ຕາລີບັນ ບຸກຍຶດ ກຸງຄາບູນ ປະເທດອັບການິສຖານ ໄດ້ສຳເລັດ


ເມື່ອຄືນທີ່ຜ່ານມາ ກຸ່ມ ຕາລີບັນ ໄດ້ບຸກເຂົ້າຍຶດກຸງ ຄາບູນ ເມືອງຫຼວງຂອງປະເທດອັບການິສຖານໄດ້ສຳເລັດ ສົ່ງຜົນໃຫ້ລັດຖະບານປະເທດອັບການິສຖານໄດ້ຍຸບລົງ  ຈົນເຮັດໃຫ້ປະທານາທິບໍດີ ແລະ ຮອງປະນາທາທິບໍດີຄົນເກົ່າຕ້ອງໄດ້ຫຼົບໜີອອກນອກປະເທດ  ແລະ ຖິ້ມປະຊາຊົນອັບການິສຖານໄດ້ພົບກັບຄວາມຫຍຸ້ງຍາກຂາດທີ່ເພິ່ງພາ.

ປະຊາຊົນຊາວອັບການິສຖານຫຼາຍໆຄົນຕ້ອງໄດ້ລີ້ໄພອອກນອກປະເທດ ບໍ່ວ່າຈະເປັນດ້ວຍທາງເຮືອບິນທີ່ມີຄົນຍາດກັນຂື້ນຈົນລົ້ນລຳເຮືອບິນ ແລະ ຫຼາຍໆຄົນກໍໄດ້ຫາວິທີຕ່າງໆເພື່ອໃຫ້ອອກຈາກປະເທດໄດ້ໄວທີ່ສຸດ.

ທາງສະຫະລັດອາເມຣິກາເອງກໍໄດ້ສົ່ງທະຫານ 5000 ຄົນເພື່ອໃຫ້ປົກປ້ອງ ແລະ ອົບພະຍົບເຈົ້າໜ້າທີ່ສະຖານທູດ ພ້ອມທັງຄອບຄົວຊາວອັບການິສຖານທີ່ຊ່ວຍວຽກສະຫະລັດ ໂດຍອົບພະຍົບຂຶ້ນເຮືອບິນຂະໜາດໃຫຍ່ຢ່າງໄວວາ.

Maulana Abdul Ghani ຫົວໜ້າຂອງກຸ່ມ ຕາລີບັນ ໄດ້ແຕ່ງຕັ້ງຕົນເອງໃຫ້ເປັນປະທານາທິບໍດີຄົນໃໝ່ຂອງອັບການິສຖານ ໂດຍທີ່ທາງຈີນໄດ້ອອກມາປະກາດຮັບຮອງເອົາກຸ່ມຕາລີບັນເປັນລັດຖະບານໃໝ່ຢ່າງເປັນທາງການແລ້ວ.

ການທີ່ມີການປ່ຽນແປງລັດຖະບານ ແລະ ຂໍ້ກົດໝາຍໃໝ່ນີ້ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ເສດຖະກິດ ສະຖຽນລະພາບ ຂອງປະເທດອັບການິສຖານ, ແຕ່ທີ່ສຳຄັນທີ່ສຸດກໍຄືສິດທິຂອງຜູ້ຍິງທີ່ຈະຖືກລົດລົງໄປຫຼາຍຈົນເກືອບຈະບໍ່ເຫຼືອສິດຫຍັງເລີຍ.

ໄຊຊະນະຂອງກຸ່ມຕາລີບັນຕໍ່ກັບລັດຖະບານອັບການນິສຖານເທື່ອນີ້ ຕ່າງເຮັດໃຫ້ຄົນທົ່ວໂລກຕົກໃຈ ແລະ ເປັນຫ່ວງຄວາມປອດໄພຂອງຫຼາຍໆຄົນທີ່ຢູ່ໃນອັບການິສຖານເອງ.

ຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/