ຜົນວິໄຈເຜີຍ ຕົ້ນໄມ້ໃຫຍ່ຊ່ວຍດູດຊຶມຄາບອນໄດ້ຫລາຍ ຖ້າມີຕົ້ນໄມ້ໃຫຍ່ຈົ່ງຮັກສາໄວ້ໃຫ້ຫລາຍໆ!


ນັກວິໄຈເຜີຍ ຕົ້ນໄມ້ທີ່ໃຫຍ່ ແລະ ເກົ່າແກ່ຊ່ວຍເກັບຄາບອນໄດ້ຫຼາຍກວ່າຕົ້ນໄມ້ນ້ອຍຫຼາຍ ເຖິງຈະມີຈຳນວນໜ້ອຍ ແຕ່ເປັນສ່ວນສຳຄັນໃນການຊ່ວຍໂລກຮ້ອນ.

ຕົ້ນໄມ້ເກົ່າແກ່ ແລະ ມີເສັ້ນຜ່າສູນກາງຂະໜາດໃຫຍ່ ມີຄວາມສາມາດໃນການດູດຊຶມຄາບອນໃນປະລິມານທີ່ມະຫາສານຫຼາຍກວ່າເມື່ອທຽບກັບຕົ້ນໄມ້ທີ່ມີຂະໜາດນ້ອຍ ເຊິ່ງການຮັກສາຕົ້ນໄມ້ໃຫຍ່ໄວ້ຫຼາຍໆນັ້ນມີຄວາມສຳຄັນໃນການບັນເທົາການປ່ຽນແປງສະພາບຂອງພູມອາກາດ. ນັກວິໄຈກວດສອບປະລິມານຄາບອນເທິງດິນຂອງບໍລິເວນຕົ້ນໄມ້ທີ່ມີເສັ້ນຜ່າສູນກາງໃຫຍ່ທີ່ລັດໂອຣີກອນ ແລະ ວໍຊິງຕັນ ສະຫະລັດອາເມຣິກາ, ພົບວ່າຕົ້ນໄມ້ໃຫຍ່ດູດຊຶມ ແລະ ກັກເກັບຄາບອນເໜືອພື້ນດິນໄວ້ໄດ້ຫຼາຍເຖິງ 42% ຂອງລະບົບນິເວດໃນປ່າເຫລົ່ານັ້ນ ເຖິງແມ່ນວ່າຈຳນວນຂອງຕົ້ນໄມ້ໃຫຍ່ຈະຄິດເປັນພຽງ 3% ຂອງຕົ້ນໄມ້ທັງໝົດຂອງພື້ນທີ່ ທີ່ກວດສອບກໍຕາມ.

ເຖິງແມ່ນວ່າຕົ້ນໄມ້ໃຫຍ່ຈະຄິດເປັນສັດສ່ວນທີ່ນ້ອຍຂອງຕົ້ນໄມ້ໃນປ່າທັງໝົດ, ແຕ່ພວກມັນກໍມີບົດບາດສຳຄັນຫຼາຍຕໍ່ປ່າທັງໝົດ ເຊິ່ງເຮັດໜ້າທີ່ທີ່ພວກມັນຈະຕ້ອງໃຊ້ເວລາຫຼາຍປີໃນການແທນທີ່.

ການສຶກສາເຜີຍວ່າລຳຕົ້ນຂອງຕົ້ນໄມ້ທີ່ມີເສັ້ນຜ່າສູນກາງຫຼາຍກວ່າ 30 ນິ້ວ ມີພຽງແຕ່ 0.6% ເທົ່ານັ້ນ, ແຕ່ມັນມີປະສິດທິພາບໃນການດູດຊຶມຄາບອນໄດ້ເຖິງ 16% ຂອງຄາບອນໃນພື້ນທີ່ທັງໝົດ.

ເມື່ອຕົ້ນໄມ້ມີຂະໜາດເສັ້ນຜ່າສູນກາງໃຫຍ່ຫຼາຍຂຶ້ນ ສົ່ງຜົນໃຫ້ມີພື້ນທີ່ໃນການດູດຊຶມແລະກັກເກັບຄາບອນຫຼາຍຂຶ້ນຕາມໄປພ້ອມ, ເຊິ່ງນີ້ເປັນສາເຫດທີ່ສຳຄັນທີ່ເຮົາຄວນປ່ອຍໃຫ້ຕົ້ນໄມ້ໄດ້ເຕີບໃຫຍ່ຫຼາຍເທົ່າໃດຍິ່ງດີ.

ໃນປີ 1994 ທາງດ້ານພາກຕາເວັນຕາຕົກສ່ຽງເໜືອປາຊີຟິກ (Pacific Northwest) ຂອງສະຫະລັດ ມີການອອກກົດໝາຍຫ້າມຕັດຕົ້ນໄມ້ເພື່ອລົດຜ່ອນການສູນເສຍຕົ້ນໄມ້ຂະໜາດໃຫຍ່ ແລະ ຕົ້ນໄມ້ທີ່ມີອາຍຸຫຼາຍໃນປ່າສະຫງວນແຫ່ງຊາດ ຫວັງຈະສາມາດຮັກສາຕົ້ນໄມ້ໃຫຍ່ເຮັດຫນ້າທີ່ຊ່ວຍບັນດາພາວະໂລກຮ້ອນໄດ້.

ທີ່ມາ: https://www.facebook.com/environman.th/photos/a.1745027465625693/3191948970933528/