ເປີດໂຕ MacBook Air, MacBook Pro ແລະ Mac mini


ສົມກັບເປັນ One More Thing ແທ້ໆ ສຳຫຼັບງານເປີດຕົວຂອງ Apple ທີ່ຊ່ວງທ້າຍປີໝັ່ນອອກເລື້ອຍໆກັນເລີຍ. ເຊິ່ງກ່ອນໜ້ານີ້ທາງ Apple ກໍເຄີຍອອກມາເວົ້າແລ້ວວ່າຕໍ່ໄປ Mac ຈະປ່ຽນຖ່າຍຈາກ CPU Intel ສະຖາປັດຕະຍະກຳ x86 ມາ ARM ທີ່ເປັນ Apple Silicon ທັງໝົດພາຍໃນ 2 ປີ, ໂດຍເທື່ອນີ້ໄດ້ເປີດຕົວ Mac ເທື່ອດຽວເຖິງ 3 ຮຸ່ນ ທັງ MacBook Air, MacBook Pro ແລະ Mac mini ເຊິ່ງໃຊ້ CPU Apple M1 ຄືກັນທັງໝົດ.

CPU APPLE M1 ແຮງບໍ່? ສະເປັກເປັນແນວໃດ ?

ບອກເລີຍວ່າພາຍໃນງານເປີດຕົວ Apple ນີ້ຂ້ອນຂ້າງພູມໃຈນຳສະເໜີ Chip ໃໝ່ຫຼາຍ, ເຊິ່ງ Apple M1 ນີ້ໃຊ້ສະຖາປັດຕະຍະກຳຂັ້ນຕອນການຜະລິດທີ່ 5 nm ມີຈຳນວນທານຊິສເຕີສູງເຖິງ 16,000 ລ້ານຕົວ ແບ່ງເປັນ CPU 8 Core ແລະ GPU 16 Core Neural Engine ຮອງຮັບຄຳສັ່ງໄດ້ເຖິງ 11 ລ້ານຄຳສັ່ງຕໍ່ວິນາທີ ພ້ອມກັບເພີ່ມ Feature ເລື່ອງການຖອດລະຫັດ Media Code ແລະ ຄວາມປອດໄພຫຼາຍຍິ່ງຂຶ້ນ.

(CPU Core ໄວທີ່ສຸດ, Card ຈໍ On Board ແຮງທີ່ສຸດ ແລະ ເປັນ CPU ໃຊ້ພະລັງງານຕໍ່ວັດໄດ້ດີທີ່ສຸດ) ໂດຍ CPU Apple M1 ທາງ Apple ກໍໄດ້ເວົ້າໄວ້ຫຼາຍເລີຍວ່າເປັນ CPU Core ທີ່ໄວທີ່ສຸດໃນໂລກ ຕອບສະໜອງໄດ້ໄວກວ່າເກົ່າເຖິງ 1.9 ເທົ່າ ມີກາດຈໍອອນບອດທີ່ແຮງທີ່ສຸດໃນໂລກ ອີກທັງເມື່ອທຽບເລື່ອງການໃຊ້ພະລັງງານຕໍ່ວັດແລ້ວຕົວປະສິດທິພາບກໍດີທີ່ສຸດໃນໂລກຄືກັນ, ເຊິ່ງ CPU ປະສິດທິພາບຈະດີກວ່າ CPU ຢູ່ເທິງ Notebook ທົ່ວໄປເຖິງ 2 ເທົ່າ ໃນຂະນະທີ່ໃຊ້ພະລັງງານພຽງແຕ່ໜຶ່ງໃນສີ່ສ່ວນ ແລະ CPU ເຮັດໄດ້ດີກວ່າ 2 ເທົ່າ ແຖມໃຊ້ພະລັງງານພຽງໜຶ່ງໃນສາມສ່ວນເທົ່ານັ້ນ.

(ຊ້າຍບອດແບບເກົ່າທີ່ Chip ແຍກກັນຢູ່, ຂວາ Apple M1 ທີ່ຮວມທຸກຢ່າງໃນກ້ອນດຽວ)

ສິ່ງທີ່ເຮັດໃຫ້ Apple M1 ເຮັດວຽກໄດ້ວ່ອງໄວຂະໜາດນີ້ນອກຈາກເລື່ອງຂອງສະຖາປັດຕະຍະກຳໃໝ່ແລ້ວ ອີກສິ່ງໜຶ່ງເລີຍກໍຄືເປັນເພາະໂຕ CPU ອອກແບບໃຫ້ Chip ໜ່ວຍປະມວນຜົນຕ່າງໆຍັດລົງໃນ Chip ໂຕດຽວຮວມເປັນກ້ອນດຽວບໍ່ແຍກອອກຈາກກັນຄືເຄື່ອງທີ່ຜ່ານໆມາ, ທັງ CPU, GPU, Neural Engine ແລະ Ram ຈະມັດຢູ່ລວມກັນໝົດເຮັດໃຫ້ Chip ທັງໝົດເວລາເຮັດວຽກສື່ສານຫາກັນໄດ້ວ່ອງໄວຫຼາຍຂຶ້ນນັ້ນເອງ.

MACBOOK AIR

ສຳຫຼັບຜະລິດຕະພັນທຳອິດທີ່ Apple ໄດ້ເປີດຕົວມາຕໍ່ຈາກ Apple M1 ກໍຄື MacBook Air, ໂດຍໂຕ Notebook ຮຸ່ນໃໝ່ນີ້ Design ແລະ ການອອກແບບພາຍນອກຕ່າງໆຍັງຄົງຄືເກົ່າກັບ MacBook Air 13 ປີ 2020 ທີ່ໃຊ້ສະເປັກເປັນ Intel ປົກກະຕິ, ສິ່ງທີ່ຕ່າງກັນຈະເປັນພຽງແຕ່ສະເປັກພາຍໃນເທົ່ານັ້ນ ລວມເຖິງໂຕ MacBook Air ຮຸ່ນໃໝ່ນີ້ເອງຈະຕັດພັດລົມລະບາຍຄວາມຮ້ອນອອກໄປ ເມື່ອເຮັດວຽກກໍມີການເຮັດວຽກທີ່ສະຫງົບກວ່າເກົ່າ.

CPU Apple M1 ເທິງ MacBook Air ຮຸ່ນໃໝ່ຈະໄວຂຶ້ນກວ່າເກົ່າສູງສຸດ 3.5 ເທົ່າ ແລະ GPU ໄວຂຶ້ນສູງສຸດ 5 ເທົ່າ, ຄວາມໄວ SSD ໄວກວ່າເກົ່າ 2 ເທົ່າ, ລວມທັງ Neural Engine ທີ່ເປັນການຮຽນຮູ້ຂອງລະບົບໄວຂຶ້ນສູງສຸດເຖິງ 9 ເທົ່າ. ທີ່ສຳຄັນເລີຍຄືທາງ Apple ເວົ້າວ່າ Apple M1 ເທິງ MacBook Air ນີ້ຈະໄວກວ່າ Notebook 98% ທັງໝົດທີ່ຂາຍໄດ້ເມື່ອປີ 2019 ອີກ.

ສິ່ງທີ່ອັບເກດຂຶ້ນມານອກຈາກເລື່ອງຂອງສະເປັກກໍຄືພອດເຊື່ອມຕໍ່ທີ່ປ່ຽນຈາກ Thunderbolt 3 ເປັນ Thunderbolt / USB 4, ມາດຕະຖານໃໝ່ຮອງຮັບການເຊື່ອມຕໍ່ Wi-Fi 6, ກ້ອງເວັບແຄມທີ່ພັດທະນາຄຸນນະພາບໃຫ້ດີກວ່າເກົ່າ ລົດ Noise ເພີ່ມ dynamic range ປັບປຸງຄ່າ White Balance ຊ່ວຍໃຫ້ການວີດີໂອຄໍເປັນໄປຢ່າງສະດວກສົມຈິງຫຼາຍຍິ່ງຂຶ້ນ, ອີກທັງເລື່ອງ battery ທີ່ສາມາດໃຊ້ງານໄດ້ດົນເຖິງ 18 ຊົ່ວໂມງ.

MACBOOK PRO 13

ຖັດມາເບິ່ງທາງດ້ານ MacBook Pro 13 ເຊິ່ງຕ້ອງບອກເລີຍວ່າມາຊົງແບບດຽວກັນກັບ MacBook Air ຄື Design ແບບເກົ່າ ເພີ່ມເຕີມຄືສະເປັກພາຍໃນໃໝ່. ໂດຍແນ່ນອນວ່າມາພ້ອມກັບ Chip Apple Air M1 ທີ່ແຮງກວ່າຮຸ່ນ Air, ຮູບຮ່າງ body ຈະໃຊ້ເປັນຕົວດຽວກັບ MacBook Pro 13 ປີ 2020 ສະເປັກ Intel Gen 8 ທີ່ມີພອດ Thunderbolt 3 ຈຳນວນ 2 ພອດ, ແຕ່ຂອງໃໝ່ຈະເປັນ Thunderbolt / USB 4 ແທນ ແລະ ຮອງຮັບການເຊື່ອມຕໍ່ Wi-Fi 6 ອີກດ້ວຍ.

(MacBook Pro 13 ຮຸ່ນໃໝ່ມີພັດລົມ ແລະ Heatsink ລະບາຍຄວາມຮ້ອນມາໃຫ້)

ຄວາມແຮງຂອງ Apple M1 ເທິງ MacBook Pro 13 ນີ້ຈະໄວກວ່າຮຸ່ນເກົ່າເຖິງ 2.8 ເທົ່າ, ໃນຂະນະທີ່ GPU ໄວຂຶ້ນກວ່າເກົ່າສູງສຸດ 5 ເທົ່າ, ລວມທັງ Neural Engine ຮຽນຮູ້ລະບົບໄວຂຶ້ນສູງສຸດເຖິງ 11 ເທົ່າ ສາມາດເອົາໄປໃຊ້ງານຕັດຕໍ່ວີດີໂອຄວາມລະອຽດລະດັບ 8k ໄດ້ຢ່າງບໍ່ມີບັນຫາ ອີກທັງ Battery ສາມາດໃຊ້ງານໄດ້ດົນສຸດເຖິງ 20 ຊົ່ວໂມງນັບວ່າດົນທີ່ສຸດເທົ່າທີ່ເຄີຍມີມາໃນ Mac.

MAC MINI

ປິດທ້າຍດ້ວຍ Mac mini ທີ່ເປັນ Desktop PC ຂະໜາດນ້ອຍແຕ່ບອກເລີຍວ່າສະເປັກນີ້ໃຫຍ່ ແລະ ແຮງກວ່າເກົ່າຫຼາຍ ໃນເລື່ອງຂອງ Design body ຄືບໍ່ໄດ້ຕ່າງຈາກຮຸ່ນເກົ່າ ຄ້າຍກັນກັບ MacBook 2 ຮຸ່ນກ່ອນໜ້ານີ້ທີ່ປ່ຽນພຽງແຕ່ສະເປັກພາຍໃນ ໜ້າຕາພາຍນອກເກືອບຈະຄືກັບຮຸ່ນເກົ່າເລີຍ.

ສຳຫຼັບ Chip Apple M1 ເທິງ mini ຮຸ່ນໃໝ່ນີ້ການປະມວນຜົນຈະໄວຂຶ້ນສູງສຸດເຖິງ 3 ເທົ່າ, ສ່ວນດ້ານ Graphics ໄວຂຶ້ນສູງເຖິງ 6 ເທົ່າ, ລວມທັງ Neural Engine ຮຽນຮູ້ລະບົບໄວຂຶ້ນເຖິງ 15 ເທົ່າ. ໂດຍພາຍໃນຕົວເຄື່ອງຈະມາພ້ອມພັດລົມລະບາຍຄວາມຮ້ອນໃຫ້ໜຶ່ງຕົວ ຂະໜາດຄ່ອນຂ້າງໃຫຍ່ ໃຊ້ເປົ່າລົມຮ້ອນອອກດ້ານຫຼັງຕົວເຄື່ອງ.

ພອດເຊື່ອມຕໍ່ກໍຖືວ່າໃຫ້ມາຂ້ອນຂ້າງຄົບຖ້ວນບໍ່ວ່າຈະເປັນ  Ethernet, Thunderbolt / USB 4 ຈຳນວນ 2 ຊ່ອງ, HDMI 2.0, USB 3.1 gen 2 Type A ຈຳນວນ 2 ຊ່ອງ ແລະ ຮູຫູຟັງ 3.5 ມມ. ຮອງຮັບການເຊື່ອມຕໍ່ໄຮ້ສາຍແບບ Wi-Fi 6 ມາດຕະຖານໃໝ່ໂດຍຕົວເຄື່ອງສາມາດຕໍ່ຈໍໄດ້ຄວາມລະອຽດສູງເຖິງ 6k ນຳກັນ.

ລາຄາ ແລະ ມື້ວາງຈຳໜ່າຍ

ທັງ MacBook Air, MacBook Pro ແລະ Mac mini ຈະເປີດໃຫ້ສັ່ງຈອງໄດ້ແລ້ວຕັ້ງແຕ່ມື້ນີ້ ແລະ ຈະວາງຈຳໜ່າຍຢ່າງເປັນທາງການອາທິດໜ້າ.

MacBook Air Chip M1 ຈະມີໃຫ້ເລືອກ 3 ສີຄື: Space Gray, ທອງ ແລະ ເງິນ

  • GPU 7‑core + Ram 8GB + SSD 256GB ລາຄາ $1,086
  • GPU 8‑core + Ram 8GB + SSD 512GB ລາຄາ $1,367

MacBook Pro 13 Chip M1 ຈະມີໃຫ້ເລືອກ 2 ສີຄື: Space Gray ແລະ ເງິນ

  • Ram 8GB + SSD 256GB ລາຄາ $1,416
  • Ram 8GB + SSD 512GB ລາຄາ $1,647

Mac mini Chip M1 ຈະມີໃຫ້ເລືອກ 2 ລາຄາຄື:

  • Ram 8GB + SSD 256GB ລາຄາ $756
  • Ram 8GB + SSD 512GB ລາຄາ $987

ທີ່ມາ: https://droidsans.com/macbook-air-pro-mini-apple-silicon/