Tobey Maguire ແລະ Willem Dafoe ທຳລາຍສະຖິຕິ ໂດຍການສະແດງເປັນຕົວລະຄອນໃນ Marvel ຍາວນານທີ່ສຸດໃນໂລກ


ຫຼັງຈາກຮູບເງົາຊື່ດັງຂອງຈັກກະວານ Marvel ຄື  Spider-Man: No Way Home ໄດ້ອອກສາຍທົ່ວໂລກໃນໄລຍະທ້າຍປີ 2021 ຕ່າງກໍເຮັດໃຫ້ແຟນໆຂອງ Spider Man ພາກັນອິ່ມໃຈແລະຮູ້ສຶກເຊີໄພ້ໄດ້ຕະຫຼອດເວລາ ເພາະເນື້ອເລື່ອງທີ່ໜ້າຕິດຕາມແລະມີຄວາມພິເສດຄື  ໄດ້ນຳເອົາຕົວລະຄອນຈາກພາກເກົ່າມາສະແດງຮ່ວມນຳ. ບໍ່ພຽງແຕ່ເທົ່ານັ້ນ! ເພາະຮູບເງົາເລື່ອງນີ້ເຮັດໃຫ້ 2 ນັກສະແດງ Tobey Maguire ແລະ Willem Dafoe ໄດ້ທຳລາຍສະຖິຕິ Guinness World Records ອີກພ້ອມ.

ເມື່ອວັນທີ 25 ມັງກອນທີຜ່ານມາ ທາງເວັບໄຊ Guinness World Records ໄດ້ອອກມາປະກາດວ່າ Tobey Maguire ຜູ້ທີ່ຮັບບົດເປັນ Peter Parker ຫຼື Spider Man ຄົນທຳອິດ ແລະ Willem Dafoe ຜູ້ທີ່ສະແດງເປັນ Green Goblin  ຫຼື Norman Osborn ໄດ້ທໍາລາຍສະຖິຕິໃໝ່ໂດຍການເປັນ “ນັກສະແດງຮູບເງົາຍາວນານທີ່ສຸດໃນຖານະຕົວລະຄອນ Marvel ໃນເວີຊັ່ນ Live Action (Longest career as a live action Marvel character)”.

ເຊິ່ງທັງສອງຄົນໄດ້ປາກົດຕົວຄັ້ງທຳອິດໃນຮູບເງົາ Spider Man (2002) ແລະ ມີຜົນງານໄປຕໍ່ອີກສອງພາກ ຈົນຮອດປີ 2007, ມາຮອດປີ 2021 ກໍໄດ້ກັບມາຮັບບົດບາດນີ້ອີກຄັ້ງໃນຮູບເງົາເລື່ອງ Spider-Man: No Way Home.

ທັງ Tobey Maguire ແລະ Willem Dafoe ຫາກລວມເວລາທີ່ສະແດງເຂົ້ານໍາກັນ ແມ່ນໄດ້ກາຍຕົວລະຄອນ Marvel ເວີຊັ່ນ Live Action ໄດ້ມາດົນນານກວ່າ 19 ປີ 225 ມື້ແລ້ວ (ຈຳນວນມື້ ແມ່ນນັບຕາມບົດຄວາມຕົ້ນສະບັບ).

ເຊິ່ງສະຖິຕິນີ້ ເມື່ອກ່ອນເປັນຂອງ Hugh Jackman (ຜູ້ທີ່ຮັບບົດເປັນ Wolverine) ແລະ Patrick Stewart  (ຜູ້ທີ່ຮັບບົດເປັນ Professor X) ທີ່ເຄີຍເຮັດສະຖິຕິເອົາໄວ້ທີ່ 16 ປີ 232 ມື້ ຈາກການປາກົດຕົວຄັ້ງທຳອິດໃນ X-Men (2000) ແລະ Logan (2017). ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/