ຊ່ວຍກັນຄລິກ!!! Popcat.click ມິນິເກມທີ່ກຳລັງເປັນກະແສ ແລະ ມີຄວາມພູມໃຈຂອງປະເທດຊາດເປັນຮາງວັນ


http://popcat.click/ ເກມງ່າຍໆທີ່ສ້າງຈາກມີມຂອງແມວໂຕໜຶ່ງທີ່ຊື່ວ່າ Oatmeal, ເປັນເກມທີ່ພຽງແຕ່ເຂົ້າໄປກົດຄລິກໃສ່ຮູບໜ້າຂອງແມວໃຫ້ອ້າປາກອອກ.

ແຕ່ສິ່ງທີ່ເຮັດໃຫ້ໄດ້ຮັບຄວາມນິຍົມຈົນຜູ້ຄົນຫຼາຍໆປະເທດໃຫ້ຄວາມສົນໃຈກໍຄື ລະບົບ Leaderboard ທີ່ນຳເອົາຄະແນນຈາກການຄລິກຂອງທຸກຄົນໃນປະເທດມາລວມກັນ, ເຊິ່ງປະເທດລາວເຮົາເອງກໍບໍ່ໄດ້ທຳມະດາ ຖືກຈັດອັນດັບຢູ່ທີ່ ອັນດັບທີ 38 (11:15a.m) ຈາກທັງໝົດ 208 ປະເທດທົ່ວໂລກ ແລະ ຄາດວ່າຈະອັນດັບເພີ່ມຂຶ້ນເລື້ອຍໆ ໂດຍອັນດັບ 1 ຕອນນີ້ເປັນຂອງ ໄຕ້ຫວັນ.

ເປັນເກມໜຶ່ງທີ່ໄດ້ຮັບຄວາມນິຍົມສູງ ຈົນກາຍເປັນ Viral ພຽງຂ້າມຄືນເລີຍ, ສຳລັບໃຜທີ່ມີເວລາຢາກຊ່ວຍເພີ່ມຈຳນວນຄລິກໃຫ້ແກ່ປະເທດລາວເຮົາ ກໍສາມາດເຂົ້າໄປຊ່ວຍກັນກົດໄດ້ທີ່ http://popcat.click/.

ຂອບໃຈຂໍ້ມູນຈາກ: https://bit.ly/3iIuJBf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/