Adidas ຕິດຕັ້ງເຊັນເຊີ ລົງໄປໃນໝາກບານ ທີ່ຈະໃຊ້ໃນ ບານໂລກ 2022 ເພື່ອຊ່ວຍກວດສອບຈັງຫວະລໍ້າໜ້າ ໃຫ້ໄດ້ໄວ ແລະ ຖືກຕ້ອງຫຼາຍຂຶ້ນ


ຫຼັງຈາກທີ່ Adidas ໄດ້ເປີດຕົວໝາກບານ Al Rihla ທີ່ຈະໃຊ້ໃນການແຂ່ງຂັນບານໂລກ 2022 ທີ່ປະເທດ ກາຕ້າ ໄປແລ້ວເມື່ອເດືອນມີນາທີ່ຜ່ານມາ. ຫຼ້າສຸດພວດເຂົາໄດ້ອອກມາອັບເດດເພີ່ມຕື່ມ ວ່າໝາກບານຮຸ່ນນີ້ ບໍ່ແມ່ໝາກບານທຳມະດາທົ່ວໄປ ແຕ່ວ່າໄດ້ມີການໃສ່ເທັກໂນໂລຢີໃໝ່ໆລົງໄປ ເຊິ່ງຈະຊ່ວຍຕິດຕາມໝາກບານ ເພື່ອໃຫ້ທີມ VAR ສາມາດຕັດສິນຈັງຫວະລໍ້າໜ້າໄດ້ໄວ ແລະ ມີຄວາມຖືກຕ້ອງຫຼາຍຂຶ້ນ.

Adidas ໄດ້ເປີດເຜີຍພາບດ້ານໃນຂອງໝາກບານຮຸ່ນນີ້ ເຊິ່ງມີຄວາມພິເສດຢູ່ທີ່ ທາງໃນຂອງໝາກບານມີການຕິດຕັ້ງເຊັນເຊີກວດຈັບການເຄື່ອນໄຫວຂອງໝາກບານ ເຊິ່ງທາງ Adidas ໄດ້ລະບຸວ່າ ດ້ານໃນຂອງໝາກບານຈະມີລະບົບທີ່ເອີ້ນວ່າ Suspension System ເຊິ່ງເປັນເຊັນເຊີທີ່ມີຄວາມຖືກຕ້ອງ ແລະ ເຊື່ອຖືໄດ້ຫຼາຍທີ່ສຸດ ເທົ່າທີ່ເຄີຍມີມາໃນວົງການບານເຕະ ແລະ ຍັງສາມາດບັນທຶກຂໍ້ມູນການໄດ້ຮັບແຮງກະແທກ ການສັ່ນສະເທືອນ ພ້ອມສົ່ງຂໍ້ມູນພວກນັ້ນມາ ໃຫ້ຜູ້ກວດສອບໄດ້ຫຼາຍເຖິງ 500 ເທື່ອຕໍ່ວິນາທີ.

ເທັກໂນໂລຢີນີ້ແມ່ນການຮ່ວມມືຂອງ Adidas, FIFA ແລະ Kinexon ຜູ້ນໍາດ້ານເທັກໂນໂລຢີເຊັນເຊີ ເຊິ່ງຈະຊ່ວຍໃຫ້ຜູ້ຕັດສິນໃນສະໜາມ ແລະ ທີມງານ VAR ສາມາດເຮັດວຽກໄດ້ສະດວກຫຼາຍຂຶ້ນ ໂດຍສະເພາະເມື່ອມີຈັງຫວະລໍ້າໜ້າ ໃນມຸມທີ່ຜູ້ຕັດສິນໃນສະໜາມບໍ່ສາມາດເບິ່ງເຫັນໄດ້ຢ່າງຊັດເຈນ. ທີມງານ VAR ສາມາດກວດສອບຈາກເຊັນເຊີຂອງໝາກບານທີ່ຖືກຕ້ອງສູງ ເພື່ອໃຫ້ໄດ້ການຕັດສິນໃຈທີ່ໄວຂຶ້ນກວ່າເກົ່າ.

ຢ່າງໃດກໍຕາມ ມີການເປີດເຜີຍວ່າ ພວກເຂົາໄດ້ທົດລອງໃຊ້ ໝາກບານທີ່ມີເຊັນເຊີຕົວນີ້ມາແລ້ວ ໃນການແຂ່ງຂັນລາຍການ FIFA Arab Cup ແລະ FIFA Club World Cup ເມື່ອປີ 2021 ທີ່ຜ່ານມາ ເຊິ່ງຜົນອອກມາກໍຖືວ່າເປັນໄປດ້ວຍດີຕາມຄາດ ຈົນເຮັດໃຫ້ທຸກຝ່າຍຕັດສິນໃຈທີ່ຈະນຳມາໃຊ້ໃນເກມການແຂ່ງຂັນລະດັບໂລກ ທີ່ຈະເກີດຂຶ້ນໃນວັນທີ 21 ພະຈິກ 2022 ທີ່ຈະມາຮອດນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/