ວິທີກັບໄປເບິ່ງໂພສ facebook ທີ່ຫຼົງກົດເລື່ອນຜ່ານ, ສຳຫຼັບ Web Browser ໃນມືຖື ແລະ PC


ເຄີຍບໍ່…? ເລື່ອນໜ້າ Feed Facebook ຢູ່ດີໆກໍພົບໂພສໜ້າຮັກໆແຕ່ຜັດຫຼົງກົດ Refresh…ເຊິ່ງບອກເລີຍວ່າອັນນີ້ພວກເຮົາເຄີຍພົບບັນຫານີ້ຢູ່ຕະຫຼອດ ເລີຍເກີດມີຄວາມຫງຸດຫງິດແລ້ວຫງຸດຫງິດອີກກໍເລີຍໄປຫາວິທີແກ້ໄຂຈົນພົບກັບວິທີແກ້ໄຂທີ່ໄດ້ຜົນແບບ 100% ວ່າແຕ່ວິທີນັ້ນຈະແມ່ນຫຍັງ? ຂັ້ນຕອນຊັບຊ້ອນຫຼາຍບໍ່? ສາມາດຫາຄຳຕອບໃນບົດຄວາມນີ້ໄດ້ເລີຍ…

ຕ້ອງບອກວ່າເລື່ອງຫຼົງກົດຜ່ານໂພສ Facebook ທີ່ເຮົາມັກນັ້ນເປັນເລື່ອງທີ່ເກີດຂຶ້ນກັບທຸກຄົນແທ້ໆ ເພາະບາງເທື່ອເຮົາກໍຫຼົງກົດປຸ່ມ Back ເຮັດໃຫ້ app facebook ມັນ refresh ຕົວເອງອັດຕະໂນມັດ ຫຼື ບາງເທື່ອເຫັນແບບບໍ່ທັນສັງເກດແຕ່ພໍຮູ້ໂຕອີກເທື່ອກໍປິດ app ໄປແລ້ວ ແຕ່ພໍກັບມາຄົ້ນຫາໂພສນັ້ນອີກຮອບກໍຫາບໍ່ເຫັນ.

ວິທີກັບໄປເບິ່ງໂພສ Facebook ທີ່ຫຼົງກົດເລື່ອນຜ່ານ (ສຳຫຼັບເທິງ PC)

ໂດຍວິທີການຍ້ອນກັບໄປເບິ່ງໂພສຂອງ Facebook ທີ່ເຮົາຫຼົງກົດເລື່ອນຜ່ານໄປງ່າຍໆພຽງແຕ່ເຂົ້າໄປທີ່ www.facebook.com/seen (ກົດໄປທີ່ລິ້ງໄດ້ເລີຍ) ພຽງເທົ່ານີ້ທາງ Algorithm ຂອງ Facebook ກໍຈະຮວບຮວມໂພສເກົ່າໆທີ່ເຮົາເຄີຍເລື່ອນຜ່ານມາໃຫ້ໝົດ.

ວິທີກັບໄປເບິ່ງໂພສ Facebook ທີ່ຫຼົງເລື່ອນຜ່ານ ( ສຳຫຼັບມືຖື )

ແນ່ນອນວ່າບາງທີເຮົາບໍ່ໄດ້ຢູ່ໜ້າຈໍຄອມການໃຊ້ງານ www.facebook.com/seen ນັ້ນຈະສາມາດໃຊ້ໄດ້ສະເພາະເທິງ PC ເທົ່ານັ້ນແຕ່ບໍ່ຕ້ອງຫ່ວງເພາະແທ້ໆແລ້ວ Features ນີ້ກໍສາມາດເອີ້ນໃຊ້ງານເທິງ Smart Phone ໄດ້ຄືກັນແຕ່ອາດຈະມີຫຼາຍຂັ້ນຕອນເພິ່ມມາອີກໜ້ອຍໜຶ່ງຄື:

  • ເຂົ້າ App Browser
  • ປ່ຽນເປັນ Desktop Site
  • ພິມວ່າ www.facebook.com/seen
  • ເທົ່ານີ້ກໍຮຽບຮ້ອຍແລ້ວເຂົ້າສູ່ຊ່ວງຫາໂພສ Facebook ທີ່ເລື່ອນຜ່ານ

ເທົ່ານີ້ກໍໝົດບັນຫາໂພສ Facebook ທີ່ຫຼົງເລື່ອນຜ່ານພົບແລ້ວ ແຕ່ອັນນີ້ເຮັດໄດ້ສະເພາະໃນຄອມ ແລະ ກັບ Web bowser ເທົ່ານັ້ນ ແລະ ຕ້ອງເປີດ Desktop Site, ແຕ່ຖ້າຢາກເຮັດເທິງ app ໃນມືຖືຍັງເຮັດບໍ່ໄດ້ເດີ ເພາະຍັງບໍ່ມີວິທີແກ້ໃນສ່ວນນີ້ອອກມາ.

ໃຊ້ໄດ້ສະເພາະກັບຄົນໃນ FRIENDS LIST

ແຕ່ Features ນີ້ໃຊ້ໄດ້ສະເພາະກັບບຸກຄົນທີ່ຢູ່ໃນ Friend List ຂອງເຮົາເດີ ຖ້າເປັນໂພສທີ່ຢູ່ຕາມກຸ່ມ Community ຫຼື ແຟນເພຈຕ່າງໆອັນນີ້ຈາກທີ່ລອງໃຊ້ງານມາຈະບໍ່ມີສະແດງຜົນຫຍັງຂຶ້ນມາ.

ຖ້າເປັນແຟນເພຈທົ່ວໄປໃຫ້ກົດ Favourites

ເຖິງແມ່ນວ່າ Features Facebook Seen ຈະໃຊ້ກັບແຟນເພຈ ຫຼື ກຸ່ມຕ່າງໆບໍ່ໄດ້ແຕ່ກໍຍັງມີວິທີແກ້ໄຂແບບສະເພາະໜ້າຈໍໃຫ້ກົດ Favorites ເອົາໄວ້ຈຶ່ງຈະບໍ່ພາດໂພສຕ່າງໆເພາະມັນຈະຂຶ້ນອັນທຳອິດຂອງ Feed ເລີຍ ເຊິ່ງວິທີກົດ Favorites ກໍຕາມນີ້ເລີຍ.

  • ເຂົ້າເພຈທີເຮົາຕ້ອງການຍົກຕົວຢ່າງເຊັ່ນ: Lao X
  • ກົດໄລ້ເພຈ ແລ້ວໄປທີ່ ສາມຈ້ຳ ເລືອກ Follow Settings
  • ກົດ Favorites ແລ້ວກົດ update
  • ຮຽບຮ້ອຍເທົ່ານີ້ກໍຈະບໍ່ພາດຂ່າວສານຈາກ Lao X

ທີ່ມາ: https://droidsans.com/tips-facebook-solution-accidentally-scrolling-past-post/