Facebook ແລະ Instagram ເປີດໂຕຟີເຈີໃໝ່ ແຈ້ງເຕືອນເມື່ອມີຄົນແຄັບໜ້າຈໍບົດສົນທະນາ!


ໃນມື້ນີ້ (13 ພະຈິກ 2020) Facebook ໄດ້ເປີດຕົວຟີເຈີໃໝ່ “Vanish Mode” ເຊິ່ງເປັນໂໝດທີ່ຈະລົບຂໍ້ຄວາມໃນແຊັດແບບອັດຕະໂນມັດ ຫຼັງຈາກທີ່ຜູ່ໃຊ້ງານເຫັນຂໍ້ຄວາມ ແລະ ອອກຈາກແຊັດໃນ Messenger ແລະ Instagram direct.

ໂດຍການລົບຂໍ້ຄວາມອັດຕະໂນມັດ ຈະໃຊ້ໄດ້ທັງກັບຂໍ້ຄວາມຕົວອັກສອນ, ອິໂມຈິ, ຮູບພາບ, ພາບເຄື່ອນໄຫວ, ຂໍ້ຄວາມສຽງ ແລະ ສະຕິກເກີ້.

ທັງນີ້ ຟີເຈີ Vanish Mode ບໍ່ແມ່ນການຕັ້ງຄ່າຫຼັກ ເຊິ່ງຫາກຕ້ອງການໃຊ້ງານ ຜູ່ໃຊ້ຈະເປີດໂໝດນີ້ໄດ້ດ້ວຍການປັດຂຶ້ນໜ້າຈໍ ພາຍໃນຫ້ອງສົນທະນາຂອງແຕ່ລະຄົນ ຖ້າຫາກຜູ່ໃຊ້ງານປັດຂຶ້ນອີກເທື່ອໜຶ່ງ ກໍຈະກັບຄືນເຂົ້າສູ່ໂໝດປົກກະຕິ.

ນອກຈາກນີ້ ໃນຟີເຈີ Vanish Mode ຍັງມີລູກຫຼິ້ນທີ່ຈະແຈ້ງເຕືອນໄປຍັງຜູ່ໃຊ້ງານ ຫາກວ່າຖືກຄູ່ສົນທະນາແຄັບໜ້າຈໍ ຫຼື Screenshot ໃນບົດສົນທະນາໃນຫ້ອງແຊັດ.

ການເປີດໂຕຟີເຈີນີ້ຂອງ Facebook ເນື່ອງຈາກບໍລິສັດເລັງເຫັນວ່າ ປັດຈຸບັນຜູ່ໃຊ້ງານ ໂດຍສະເພາະກຸ່ມໄວນຸ່ມ ນິຍົມ ແລະ ມັກການສົນທະນາ ແລ້ວໂພສເນື້ອຫາແບບຫາຍໄປອັດຕະໂນມັດກັນຫຼາຍຂຶ້ນ, ລວມເຖິງເພື່ອຄວາມສະບາຍໃຈ ແລະ ຄວາມເປັນສ່ວນຕົວໃຫ້ກັບຜູ່ໃຊ້ງານສຳຫຼັບການສົນທະນາ.

ຢ່າງໃດກໍຕາມ Facebook ໄດ້ກ່າວວ່າ ບໍລິສັດຈະເກັບຂໍ້ມູນການສົນທະນາ ສຳຫຼັບການໃຊ້ Vanish Mode ໃນ Messenger ເປັນເວລາ 1 ຊົ່ວໂມງ ແລະ Instagram direct ເປັນເວລາ 14 ວັນ ຫຼັງຈາກຂໍ້ຄວາມສົນທະນາຫາຍໄປ ໃຫ້ກັບຜູ່ໃຊ້ງານໃນກໍລະນີສຸກເສີນ.

Facebook ໄດ້ກ່າວເພີ່ມຕື່ມວ່າ ຟີເຈີ Vanish Mode ຈະເປີດໂຕໃນວັນທີ 13 ພະຈິກ 2020 ນີ້ເທິງ Messenger ໃນອາເມຣິກາ, ແຄນນາດາ, ແມັກຊິໂກ, ເປຣູ ແລະ ບັງກະລາເທດ. ເທິງ Instagram ໃນໄວໆນີ້ ທີ່ແຄນນາດາ, ອາເຈນຕີນາ, ຊີລີ, ເປຣູ ແລະ ອີກສອງສາມປະເທດ ແລ້ວຈະຂະຫຍາຍໄປສູ່ປະເທດອື່ນໆໃນໄວໆນີ້ ທັງ Messenger ແລະ Instagram.

ທີ່ມາ: https://www.facebook.com/MarketThinkTH/posts/3424003361025364