ເມື່ອ MacBook ກໍກາຍເປັນ iPad ໄດ້: ເປີດຕົວ Apple Pencil ທີ່ສາມາດໃຊ້ກັບ MacBook ຮຸ່ນໃໝ່


Macbook ອາດຈະສາມາດແຕ້ມ ແລະມີຮູບແບບການໃຊ້ບາງຢ່າງທີ່ຄ້າຍກັບ iPad ໄດ້, ເນື່ອງຈາກວ່າ ຫຼ້າສຸດ ບໍລິສັດ Apple ໄດ້ຍື່ນຈົດສິດທິບັດກ່ຽວກັບ Apple Pencil ທີ່ຈະນຳມາໃຊ້ງານກັບ MacBook ຮຸ່ນໃໝ່.

ໂດຍໃນໃບສິດທິບັດດັ່ງກ່າວ ໄດ້ລະບຸເຖິງ Apple Pencil ທີ່ຈະສາມາດໃຊ້ຂີດຂຽນໃນໜ້າຈໍຂອງ MacBook ໄດ້ ຄືກັບຜະລິດຕະພັນໃນກຸ່ມ iPad ແລະ ຍັງສາມາດເກັບ Apple Pencil ໄວ້ກັບຕົວ MacBook, ໂດຍປ່ຽນບໍລິເວນ Touchbar ໃຫ້ເປັນບ່ອນເກັບ Apple Pencil ແຕ່ກໍຍັງສາມາດກົດໃຊ້ປຸ່ມຟັງຊັນຕ່າງໆໄດ້ຄືເກົ່າ.

ເຊິ່ງແນວຄວາມຄິດດັ່ງກ່າວກໍໄດ້ຖືກນັກອອກແບບຜະລິດຕະພັນ Sarang Sheth ຈາກບໍລິສັດ Yanko Design ໄດ້ຈຳລອງຮູບ 3 ມິຕິອອກມາ ເຊິ່ງກໍໄດ້ຮັບຄວາມສົນໃຈຈາກສາວົກ Apple ຢ່າງຫຼວງຫຼາຍ.

ເຖິງຢ່າງໃດກໍຕາມ ທາງ Apple ເອງກໍຍັງບໍ່ໄດ້ອອກມາຢືນຢັນວ່າຈະຜະລິດ MacBook ທີ່ສາມາດໃຊ້ຮ່ວມກັບ Apple Pencil ແທ້ຫຼືບໍ່ ເຖິງຈະມີການອອກມາທຳການຈົດສິດທິບັດແລ້ວກໍຕາມ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/