Chris Evans ກຳລັງເຈລະຈາກັບມາຮັບບົດ Captain America ເພື່ອປາກົດຕົວໃນ MCU ອີກຄັ້ງ


ເຊື່ອວ່າຂ່າວນີ້ ໜ້າຈະເຮັດໃຫ້ແຟນໆຮູບເງົາຂອງ Marvel Studios ໂດຍສະເພາະ Captain America ຕື່ນເຕັ້ນກັນບໍ່ໜ້ອຍ ເມື່ອ Deadline ສື່ບັນເທີງທີ່ມີຄວາມໜ້າເຊື່ອຖືຫຼາຍທີ່ສຸດໄດ້ອອກມາລາຍງານວ່າ Chris Evan ກຳລັງເຈລະຈາກັບ Marvel Studios ແລະ Disney ເພື່ອຫາທາງກັບມາຮັບບົດເປັນ ສະຕີບ ໂຣເຈີ ຫຼື ກັບຕັນອາເມຣິກາອີກຄັ້ງ ໂດຍຍ້ອນກັບໄປປີ 2019 ຄຣິສ ໄດ້ປະກາດເຊົາຫຼິ້ນບົດນີ້ຫຼັງຖ່າຍສຳເລັດການຖ່າຍຮູບເງົາ Avengers: Endgame ສຳເລັດ ເນື່ອງຈາກໝົດສັນຍາກັບທາງມາເວວ.

ຕາມລາຍງານຈາກແຫຼ່ງຂ່າວວົງໃນຂອງ Deadline ເປີດເຜີຍວ່າການເຈລະຈານີ້ຈະເຮັດໃຫ້ຄຣິສໄດ້ກັບມາໃສ່ຊຸດໜັງ ສີຟ້າພ້ອມຖືໂລ່ຄູ່ໃຈອີກຄັ້ງໃນຮູບເງົາຂອງມາເວວຢ່າງໜ້ອຍໜຶ່ງເລື່ອງ ແລະ ມີໂອກາດຕໍ່ເພີ່ມອີກ, ເຊິ່ງມັນຈະບໍ່ແມ່ນພາກຕໍ່ຫຼືຮູບເງົາດ່ຽວຂອງ Captain America ແຕ່ຈະພາຕົວລະຄອນ ສະຕີບ ໂຣເຈີ ໄປປາກົດຕົວໃນຮູບເງົາເລື່ອງອື່ນໆໃນ MCU ຫຼື Marvel Cinematic Universe ດັ່ງທີ່ຕົວລະຄອນໂທນີ ສະຕາກ ຫຼື Ironman ຂອງໂຣເບີດ ດາວນີ ຈູເນຍ ໄປປາກົດຕົວໃນ Captain America: Civil War (2016) ແລະ Spider-Man: Homecoming (2017)

ປັດຈຸບັນຍັງບໍ່ມີຄວາມແນ່ຊັດວ່າ ທາງທີມງານມາເວວຈະນຳຕົວລະຄອນ Captain America ກັບມາຮັບບົດໃນຈໍຮູບເງົາແນວໃດ ແຕ່ເຮົາເຊື່ອວ່າມີຢູ່ຫຼາກຫຼາຍວິທີ ແລະ ພວກເຂົາຕ້ອງເຮັດອອກມາໄດ້ດີແນ່ນອນ ຫາກການເຈລະຈາເກີດຂຶ້ນແທ້ ບໍ່ໄດ້ເປັນພຽງແຕ່ຂ່າວລື.

ແນວໃດກໍຕາມ ຂະນະທີ່ຫຼາຍຄົນກຳລັງຮູ້ສຶກຕື່ນເຕັ້ນກັບຂ່າວນີ້ ອີແວນ ກໍໄດ້ອອກມາທະວີດຂໍ້ຄວາມປະຕິເສດເລື່ອງນີ້ວ່າ “ມັນເປັນພຽງແຕ່ຂ່າວສຳລັບຂ້ອຍ” ເຊິ່ງອາດຈະເຮັດໃຫ້ແຟນໆຫຼາຍຄົນຕ້ອງຄໍຕົກໄປບໍ່ໜ້ອຍ.

ທັງນີ້ທັງນັ້ນ ເຮົາກໍຕ້ອງຖ້າຕິດຕາມເບິ່ງຕໍ່ໄປວ່າເລື່ອງນີ້ມັນຈະເປັນພຽງແຕ່ “ຂ່າວ” ແທ້ຫຼືບໍ່ ເພາະຂຶ້ນຊື່ວ່າຍີ່ຫໍ້ມາເວວແລ້ວ ອີຫຍັງກໍເກີດຂຶ້ນໄດ້ ຕະຫຼອດຫຼາຍປີທີ່ຜ່ານມາມີຫຼາຍຄັ້ງແມ່ນແຕ່ເລື່ອງລາວຂອງຕົວລະຄອນບາງຕົວໃນຮູບເງົາມາເວວທີ່ໄດ້ຈົບລົງໄປແລ້ວ ແຕ່ພວກເຂົາກໍຍັງສາມາດພັດທະນາຕົວລະຄອນເຫຼົ່ານັ້ນກັບມາມີສ່ວນຮ່ວມໃນ MCU ໄດ້ດ້ວຍວິທີການທີ່ແຕກຕ່າງກັນອອກໄປ.

ພາບ: Marvel

ທີ່ມາ: