ມື້ຄຳນຶງຮູ້ໄພສຶນາມິໂລກ (World Tsunami Awareness Day)


ສຶນາມິ (Tsunami) ໄພພິບັດທີ່ເຮັດໃຫ້ເກີດຄວາມເສຍຫາຍຢ່າງມະຫາສານ ເຊິ່ງເຄີຍເກີດຂຶ້ນມາແລ້ວທາງພາກໃຕ້ຂອງປະເທດໄທເມື່ອວັນທີ 26 ທັນວາ ພ.ສ 2547.

ຄື້ນສຶນາມິ (Tsunami) ເປັນຄື້ນທະເລທີ່ເກີດຂຶ້ນຈາກການເກີດແຜ່ນດິນໄຫວຂະໜາດໃຫຍ່ ຫຼື ແຜ່ນດິນໄຫວໃຕ້ທະເລແລ້ວພັດຂຶ້ນສູ່ຝັ່ງດ້ວຍຄວາມສູງຂອງຄື້ນທີ່ແຄມຝັ່ງຫຼາຍເຖິງ 10-30 ແມັດ ເຊິ່ງຄຳວ່າ “ສຶນາມິ” (Tsunami) ມາຈາກພາສາຢີ່ປຸ່ນ 2 ຄຳ ຄື: “Tsu” ແປວ່າ ທ່າເຮືອ ແລະ ຄຳວ່າ “Nami” ແປວ່າ ຄື້ນ.

ການເກີດຄື້ນສຶນາມິຄັ້ງທີ່ຮຸນແຮງທີ່ສຸດ ຄືເມື່ອວັນທີ 26  ທັນວາ ພ.ສ 2547 ທີ່ເກີດຈາກແຜ່ນດິນໄຫວຂະໜາດ 9.0 ຣິກເຕີ້, ມີສູນກາງຢູ່ໃນທະເລນອກຊາຍຝັ່ງທາງຕອນເໜືອຂອງເກາະສຸມາຕາ ແລະ ເກີດຄື້ນສຶນາມິຈາກບໍລິເວນມະຫາສະໝຸດອິນເດຍພັດຂຶ້ນສູ່ແຄມຝັ່ງທະເລຂອງປະເທດຕ່າງໆທີ່ຢູ່ອ້ອມຮອບ.

ເຫດການດັ່ງກ່າວໄດ້ທຳລາຍຊັບສິນ ແລະ ເອົາຊີວິດຜູ້ຄົນນັບແສນໃນອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້ ແລະ ອັບຟຣິກາ. ແລະ ເມື່ອເດືອນທັນວາ ພ.ສ 2558 ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (the UN General Assembly) ໄດ້ກຳນົດໃຫ້ວັນທີ 5 ພະຈິກຂອງທຸກໆປີເປັນມື້ຄຳນຶງເຖິງໄພສຶນາມິໂລກ (World Tsunami Awareness Day) ເພື່ອໃຫ້ປະຊາຄົມໂລກໄດ້ຄຳນຶງເຖິງໄພທີ່ເກິດຂຶ້ນຈາກຄື້ນສຶນາມິ ແລະ ຮ່ວມຄິດຄົ້ນແນວທາງ ຫຼື ນະວັດຕະກຳໃໝ່ເພື່ອລົດຜົນກະທົບຈາກຄື້ນສຶນາມິ.

ເຖິງແມ່ນວ່າໄພທຳມະຊາດຈະເປັນສິ່ງທີ່ເຮົາຫຼີກເວັ້ນບໍ່ໄດ້ ແຕ່ການມີສະຕິ ແລະ ຮຽນຮູ້ວິທີຮັບມືກໍເປັນຫົນທາງປ້ອງກັນ ຫາກເກີດເຫດຂຶ້ນຢ່າງໜ້ອຍກໍຊ່ວຍລົດຄວາມເສຍຫາຍໄດ້.

ທີ່ມາ: https://m.facebook.com/story.php?story_fbid=1453717548330852&id=153951094974177