ພຸດທະໄຊ ໂຄຈະເລີນ ໄດ້ເຂົ້າຮ່ວມ ສະໂມສອນ Samut Prakan City ທີ່ປະເທດໄທ


ສະໂມສອນບານເຕະສະໝຸດປາການ ຊິຕີ້ ເປັນອີກສະໂມສອນໜຶ່ງທີ່ດັງໃນປະເທດໄທ, ເຊິ່ງຫຼາຍມື້ທີ່ຜ່ານມາ ທາງສະໂມສອນໄດ້ບັນລຸຂໍ້ຕົກລົງຄວ້າເອົາ ພຸດທະໄຊ ໂຄຈະເລີນ ອະດີດກອງກາງທີມຊາດລາວ ຈາກນະຄອນປະຖົມ ຢູໄນເຕັດ ເຂົ້າຮ່ວມທີມຢ່າງເປັນທາງການ ແລະ ກໍໄດ້ໃສ່ເສື້ອເບີເລກ 28 ເປັນທີ່ຮຽບຮ້ອຍ.

ພຸດທະໄຊ ຫຼື ຕ໊ະ ເປັນອີກນັກກິລາທີ່ມີຜົນງານທີ່ໂດດເດັ່ນຢູ່ສະເໝີ ບໍ່ວ່າຈະຢູ່ທີມຊາດລາວ ຫຼື ທີມຊາດໄທ ກໍຍັງຄົງມີຄວາມສາມາດຢູ່ຕະຫຼອດ, ມັກ ແລະ ຮັກ ໃນການເຕະບານມາຕັ້ງແຕ່ອາຍຸຍັງນ້ອຍ ເກັ່ງມາແຕ່ຍັງໜຸ່ມຈົນມາຮອດປັດຈຸບັນ.

ຜ່ານມາ ຜົນງານທີ່ໄດ້ສ້າງຂຶ້ນຢູ່ປະເທດລາວ ຫຼາຍຄົນກໍໃຫ້ຄວາມສົນໃຈເປັນພິເສດ ແລະ ເມື່ອໄດ້ໄປຮ່ວມທີມກັບສະໂມສອນຊື່ດັງຢູ່ໄທແລ້ວ ກໍຍິ່ງມີຄົນສົນໃຈຫຼາຍຂຶ້ນ, ເພາະກໍໄດ້ພິສູດໃຫ້ເຫັນກັນແລ້ວວ່າຄວາມສາມາດ ແລະ ຜົນງານຂອງພຸດທະໄຊ ຢູ່ໃນລະດັບໃດ.

ແຟນບານສະໂມສອນ ສະໝຸດປາການ ຊິຕີ້ ກໍດີໃຈໄປຕາມໆກັນທີ່ໄດ້ ພຸດທະໄຊ ໄປຮ່ວມທີມ ເພາະຖືວ່າໄດ້ອີກນັກເຕະເກັ່ງຄົນໜຶ່ງໄປຮ່ວມກັບນັກເຕະຄົນອື່ນໆ ອາດຈະເຮັດໃຫ້ທາງທີມມີຄວາມໜຽວແໜ້ນ ແລະ ເກັ່ງຂຶ້ນກວ່າເກົ່າ. ພິເສດໄປກວ່ານັ້ນ ແຟນບານດີໃຈທີ່ມີນັກເຕະເຊື້ອສາຍລາວເຮົາໄປຮ່ວມທີມ.

ເມື່ອໄດ້ຮ່ວມທີມຢ່າງເປັນທາງການແລ້ວ ບໍ່ວ່ານັກເຕະຄົນໃດກໍດີໃຈເປັນທຳມະດາ ເພາະໄດ້ເຂົ້າຮ່ວມສະໂມສອນທີ່ດັງລະດັບໜຶ່ງຂອງໄທ ເຊິ່ງການທີ່ໄດ້ມາຢູ່ຈຸດນີ້ ກໍເປັນອີກຄວາມປະສົບຜົນສຳເລັດອັນຍິ່ງໃຫຍ່ນັ້ນເອງ.

ເປັນອີກນັກກິລາຄົນໜຶ່ງ ເຊິ່ງເປັນຄົນລາວເຮົາ ທີ່ສາມາດພັດທະນາຕົນເອງຢ່າງບໍ່ຢຸດ ນັບຕັ້ງແຕ່ເປັນນັກກິລາຢູ່ລາວ ລວມທັງໄປເປັນນັກກິລາທີ່ປະເທດໄທ, ໄດ້ສ້າງຊື່ສຽງໃຫ້ຜູ້ຄົນໄດ້ຮັບຮູ້ຢູ່ສະເໝີ ແລະ ພຸດທະໄຊກໍຍັງໄດ້ເປັນແບບຢ່າງທີ່ດີໃຫ້ນັກເຕະຮຸ່ນນ້ອງ ຫຼື ນັກເຕະຄົນອື່ນໆ ອີກພ້ອມ.

ຂອບໃຈຂໍ້ມູນຈາກ:

https://web.facebook.com/LaoFF/posts/4409115222442714

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/