10 ເລື່ອງລັບຂອງ Sean Connery ນັກສະແດງເຈມບອນຮຸ່ນທຳອິດທີ່ໄດ້ຈາກໄປ


ເຊີ ຊອນ ຄອນເນີຣີ (Sir Sean Connery)  ຕຳນານນັກສະແດງສຸດເທ້ຮຸ່ນປູ່ແຫ່ງສະກັອດແລນ ໄດ້ຈາກໂລກນີ້ຢ່າງສະຫງົບດ້ວຍອາຍຸ 90 ປີ ເມື່ອ ວັນທີ 31 ຕຸລາ ທີ່ຜ່ານມາ ຂະນະທີ່ອາໄສໃນບ້ານພັກກັບຄອບຄົວທີ່ໝູ່ເກາະບາຮາມາສ ເຮັດໃຫ້ແຟນໆທົ່ວໂລກໂສກເສົ້າ ທີ່ເຄີຍເຫັນລີລາການສະແດງຂອງລຸງປູ່ຊອນໃນຈໍມາເປັນເວລາຍາວນານ.

ເມື່ອເບິ່ງຍ້ອນກັບໄປໃນອະດີດ ຊີວິດຂອງ ຊອນ ຄອນເນີຣີ ຖືວ່າມີສີສັນຫຼາຍກ່ອນຈະຫັນເຂັມທິດສູ່ເສັ້ນທາງນັກສະແດງຈົນໄດ້ຮັບບົດ “ເຈມ ບອນ 007” ແລະ ກາຍມາເປັນສາຍລັບເທິງຈໍເງິນທີ່ຖືກຈື່ຈຳຫຼາຍທີ່ສຸດໃນປະຫວັດສາດ.

ຊອນຍັງຄົງຮັບບົດບາດຕ່າງໆ ໃນຮູບເງົາຄຸນນະພາບເລື່ອງອື່ນໆໃນເວລາຕໍ່ມາອີກ ເປັນເວລາຍາວນານກວ່າ 4 ທົດສະວັດ ທັງລີລາການສະແດງ ສຽງທຸ້ມນຸ້ມອັນເປັນເອກະລັກ ຈຶ່ງເຮັດໃຫ້ຊອນໄດ້ຊື່ວ່າເປັນດາລາເຈົ້າບົດບາດຄົນໜຶ່ງໃນຕຳນານຂອງຮອນລີວູດ.

ເພື່ອເປັນການບັນທຶກ ແລະ ລະນຶກເຖິງຍອດນັກສະແດງຜູ້ຮັບບົດບາດສາຍລັບ “ເຈມ ບອນ” ດ້ວຍ 10 ເລື່ອງລັບຂອງຊອນທີ່ບາງຄົນອາດຈະຍັງບໍ່ຮູ້ ມາເບິ່ງວ່າມີເລື່ອງຫຍັງແນ່:

  1. ເດັກຊາຍຍາກຈົນຜູ້ຮັບຈ້າງຂັດໂລງສົບ

ໂທມັດ ຊອນ ຄອນເນີຣີ  (Thomas Sean Connery) ເກີດເມື່ອວັນທີ 25 ສິງຫາ 1930 ໃນຄອບຄົວຊົນຊັ້ນແຮງງານຈາກເມືອງເອດິນເບີກ (Edinburgh) ສະກັອດແລນ. ພໍ່ຂອງລາວເຮັດວຽກເປັນຄົນຂັບລົດບັນທຸກ ໃນຂະນະທີ່ແມ່ຫາລ້ຽງຊີບດ້ວຍການຊັກລີດ ຊອນຕ້ອງໃຊ້ຊີວິດໄວເດັກໃນຫ້ອງເຊົ່ານ້ອຍໆ ທີ່ໃຊ້ຫ້ອງນ້ຳຮ່ວມກັບເພື່ອນບ້ານ, ບໍ່ມີນ້ຳຮ້ອນໃຫ້ອາບໃນຍາມໜາວ. ຄອບຄົວນີ້ເກືອບຈະບໍ່ມີເງິນໂຮມ ພໍ່ແມ່ຕ້ອງປູຜ້າໃນລີ້ນຊັກໂຕະເພື່ອນໃຫ້ຊອນນອນໃນຕອນຍັງນ້ອຍ. ຕອນອາຍຸພຽງ 13 ປີ ຊອນຕັດສິນໃຈອອກຈາກໂຮງຮຽນ ເຮັດວຽກສາລະພັດຢ່າງ ບໍ່ວ່າຈະເປັນຄົນສົ່ງນົມ, ຄົນກໍ່ດິນຈີ່, ຄົນຂັບລົດບັນທຸກ, ພະນັກງານກູ້ໄພຊາຍຫາດ ຫຼື ແມ່ນແຕ່ພະນັກງານຮັບຈ້າງເຮັດຄວາມສະອາດໂລງສົບ.

  1. ອຳລາວົງການລູກໜັງຖາວອນ

ໂທມັດ ເປັນເດັກໜຸ່ມຮູບຮ່າງສູງໃຫຍ່ເຖິງ 6 ຟຸດ 2 ນິ້ວ ເໝາະກັບວຽກທີ່ຕ້ອງອວດຮ່າງກາຍຢ່າງຍິ່ງ ຕອນອາຍຸໄດ້ 23 ປີ ຊອນມີປະສົບການຜ່ານເສັ້ນທາງຂອງນາຍແບບ, ນັກເພາະກາຍ, ນັກສະແດງລະຄອນເວທີ ແລະ ນັກກິລາຢູ່ໄລຍະໜຶ່ງ.

ຊອນໄດ້ຜະເຊີນໜ້າກັບການຕັດສິນໃຈຄັ້ງສຳຄັນວ່າຈະເລືອກເສັ້ນທາງນັກເຕະບານອາຊີບ ຫຼື ຈະເປັນນັກສະແດງທີ່ລາວເຮັດໄດ້ດີພໍສົມຄວນ ແຕ່ໃນທີ່ສຸດລາວກໍເລືອກຢ່າງທີສອງ, ດ້ວຍເຫດຜົນວ່າອາຍຸ 23 ປີ ອາດຈະເຫລືອເວລາອີກບໍ່ດົນຫຼາຍສຳລັບເສັ້ນທາງນັກເຕະບານອາຊີບ. ເພາະໃນເວລານັ້ນ ນັກເຕະບານຫຼາຍຄົນເມື່ອຮອດ 30 ກໍຕ້ອງອຳລາສະໜາມແລ້ວ.

ເມື່ອຫັນສູ່ວົງການສະແດງ ໂທມັດຈຶ່ງເລືອກເອົາຊື່ກາງວ່າ “ຊອນ” ມາເປັນຊື່ໃນວົງການ ເພາະເບິ່ງວ່າຊື່ນີ້ໜ້າຈະເຂົ້າກັບບຸກຄະລິກຂອງເຂົາຫຼາຍກວ່າຊື່ “ໂທມັດ” ຫຼື “ທອມ”, ເຖິງວ່າຈະອຳລາວົງການລູກໜັງບານມາດົນ ແຕ່ຊອນເຄີຍບອກວ່າ “ຂ້ອຍເຄີຍມັກເຕະບານຫຼາຍ ແລະ ຍັງມັກຢູ່ ຂ້ອຍຮັກມັນເລີຍແຫຼະ”.

  1. ຕົວເລືອກທ້າຍໆ ໃນບົດບາດສາຍລັບຕົວພໍ່

ເຖິງວ່າຄອນເນີຣີໃນອາຍຸ 32 ປີຈະກາຍມາເປັນສາຍລັບ ເຈມ ບອນ ໃນຕຳນານ ແຕ່ຊອນກໍບໍ່ແມ່ນຕົວເລືອກທຳອິດສຳລັບບົດເຈມບອນ ໃນເລື່ອງ Dr. No (1962) ທີ່ດັດແປງມາຈາກນິຍາຍດັງຂອງ ອຽນ ເຟມມິງ (Ian Fleming).

ຕົວເລືອກທີ່ທີມງານສົນໃຈໃນຕອນທຳອິດຕັ້ງແຕ່ ແຄຣີ ແກຣນ (Cary Grant) ທີ່ຖອນຕົວເພາະບໍ່ຢາກເຊັນສັນຍາຮູບເງົາຫຼາຍເລື່ອງ ແລະ ຍັງມີດາວເດັ່ນຂອງຍຸກອີກຫລາຍຄົນ ບໍ່ວ່າຈະເປັນ ເດວິວ ນິເວນ (David Niven), ຣິຊາດ ຈອນສັນ (Richard Johnson), ຊາດ ທອດ (Richard Todd) ເຊິ່ງເປັນຕົວເລືອກທີ່ເຟມມິງມັກທີ່ສຸດ ລວມເຖິງໂຣເຈີ ມົວ (Roger Moore) ແຕ່ບັງເອີນຜູ້ສ້າງເຫັນວ່າມົວຍັງນ້ອຍເກີນໄປ ທັງທີ່ຄວາມຈິງ ມົວອາຍຸຫຼາຍກວ່າຄອນເນີຣີ ແລະ ຕອນນັ້ນມົວ ຍັງຕິດສັນຍາກັບຮູບເງົາໂທລະທັດ “The Saint” ແນວໃດກໍຕາມ ນັກສະແດງທີ່ຄັດເລືອກມາກັບມີລີລາການສະແດງບໍ່ໜ້າປະທັບໃຈຫຼາຍ ພວກເຂົາຈຶ່ງຫັນໄປຫາດາວດວງໃຫມ່ຢ່າງຊອນ ເຊິ່ງຫຼັງຈາກຊອນວາງມືຈາກບົດເຈມບອນ ກໍເປັນມົວທີ່ເຂົາມາຮັບຊ່ວງຕໍ່ໃນປີ 1973.

  1. “My name is Bond, James Bond.” ປະໂຫຍກທີ່ເກີດຈາກການດົ້ນສົດ

ເຊື່ອຫຼືບໍ່ວ່າ “My name is Bond, James Bond.” ນີ້ເປັນປະໂຫຍກທີ່ຄອນເນີຣີດົ້ນສົດຂຶ້ນມາເອງໃນເລື່ອງ Dr. No ເມື່ອປີ 1992 ເພາະລາວຮູ້ສຶກວ່າ “I am James Bond.” ຕາມບົດເວົ້າເກົ່ານັ້ນຟັງບໍ່ລື່ນຫູ ແລະ ຜິດທຳມະຊາດ ທີມງານຈຶ່ງໃຫ້ຊອນລອງເວົ້າດົ້ນສົດຢູ່ຫຼາຍຮອບ ຈົນຊອນເວົ້າເວັ້ນວັກລະຫວ່າງປະໂຫຍກ ເຮັດໃຫ້ປະໂຫຍກນີ້ຟັງເບິ່ງມີເອກະລັກ ແລະ ລົງຕົວກັບບົດບາດຂອງເຈມບອນ.

ແນ່ນອນວ່າປະໂຫຍກນີ້ກາຍມາເປັນປະໂຫຍກ “ປະຈຳຕົວ” ຂອງເຈມບອນ ທີ່ຜູ້ສ້າງຕ້ອງຈັບມາໃຊ້ໃນຮູບເງົາເຈມບອນທຸກພາກ ເຖິງວ່າຕອນຫຼ້າສຸດ No Time to Die ຈະເລີ່ມເຂົ້າໂຮງຮູບເງົາໃນປີ 2021 ທີ່ບອນຄົນປັດຈຸບັນ ແດນຽວ ເຄຣກ (Daniel Craig) ກໍຍັງເວົ້າປະໂຫຍກນີ້.

  1. ເຖິງຜົມບາງ ກໍບໍ່ມີບັນຫາກັບບົດບາດ “ເຈມ ບອນ”

ຊອນມີບັນຫາຜົມຫຼົ່ນຕັ້ງແຕ່ອາຍຸ 17 ເປັນຜົນມາຈາກກຳມະພັນທາງຝ່າຍພໍ່ ຊອນຈຶ່ງເປັນນັກສະແດງທີ່ຜົມບາງມາຕັ້ງແຕ່ກ່ອນເຂົ້າວົງການ ເຮັດໃຫ້ຕ້ອງເລີ່ມໃສ່ຜົມປອມຫຼິ້ນຮູບເງົາເປັນຄັ້ງທຳອິດໃນເລື່ອງ Goldfinger ປີ 1964, ຕັ້ງແຕ່ນັ້ນມາຊອນຕ້ອງໃສ່ຜົມປອມທີ່ເບິ່ງແນບນຽນທຸກຄັ້ງທີ່ຮັບບົດເຈມບອນ.

ແນວໃດກໍຕາມ ໃນຊີວິດແທ້ ແລະ ໃນຮູບເງົາສ່ວນໃຫຍ່ທີ່ຊອນເຄີຍຮ່ວມສະແດງ ຊອນບໍ່ເຄີຍໃສ່ຜົມປອມເລີຍ, ເຖິງວ່າຕອນອອກມາໂຄສະນາຮູບເງົາເລື່ອງເຈມບອນ ຊອນກໍບໍ່ອາຍທີ່ຈະປ່ອຍຫົວທີ່ເລີ່ມລ້ານໃນທີ່ສາທາລະນະ ເຊິ່ງແຕກຕ່າງກັບຜົມດົກດຳໃນຮູບເງົາຢ່າງຍິ່ງ.

  1. ນັກເຄື່ອນໄຫວປົດແອກສະກັອດແລນ

ນອກຈາກຈະເປັນນັກສະແດງແລ້ວ ຊອນຍັງເປັນນັກເຄື່ອນໄຫວຜູ້ຮຽກຮ້ອງອິດສະຫຼະພາບໃຫ້ກັບສະກັອດແລນບ້ານເກີດຂອງຕົນເອງ ແລະ ນັກສະແດງມາດເຂັ້ມຜູ້ນີ້ຍັງສະໝັກເປັນສະມາຊິກພ້ອມໃຫ້ທຶນສະໜັບສະໜຸນພັກການເມືອງຝ່າຍຊ້າຍແນວສາທາລະນະລັດ “Scottish National Party” ຫຼື (SNP) ຢ່າງຕໍ່ເນື່ອງ. ຈົນຮອດປີ 2001 ເມື່ອລັດຖະສະພາອັງກິດຜ່ານກົດໝາຍຫ້າມທຶນຈາກຕ່າງປະເທດສະໜັບສະໜຸນພັກການເມືອງໃນປະເທດ ສົ່ງຜົນໃຫ້ຊອນທີ່ອາໄສຢູ່ໃນບາຮາມາສ ຕັ້ງແຕ່ທົດສະວັດທີ 1990 ບໍ່ສາມາດສະໜັບສະໜຸນທາງການເງິນໃຫ້ພັກດັ່ງກ່າວໄດ້ອີກ.

  1. “ເຈມບອນຕົ້ນສະບັບ” ປະທະ “ເຈມບອນນອກຄອກ”

ຫຼັງຈາກຊອນປະກາດເລີກຮັບບົດເຈມບອນ ໃນປີ 1967 ເມື່ອສຳເລັດການຖ່າຍທຳພາກ You Only Live Twice ດ້ວຍເຫດຜົນວ່າ “ອິ່ມຕົວ” ແລ້ວ ແລະ ໂດ່ງດັງເກີນໄປ ແຕ່ໃນທີ່ສຸດຊອນກໍຍັງຮັບບົດບອນອີກ 2 ຄັ້ງ ໃນເລື່ອງ Diamonds Are Forever ໃນປີ 1971 ແລະ Never Say Never Again ໃນປີ 1983 ເຊິ່ງທັງສອງເລື່ອງຖືເປັນຮູບເງົາເຈມບອນ “ນອກຄອກ” ທີ່ອຳນວຍການສ້າງໂດຍຜູ້ສ້າງອີກກຸ່ມໜຶ່ງ ແລະ ອອກສາຍໃນປີດຽວກັນກັບເລື່ອງ Octopussy ຮູບເງົາເຈມບອນຈາກຜູ້ສ້າງຕົ້ນສະບັບ ທີ່ມີໂຣເຈີ ມົວ ມາຮັບບົດແທນ.

ການຕັດສິນໃຈຮັບບົດເຈມບອນໃນ  Never Say Never Again ເຮັດໃຫ້ເກີດຄວາມໝາງໃຈລະຫວ່າງຊອນກັບທີມຜູ້ສ້າງເຈມບອນຕົ້ນສະບັບ ແລະ ບໍ່ມີໂອກາດໄດ້ປັບຄວາມເຂົ້າໃຈກັນຈົນຮອດທຸກມື້ນີ້ທີ່ຊອນຈາກໄປແລ້ວ ສື່ໃນເວລານັ້ນຕ່າງເອີ້ນການປະທະກັນລະຫວ່າງບອນຕົ້ນສະບັບ ກັບ ບອນນອກຄອກວ່າເປັນ “ສຶກລະຫວ່າງບອນ” (Battle of the Bonds).

  1. ຜູ້ປະຕິວັດ “ເຈມ ບອນ” ຢ່າງແທ້ຈິງ

ຈົນເຖິງປັດຈຸບັນ ຊອນຍັງຄົງໄດ້ຮັບການລົງສຽງໃຫ້ເປັນ ເຈມບອນ ທີ່ຄົນອັງກິດມັກທີ່ສຸດ ລວມທັງໂຣເຈີ ມົວ ແລະ ແດນຽວ ເຄຣກ ຜູ້ຮັບບົດບອນຄົນຕໍ່ໆມາ ຕ່າງກໍໂຫວດໃຫ້ຊອນ ຄອນເນີຣີ ເປັນບອນໃນດວງໃຈເຊັ່ນກັນ ລວມເຖິງອຽນເຟມມິງ ທີ່ເຄີຍເວົ້າໃຫ້ຊອນໄວ້ແຕ່ທຳອິດວ່າເປັນພຽງ “ນັກກ້າມ” ແລະ ເບິ່ງບໍ່ເຫມາະສົມກັບບົດບາດສາຍລັບລີລາແພວພາວ ກໍຍັງຕ້ອງປະທັບໃຈກັບຄວາມສາມາດໃນການຕີບົດແຕກຂອງນັກສະແດງຜູ້ນີ້ໃນເລື່ອງ Dr.No.

ເຟມມິງເຖິງຂັ້ນຂຽນກ່ຽວກັບພູມຫຼັງຂອງຕົວລະຄອນເພີ່ມເຕີມໃນນິຍາຍຕອນຕໍ່ໆມາ ໂດຍອີງມາຈາກປະຫວັດແລະບ້ານເກີດໃນສະກັອດແລນຂອງຊອນຄອນເນີຣີ ເພື່ອເປັນກຽດແກ່ຊອນອີກດ້ວຍ.

  1. ຕຳນານຮໍລີວູດເຈົ້າບົດບາດ

ຫຼັງຈາກຮັບບົດບອນມາດົນນານຫຼາຍປີ ຊອນສາມາດຖິ້ມພາບບົດບາດໄດ້ຫຼຸດເມື່ອລາວໄດ້ຮັບລາງວັນອອສກ້າຈາກບົດ ຈິມມີ ມາໂລນ (Jimmy Malone) ຈາກເລື່ອງ The Untouchables ໃນປີ 1988 ກຳກັບໂດຍມາຕິນ ສະກໍເຊຊີ (Martin Scorsese) ລວມເຖິງຫຼິ້ນຮູບເງົາບລັອກບັດສະເຕີ ຢ່າງ Indiana Jones: The Last Crusade ໃນປີ 1989 ໃນບົດພໍ່ຈອມປ່ວນຂອງອິນເດຍນາໂຈນ ຮ່ວມກັບ ແຮຣິສັນ (Harrison Ford) ແລະ ຮູບເງົາທີ່ສ້າງເງິນເລື່ອງອື່ນໆອີກເຊັ່ນ: ຮູບເງົາແອັກຊັນ The Rock ໃນປີ 1996 ກັບນິໂຄລັສ ເຄດ (Nicolas Cage), Entrapment ໃນປີ 1998 ຄູ່ກັບແຄເທີຣີນ ຊີຕາໂຈນ (Catherine Zeta Jones).

ໃນເລື່ອງ The Rock ຊອນໄດ້ນັ່ງຕັ່ງເປັນໜຶ່ງໃນຜູ້ຈັດຮູບເງົາອີກດ້ວຍ ເລື່ອງນີ້ຖືເປັນຮູບເງົາທີ່ລາວມັກຮັກທີ່ສຸດ. ເວົ້າກັນວ່າໃນຊ່ວງທີ່ກຳລັງຖ່າຍນັ້ນ ຊອນ “ອິນ” ຫຼາຍເຖິງຂະໜາດຂໍໃຫ້ສ້າງທີ່ພັກໃຫ້ລາວອາໄສເທິງເກາະອັນຄາທຣາດ ເພື່ອທີ່ຈະໄດ້ບໍ່ຕ້ອງເດີນທາງໄປ-ກັບ ລະຫວ່າງຊານຟານຊິດໂກ ກັບອັນຄາທຣາດເລື້ອຍໆ.

  1. ອຳລາຈໍເງິນ

ຊອນ ຄອນເນີຣີ ລາຈາກວົງການຮູບເງົາຕັ້ງແຕ່ປີ 2003 ຫຼັງຈາກຄວາມລົ້ມເຫຼວຂອງຮູບເງົາແນວ Super Hero ຟອມຍັກ The League of an Extraordinary Gentlemen ຊອນເປີດເຜີຍວ່າຮູ້ສຶກ “ກົດດັນ” ກັບງານນີ້ເກີນໄປ ລວມເຖິງຮູ້ສຶກຜິດຫວັງກັບຄຸນນະພາບ ແລະ ລາຍໄດ້ຂອງຮູບເງົາ.

ດ້ວຍອາຍຸ 71 ປີຂອງຊອນ ເມື່ອຜ່ານຈຸດສູງສຸດມາແລ້ວທຸກດ້ານ ຊອນຮູ້ສຶກວ່າໜ້າຈະຮອດເວລາພັກຜ່ອນໄດ້ແລ້ວ ຈຶ່ງບອກລາອາຊີບນັກສະແດງຢ່າງຖາວອນ ເຫຼືອພຽງການໃຫ້ສຽງໃນວີດີໂອເກມ From Russia with Love ປີ 2005 ທີ່ດັດແປງຈາກຮູບເງົາເຈມບອນຊື່ດຽວກັນ ໂດຍຊອນເປັນທັງຜູ້ໃຫ້ສຽງ ແລະ ໃຫ້ທີມພັດທະນາເອົາໃບໜ້າໃນໄວໜຸ່ມຂອງຕົນໄປໃຊ້ໃນເກມນຳອີກ.

ນອກຈາກນີ້ ລາວຍັງມີຜົນງານພາກກາຕູນຈາກສະກັອດແລນບ້ານເກີດ Guardian of the Highlands ປີ 2011 ພ້ອມກັບໃຊ້ເວລາສ່ວນໃຫຍ່ໄປກັບການຕາມເຊຍກິລາ, ໂດຍສະເພາະການເກາະຂອບສະໜາມ “ບານເຕະ” ທີ່ມັກມາຕະຫຼອດຊີວິດ.

ທີ່ມາ: https://themomentum.co/10-facts-about-sean-connery/?utm_source=grf-eng&utm_medium=partner&utm_campaign=giraff.io