3 ວິທີຄົ້ນຫາຕົນເອງ ກ່ອນເລືອກສາຍຮຽນ


ໄລຍະນີ້ອາດຈະເປັນໄລຍະທີ່ນ້ອງໆຫຼາຍຄົນທີ່ຈົບ ມ.7ມາໃໝ່ໆ ກຳລັງກຽມເຂົ້າມະຫາວິທະຍາໄລຢູ່ແມ່ນບໍ? ເຮົານັ້ນມັກຫຍັງກັນແທ້? ຖ້າເລືອກໄປແລ້ວຈະເສຍໃຈຫຼືບໍ່? ຖ້າເລືອກໄປແລ້ວຈະກົງກັນກັບສິ່ງທີ່ເຮົາມັກຫຼືບໍ່? ມື້ນີ້ເຮົາໄປຮູ້ເທັກນິກນຳກັນວ່າການຄົ້ນຫາຕົນເອງແນວໃດຈຶ່ງຈະເຮັດໃຫ້ຖືກເປົ້າໝາຍຕາມທີ່ເຮົາຕ້ອງການ.

  1. ຄົ້ນຫາຈາກ “ວິຊາທີ່ມັກ”
    ເຮົາລອງຄິດຄືນເບິ່ງຈັກໜ້ອຍ ໃນໄລຍະທີ່ເຮົາກຳລັງຮຽນຢູ່ມັດທະຍົມ ວ່າເຮົາມັກວິຊາໃດທີ່ສຸດ, ວິຊາໃດເຮັດໃຫ້ເຮົາຢາກລຸກຂຶ້ນມາຈາກຕຽງອັນແສນອົບອຸ່ນ ຫຼື ວິຊາໃດທີ່ເຮັດໃຫ້ເຮົາຢາກນອນຢູ່ສະເໝີ. ນອກຈາກນັ້ນ, ກໍຍັງຕ້ອງມາສັງເກດຕື່ມກ່ຽວກັບປະເພດຂອງວິຊາທີ່ເຮົາມັກພ້ອມວ່າ ເປັນສາຍສັງຄົມ ທີ່ນຳໃຊ້ທິດສະດີເປັນຫຼັກ ຫຼື ສາຍວິທະຍາສາດ ທີ່ໃຊ້ການຄຳນວນ ແລະ ວິເຄາະເປັນຫຼັກ ຄ່ອຍໆຄິດໄປເທື່ອລະໜ້ອຍ ພ້ອມກັບການປຽບທຽບກັບສິ່ງທີ່ເຮົາເຮັດໄດ້ດີມາປະສົມປະສານກັນ ແລ້ວຈະອອກມາເປັນ ສິ່ງທີ່ເຮັດໃຫ້ເຮົາເຮັດແລ້ວມີຄວາມສຸກ ແລະ ເຮັດໄດ້ດີ.
    ເມື່ອເຮົາໄດ້ວິເຄາະເບິ່ງວ່າສິ່ງທີ່ເຮົາມັກ ແລະ ເຮັດໄດ້ແມ່ນຫຍັງ ແລ້ວກໍນຳໄປປຽບທຽບກັບ ສາຂາວິຊາການຮຽນໃນມະຫາວິທະຍາໄລ ຫຼື ວິທະຍາໄລຕ່າງໆ ພ້ອມກັບຊອກຫາຂໍ້ມູນລາຍລະອຽດກ່ຽວກັບສິ່ງທີ່ຈະໄດ້ຮຽນວ່າກົງກັນ ຫຼື ມີສິ່ງທີ່ຄ້າຍຄືກັນກັບສິ່ງທີ່ເຮົາມັກຫຼືບໍ່.
  1. ຄົ້ນຫາຈາກ “ກິດຈະກຳຕ່າງໆ”
    ນອກຈາກຈະສັງເກດສິ່ງທີ່ເຮົາມັກໃນຫ້ອງຮຽນແລ້ວ, ກໍຕ້ອງແນມຫາສິ່ງທີ່ຢູ່ພາຍນອກນຳເຊັ່ນ: ການເປັນອາສາສະໝັກ, ການໄປທັດສະນະໃນສະຖານທີ່ຕ່າງໆ, ການເດີນທາງດ້ວຍຕົນເອງ, ກຸ່ມກິລາ ຫຼື ດົນຕີ, ສຳມະນາ, ງານອີເວັ້ນ ແລະ ອື່ນໆ. ກິດຈະກຳເຫຼົ່ານີ້ຈະເຮັດໃຫ້ເຮົາໄດ້ເຫັນສັງຄົມກວ້າງຂຶ້ນ ພ້ອມກັບໄດ້ເຫັນອາຊີບຕ່າງໆທີ່ຫຼາກຫຼາຍເຮັດໃຫ້ເຮົາໄດ້ເຫັນວ່າເຮົາຢາກປະກອບອາຊີບນັ້ນໆດີຫຼືບໍ່ ໃນອະນາຄົດ.
  1. ຄົ້ນຫາຈາກ “ສາຍອາຊີບ”
    ສາຍອາຊີບເປັນສິ່ງທີ່ອາດຈະປ່ຽນໄປຕາມໄວອາຍຸ ແຕ່ເມື່ອຮອດໄລຍະເວລາໜຶ່ງ ເຮົາກໍຕ້ອງໄດ້ເລືອກວ່າເຮົາຢາກເຮັດຫຍັງກັນແທ້. ເຮົາອາດຈະຊອກຫາຂໍ້ມູນນຳສື່ທີ່ປະກາດຮັບສະໝັກພະນັກງານຕ່າງໆທີ່ບົ່ງບອກທັກສະທີ່ເຂົາເຈົ້າຕ້ອງການ ແລ້ວເຮົາກໍໄປຮຽນຮູ້ຕາມຂໍ້ມູນນັ້ນ ຫຼື ອາດຈະຖາມບຸກຄົນໃກ້ຕົວເຮົາຜູ້ທີ່ເຮັດອາຊີບນັ້ນໆກໍໄດ້.
    ນອກຈາກນັ້ນ, ເຮົາຍັງສາມາດຊອກຫາຂໍ້ມູນຂອງອາຊີບຕ່າງໆໄດ້ຕາມອິນເຕີເນັດ, ເວັບໄຊ ຫຼື ສັງຄົມອອນລາຍ ວ່າໜ້າວຽກຂອງໜ້າທີ່ຕຳແໜ່ງນັ້ນໆຕ້ອງຮັບຜິດຊອບຫຍັງແດ່? ເຊິ່ງການເລືອກໄວ້ເລີຍໄວ້ຕັ້ງແຕ່ຮຽນມັດທະຍົມ ວ່າເຮົາຢາກເຮັດວຽກກັບອົງກອນແນວໃດ ບໍ່ວ່າຈະເປັນ ລັດຖະກອນ, ພະນັກງານເອກະຊົນ ຫຼື ອົງກອນສາກົນ ກໍສຶກສາໄວ້ກ່ອນຈະເປັນສິ່ງທີ່ດີທີ່ສຸດ ເພື່ອບໍ່ໃຫ້ເສຍໃຈພາຍຫຼັງ ຫຼັງຈາກທີ່ເລືອກສາຍຮຽນ.

ເປັນແນວໃດນ້ອງໆ ສຳລັບ 3 ເທັກນິກທີ່ກ່າວມາຂ້າງຕົ້ນກ່ຽວກັບການຄົ້ນຫາຕົນເອງ. ແຕ່ເຖິງຢ່າງໃດກໍຕາມ, ບາງຄັ້ງຂໍ້ມູນທີ່ໄປຊອກຄົ້ນມາ ກໍອາດຈະບໍ່ເປັນໄປຕາມຕົວຈິງ 100%ກໍເປັນໄປໄດ້. ສະນັ້ນ, ສິ່ງທີ່ສຳຄັນຄືການລອງເບິ່ງດ້ວຍຕົນເອງ, ວາງແຜນໄວ້ ແລ້ວລົງມືປະຕິບັດດ້ວຍຄວາມຕັ້ງໃຈ ແລ້ວມື້ໃດມື້ໜຶ່ງຈະເປັນມື້ຂອງເຮົາແນ່ນອນ.

ທີ່ມາ:  https://bit.ly/3yUsWi4

ພາບ: plook friends, Kor-Kai

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/