Slam Dunk 2022 ອະນິເມະໃນຕຳນານໄດ້ກັບມາແລ້ວ!


ໃນວັນທີ 13 ສິງຫາທີ່ຜ່ານມາ ໄດ້ມີວິດີໂອຕົວຢ່າງອະນິເມະຂອງ Slam Dunk ຖືກປ່ອຍລົງທີ່ຊ່ອງຢູທູບ ເຊິ່ງວິດີໂອດັ່ງກ່າວມີເວລາພຽງ 31 ວິນາທີ ແຕ່ກໍສ້າງຄວາມຕື່ນເຕັ້ນຕໍ່ແຟນໆໄດ້ບໍ່ຍາກ ເພາະມັນເປັນການປະກາດວ່າ ຕຳນານໄດ້ກັບມາແລ້ວ!

Slam Dunk ເປັນອະນິເມະແນວກິລາບານບ້ວງເລື່ອງທຳອິດຂອງປະເທດຍີ່ປຸ່ນ. ເນື່ອງຈາກວ່າໃນປະເທດຕອນນັ້ນຍັງບໍ່ນິຍົມບານບ້ວງຫຼາຍ ຜູ້ຂຽນທີ່ເຊິ່ງມີຄວາມຮັກໃນກິລາບານບ້ວງຈຶ່ງຕັດສິນໃຈຂຽນມັນອອກມາ ເຖິງວ່າຈະສ່ຽງຕໍ່ຜົນຕອບຮັບທີ່ເກືອບຈະງຽບເຫງົາເລີຍກໍຕາມ. ແຕ່ວ່າ, ຜົນລັບກາຍເປັນມັງງະເລື່ອງນີ້ໄດ້ຈຸດປະກາຍໃຫ້ໄວໜຸ່ມຫຼາຍຄົນຫັນມາສົນໃຈກິລາບານບ້ວງ ທັງຍັງໄດ້ຖືກນຳໄປເຮັດເປັນອະນິເມະຈົນກາຍເປັນອະນິເມະບານບ້ວງທີ່ທຸກຄົນຕ້ອງເຄີຍໄດ້ຍິນ.

ທັງເນື້ອເລື່ອງທີ່ເຂັ້ມຂຸ້ນ ບວກກັບຄວາມຮູ້ກ່ຽວກັບບານບ້ວງທີ່ໄດ້ຖືກປະສົມປະສານເຂົ້າກັນໃນອະນິເມະເລື່ອງນີ້ ບໍ່ເປັນທີ່ແປກໃຈເລີຍທີ່ຈະເຮັດໃຫ້ປະເທດຍີ່ປຸ່ນໃນພາຍຫຼັງ ໄດ້ພັດທະນາຂຶ້ນຫຼາຍໃນເລື່ອງກິລາບານບ້ວງ.

ປັດຈຸບັນມີນັກກິລາບານບ້ວງສັນຊາດຍີ່ປຸ່ນທີ່ໄດ້ໄປຫຼິ້ນທີ່ NBA ແລ້ວ 2 ຄົນ. NBA ແມ່ນລາຍການແຂ່ງຂັນກິລາບານບ້ວງຈາກສະຫະລັດອາເມຣິກາ ທີ່ຖືກຍອມຮັບກັນທົ່ວໂລກວ່າມີແຕ່ຜູ້ຫຼິ້ນທີ່ເກັ່ງທີ່ສຸດເທົ່ານັ້ນ. ແຕ່ທຸກຄົນຮູ້ຫຼືບໍ່? ໃນອະນິເມະນັ້ນຍັງບໍ່ໄດ້ຈົບແບບສົມບູນຕາມໃນມັງງະ. ຫຼັງຈາກຍຸຕິການຜະລິດອະນິເມະໄປ 25 ປີ (ຕັ້ງແຕ່ປີ 1996) ຜູ້ຂຽນໄດ້ອອກມາຢືນຢັນໃນ Twitter ວ່າ Slam Dunk ຈະໄດ້ກັບມາ!

ໃນຕົວຢ່າງພຽງ 31 ວິນາທີ ກໍບໍ່ໄດ້ບອກລາຍລະອຽດຫຍັງໃຫ້ຜູ້ເບິ່ງເດົາທາງໄດ້ ບໍ່ວ່າຈະເລື່ອງທີ່ຈະມານີ້ຈະຕໍ່ຕອນທີ່ຢຸດໄປບໍ່ ຫຼື ຈະເປັນແບບ Movie ຕອນພິເສດ ຫຼື ແນວໃດກັນແທ້. ສິ່ງທີ່ເຮັດໄດ້ຕອນນີ້ມີພຽງລໍຖ້າໃຫ້ຮອດປີ 2022.

ຮັບຊົມຕົວຢ່າງ:

ທີ່ມາ: https://bit.ly/3xU3po6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/