ເທສະການ “ນາກິຊູໂມ” ທີ່ອຸ້ມເດັກນ້ອຍມາແຂ່ງກັນໄຫ້ ໃຜຮ້ອງດັງກວ່າຊະນະ!


ນີ້ແມ່ນເທສະການ “ນາກິຊູໂມ” ເທສະການທີ່ຊູໂມຈະຕ້ອງແຂ່ງກັນເຮັດໃຫ້ເດັກນ້ອຍໄຫ້ ຍິ່ງຮ້ອງດັງເທົ່າໃດຍິ່ງດີ! ເປັນອີກເທສະການໜຶ່ງທີ່ສຸດແປກຂອງຍີ່ປຸ່ນທີ່ມີອາຍຸດົນນານເຖິງ 400 ປີ.

ຈຸດປະສົງຂອງເທສະການນີ້ແມ່ນ ເພື່ອໃຫ້ມີໂຊກ ແລະ ສຸຂະພາບທີ່ດີ ແລະ ຄົນຍີ່ປຸ່ນຍັງເຊື່ອວ່າ ການທີ່ເດັກນ້ອຍຮ້ອງໄຫ້ນັ້ນ ຈະສາມາດມາດປັດເປົ່າສິ່ງທີ່ຊົ່ວຮ້າຍອອກໄປໄດ້ ຍິ່ງຮ້ອງສຽງດັງ, ດົນເທົ່າໃດຍິ່ງດີ. ແຕ່ໃນຂະນະດຽວກັນ ເລື່ອງນີ້ກໍກາຍເປັນເລື່ອງທີ່ຜູ້ຄົນຖຽງກັນຢ່າງເປັນວົງກວ້າງ ເຊິ່ງຈາກການສຶກສາຂອງນັກວິຊາການດ້ານການດູແລເດັກນ້ອຍ ດຣ. ເພເນໂລເປ ລິສ ກ່າວວ່າ ການໃຫ້ເດັກນ້ອຍຮ້ອງໄຫ້ດັງໆດົນໆນັ້ນສາມາດສົ່ງຜົນກະທົບຕໍ່ການພັດທະນາສະໝອງຂອງເດັກນ້ອຍ ແລະ ນັ້ນສາມາດເຮັດໃຫ້ຄວາມສາມາດໃນການຮຽນຮູ້ຂອງເດັກນ້ອຍດ້ອຍລົງໃນອະນາຄົດ.

ຢ່າງໃດກໍຕາມ ເທສະການນາກິຊູໂມ ກໍຍັງມີການຈັດຂຶ້ນໃນທຸກໆປີໃນປາຍເດືອນເມສາ. ບັນດາພໍ່ແມ່ກໍຈະນຳລູກມາຮ່ວມງານນີ້ເພື່ອປັດເປົ່າສິ່ງຊົ່ວຮ້າຍ ໂດຍມີຄ່າໃຊ້ຈ່າຍປະມານ 15,000 ເຢນຕໍ່ເດັກນ້ອຍໜຶ່ງຄົນ, ບັນດາຊູໂມຈະນຳຕົວເດັກນ້ອຍມາແຕ້ມໜ້າຕາເປັນຕາຢ້ານ ແລະ ເວົ້າຄຳວ່າ “ນາກິນາກິ ນາກິ” (ນາກິ ແປວ່າ ຮ້ອງໄຫ້) ໝາຍຄວາມວ່າ ໄຫ້ແມ້ໆໆ ຖ້າຫາກເດັກນ້ອຍຍັງບໍ່ໄຫ້ ຈະເອົາໜ້າກາກຄາບູກິສີແດງມາໃສ່ ແລະ ສົ່ງສຽງເປັນຕາຢ້ານ ແລະເມື່ອໃດທີ່ເດັກນ້ອຍຮ້ອງໄຫ້ ຊູໂມຈະຍົກເດັກນ້ອຍຂຶ້ນຟ້າ ເພື່ອໃຫ້ສຽງດັງໄປທົ່ວ, ໃຫ້ນ້ຳຕາຍ້ອຍໃກ້ເທິງສະຫວັນຂຶ້ນ ພວກເຂົາເຊື່ອວ່ານ້ຳຕາຈະເຮັດໃຫ້ເດັກນ້ອຍມີສຸຂະພາບທີ່ດີ ແລະ ສະຫວັນຈະຊ່ວຍປັດເປົ່າສິ່ງຊົ່ວຮ້າຍ.

ເລື່ອງການແຂ່ງຂັນກໍບໍ່ມີຫຍັງຫຼາຍ ກະຕິກາງ່າຍໆ ຝ່າຍໃດທີ່ເຮັດໃຫ້ເດັກຮ້ອງໄຫ້ໄດ້ກ່ອນກໍຈະເປັນຜູ້ຊະນະ ແຕ່ຫາກເດັກນ້ອຍຮ້ອງໄຫ້ພ້ອມກັນ ຝ່າຍໃດທີ່ຮ້ອງໄຫ້ສຽງດັງທີ່ສຸດກໍຈະຖືວ່າເປັນຜູ້ຊະນະ ແຕ່ບາງຄົນກໍບອກວ່າ ຝ່າຍເດັກນ້ອຍຄົນທີ່ຮ້ອງໄຫ້ໄດ້ດົນທີ່ສຸດທີ່ຕ້ອງເປັນຜູ້ຊະນະ ພາຍໃນງານກໍຈະເຕັມໄປດ້ວຍສຽງເຊຍຂອງບັນດາພໍ່ໆແມ່ໆ ແລະ ສຽງໄຫ້ຂອງເດັກນ້ອຍ.

ທີ່ມາ: https://www.facebook.com/thaiandjapan/posts/2838993513000685