ານມານີ້ ເວັບໄຊຕ່າງປະເທດໄດ້ລາຍງານວ່າ ປະຊາຊົນຊາວຊູດານຈຳນວນຫຼາຍພັນຄົນໄດ້ພາກັນອອກມາລວມຕົວປະທ້ວງໃຫຍ່ອີກຮອບ ໃນກຸງຄາທູມ (Khartoum) ເມືອງຫຼວງຂອງປະເທດ ເພື່ອຕໍ່ຕ້ານຄະນະລັດຖະປະຫານທີ່ໄດ້ບຸກຍຶດອໍານາດເມື່ອວັນທີ 25 ຕຸລາ 2021 ແລະການປະທ້ວງໃຫຍ່ໃນຄັ້ງນີ້ແມ່ນມີຂຶ້ນພຽງ 1 ມື້ຫຼັງຈາກທາງກອງທັບອອກປາບປາມການຊຸມນຸມ ເຊິ່ງນັ້ນເຮັດໃຫ້ມີຜູ້ເສຍຊີວິດເພີ່ມອີກ 9 ຄົນໃນລະຫວ່າງການປະທ້ວງ.

ທັງນີ້ ຜູ້ປະທ້ວງສ່ວນໃຫຍ່ແມ່ນໄດ້ພາກັນອອກມາຊຸມນຸມຕາມເສັ້ນຖະໜົນໃນຕົວເມືອງຫຼວງຂອງປະເທດ ແລະຜູ້ປະທ້ວງບາງສ່ວນກໍໄດ້ພາກັນໄປຮ່ວມຊຸມນຸມໃນຂະບວນແຫ່ລະນຶກເຖິງເຫຍື່ອຜູ້ເສຍຊີວິດລະຫວ່າງການປະທ້ວງແລະອີກສ່ວນໜຶ່ງກໍໄດ້ໄປຮ່ວມປະກອບພິທີທາງສາສະນາທີ່ມັດສະຍິດ(ສະຖານທີ່ປະກອບພິທີທາງສາສະໜາອິດສະລາມ) ໃນກຸງຄາຣ໌ທູມເພື່ອເປັນການລະນຶກເຖິງຜູ້ຈາກໄປ.

ລາຍງານລະບຸອີກວ່າລັດຖະບານແລະປະຊາຊົນລະຫວ່າງປະເທດຕ່າງກໍພາກັນອອກມາປະນາມຄວາມຮຸນແຮງການເມືອງໃນຊູດານ ແລະນັບຕັ້ງແຕ່ມີການປະທ້ວງເມື່ອປີທີ່ຜ່ານມາຈົນມາຮອດການປະທ້ວງໃນຄັ້ງນີ້ ປະຊາຊົນເສຍຊີວິດໃນລະຫວ່າງການປະທ້ວງຕ້ານລັດຖະປະຫານແລ້ວ 113 ຄົນ ໃນຈຳນວນນີ້ມີເດັກ 18 ຄົນ.

ທາງດ້ານເອກອັກຄະລັດຖະທູດສະຫະລັດອາເມຣິກາໃນຊູດານ ກໍໄດ້ອອກມາຖະແຫຼງການກ່ຽວກັບເຫດການນອງເລືອດຄັ້ງນີ້ ໂດຍລະບຸວ່າ ເຫດການປະທ້ວງນີ້ເປັນຄວາມສູນເສຍທີ່ໜ້າເສົ້າໃຈ ພ້ອມຮຽກຮ້ອງໃຫ້ທຸກຝ່າຍກັບເຂົ້າສູ່ການເຈລະຈາ ຢ່າງມີສັນຕິທີ່ຢູ່ເໜືອຄວາມຮຸນແຮງ.

ພ້ອມກັນນັ້ນຄະນະກໍາມາທິການການແພດແຫ່ງຊູດານເປີດເຜີຍວ່າ ກຸ່ມແພດທີ່ໄດ້ຕິດຕາມສະຖານະການການປະທ້ວງຢືນຢັນວ່າກອງກໍາລັງຄວາມໝັ້ນຄົງໄດ້ຍິງສັງຫານຜູ້ປະທ້ວງໄປ 9 ຄົນ ເຊິ່ງລວມໄປເຖິງເດັກນ້ອຍ ໃນລະຫວ່າງການປະທ້ວງ.

ໃນສ່ວນຂອງນັກເຄື່ອນໄຫວຮຽກຮ້ອງປະຊາທິປະໄຕຊູດານ ແລະກຸ່ມສອດສ່ອງຄວາມເຄື່ອນໄຫວການປະທ້ວງທາງອິນເຕີເນັດໄດ້ລະບຸວ່າ ລັດຖະບານໄດ້ພະຍາຍາມຕັດຊ່ອງທາງການສື່ສານອອນລາຍ ໃນມື້ທີ່ມີການປະທ້ວງໃຫຍ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/