ອາເມຣິກາ ແຈກ AirPods!! ພ້ອມມອບທຶນການສຶກສາ ໃຫ້ແກ່ໄວໜຸ່ມທີ່ໄດ້ຮັບການສັກວັກຊີນ


ນະຄອນ ວໍຊິງຕັນ ດີຊີ, ສະຫະລັດອາເມຣິກາ ໄດ້ອອກນະໂຍບາຍ ແຈກ AirPods ໃຫ້ແກ່ໄວໜຸ່ມອາຍຸ 12-17ປີ ທີ່ເຂົ້າໄປສັກວັກຊີນ ໂດຍບໍ່ມີເງື່ອນໄຂໃດໆ ພຽງແຕ່ເຂົ້າໄປສັກກໍສາມາດຮັບ AirPods ໄດ້ທັນທີ. ທ່ານ Muriel Bowser ໄດ້ອອກມາກ່າວວ່າ ສາເຫດທີ່ອອກນະໂຍບາຍນີ້ ກໍເພື່ອຢາກໃຫ້ໄວໜຸ່ມຕື່ນຕົວໃນການເຂົ້າຮັບວັກຊີນ ເພາະນອກຈາກ AirPods ແລ້ວ ຍັງມີການແຈກບັດຂອງຂວັນ VISA ທີ່ໃສ່ຈຳນວນເງິນມູນຄ່າ 51ໂດລາ.

ຍັງບໍ່ໝົດພຽງເທົ່ານັ້ນ ຍັງມີການລຸ້ນຮັບຮາງວັນໃຫຍ່ອີກນັ້ນກໍຄື iPad ແລະ ທຶນການສຶກສາລະດັບມະຫາວິທະຍາໄລອີກ, ໂດຍຈະມີການຈັບສະຫຼາກເພື່ອຫາຜູ້ໂຊກດີໃນແຕ່ລະອາທິດ ໂດຍຈະມີການແບ່ງເປັນຜູ້ໂຊກດີທີ່ຈະໄດ້ iPad ຈຳນວນ 8 ຄົນຕໍ່ອາທິດ ແລະ ຜູ້ທີ່ຈະໄດ້ຮັບທຶນການສຶກສາ ຈຳນວນ 2 ຄົນຕໍ່ອາທິດ, ເຊິ່ງນະໂຍບາຍດັ່ງກ່າວ ຈະໄດ້ເລີ່ມຂຶ້ນໃນວັນທີ 7 ສິງຫາ – 30 ກັນຍາ 2021.

ນອກຈາກ ວໍຊິງຕັນ ດີຊີ ແລ້ວ ຢູ່ທີ່ລັດ ແຄຣິຟໍເນຍ ກໍໄດ້ມີການປະກາດເຮັດໂຄງການ “50,000 ໂດລາ ທຸກວັນສຸກ” ເພື່ອແຈກເງິນໃຫ້ແກ່ຜູ້ໂຊກດີທີ່ໄດ້ຮັບວັກຊີນທຸກໆວັນສຸກ ພ້ອມກັບມອບຮາງວັນອື່ນໆອີກຫຼາຍກວ່າ 30 ຮາງວັນ.

ຂໍ້ມູນຈາກ:

https://bit.ly/3maiBLH

https://bit.ly/3AKRD1a

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/