ມາຮູ້ຈັກນ້ອງແມວຕົວແທ້ ຈາກ POPCAT ທີ່ກຳລັງໂດ່ງດັງໄປທົ່ວໂລກໃນຂະນະນີ້!!!


ໃນນາທີນີ້ ຄົນທີ່ຫຼິ້ນໂຊຊຽວມີເດຍຕ້ອງຮູ້ຈັກ POPCAT ແນ່ນອນ ເພາະເປັນກະແສທີ່ກຳລັງນິຍົມໄປທົ່ວໂລກ ເຊິ່ງໃນປະເທດລາວເອງກໍກຳລັງມາແຮງແຊງຫຼາຍປະເທດ ແລະ ຫຼ້າສຸດ ເຊົ້າຂອງວັນທີ 16 ສິງຫາ 2021 ໄດ້ຢູ່ໃນອັນດັບ 14 ຂອງໂລກແລ້ວ!!! ສ່ວນໃຜທີ່ຍັງບໍ່ຮູ້ຈັກ Popcat ສາມາດອ່ານໄດ້ທີ່: https://laox.la/videogames/14775/

ແຕ່ຮູ້ບໍ່ວ່າ ນ້ອງແມວສີຂາວກຳລັງອ້າປາກໃນເກມທີ່ກຳລັງເປັນທີ່ນິຍົມຢູ່ນັ້ນ ຕົວແທ້ຂອງນ້ອງຊື່ວ່າ “ໂອ໊ດມີລ” ຫຼື Oatmeal ເປັນນ້ອງແມວຂອງຜູ້ໃຊ້ Twitter ຊື່ວ່າ @XavierBFB ເປັນຄົນອາເມຣິກາ, ເຊິ່ງລາວເອງໄດ້ໂພສວິດີໂອນ້ອງໂອ໊ດມີລທີ່ກຳລັງອ້າປາກ ແລ້ວນຳມາຕັດຕໍ່ໃສ່ສຽງ “ປ໊ອບ” ໃສ່ ຫຼັງຈາກນັ້ນກໍອັບລົງເວັບໄຊ Reddit ແລະ ສຸດທ້າຍມັນກໍກາຍເປັນ POPCAT ທີ່ໂດ່ງດັງຈົນຮອດມື້ນີ້.

ເຈົ້າຂອງໄດ້ເລົ່າວ່າ ຕອນທີ່ຖ່າຍວິດີໂອນີ້ຢູ່ແມ່ນໂອ໊ດມີລກຳລັງຕື່ນເຕັ້ນໃນການເຫັນແມງໄມ້ທີ່ຢູ່ນອກປ່ອງຢ້ຽມ ແລ້ວນ້ອງກໍຢາກຄຸບແມງໄມ້ແຕ່ເຮັດບໍ່ໄດ້ ເລີຍໄດ້ແຕ່ເງີຍໜ້າເບິ່ງແລ້ວຮ້ອງ “ແມວໆ” ເທົ່ານັ້ນ.

ສ່ວນໃຜທີ່ຢາກກົດເຂົ້າໄປຄລິກ ກົດທີ່ລິ້ງນີ້ເລີຍ: http://popcat.click/

ຂອບໃຈທີ່ມາ: https://cutt.ly/0QZiPCK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/