10 Emoji ທີ່ຖືກນຳໃຊ້ໜ້ອຍທີ່ສຸດ


ປັດຈຸບັນ ອີໂມຈິໄດ້ມີການພັດທະນາເພີ່ມຂຶ້ນຫຼາກຫຼາຍ ເຊິ່ງມັນກໍເປັນປະໂຫຍດໃນການນຳໃຊ້ຂອງພວກເຮົາຫຼາຍ ແຕ່ຍ້ອນການທີ່ໄດ້ມີອີໂມຈິອອກມາໃໝ່ຫຼາຍ, ບາງຄັ້ງກໍອາດຈະຫຼາຍເກີນໄປ ແລະ ເຮັດໃຫ້ບາງອັນເກືອບຈະບໍ່ຖືກໄດ້ນຳໃຊ້ເລີຍ. ມື້ນີ້ພວກເຮົາຈະມາແນະນຳອີໂມຈິທີ່ໄດ້ມີການນຳໃຊ້ໜ້ອຍທີ່ສຸດ 10 ອັນ ມີຄື:

10. ຕູ້ໄປສະນີທີ່ເປີດຄ້າງໄວ້

ຄວາມໝາຍແມ່ນຕາມໃນຮູບຂອງມັນໂດຍກົງເລີຍ ກໍຄືຕູ້ໄປສະນີ ຫຼື ຕູ້ຈົດໝາຍທີ່ເປີດຄ້າງໄວ້ ພ້ອມທຸງສີແດງທີ່ປັບລົງ ສະແດງໃຫ້ເຫັນວ່າຈົດໝາຍຫຼືສິ່ງຂອງໃນຕູ້ຖືກຮັບແລ້ວ ຫຼື ຍັງບໍ່ໄດ້ຮັບຫຍັງມາເທື່ອ. ເຫດຜົນທີ່ມັນບໍ່ໄດ້ຮັບຄວາມນິຍົມອາດຈະຍ້ອນວ່າ ອີໂມຈິໄປສະນີນັ້ນມີຫຼາກຫຼາຍແບບ ຈຶ່ງເຮັດໃຫ້ຄົນບໍ່ຮູ້ຈະໃຊ້ແບບໃດ ເຮັດໃຫ້ອີໂມຈິດັງກ່າວມີຜູ້ໃຊ້ພຽງແຕ່ 304,888 ຄັ້ງໃນ Twitter.

9. ລົດໄຟທີ່ແລ່ນທາງດຽວ

ເປັນອີໂມຈິທີ່ສະແດງເຖິງລົດໄຟທີ່ແລ່ນແຕ່ເສັ້ນທາງດຽວ ເຊິ່ງບໍ່ເປັນທີ່ນິຍົມໃຊ້ປານໃດ ເນື່ອງຈາກວ່າມັນໃຊ້ເພື່ອການເດີນທາງໄລຍະໃກ້-ໄລຍະກາງ, ນອກຈາກນີ້ ສ່ວນໃຫຍ່ຜູ້ທີ່ນຳໃຊ້ອີໂມຈິລົດໄຟກໍຈະໃຊ້ລົດໄຟແບບດັ້ງເດີມຫຼາຍກວ່າເພື່ອໃຫ້ເບິ່ງອອກແລ້ວຮູ້ທັນທີ. ອີໂມຈິລົດໄຟທາງດຽວມີຄົນນິຍົມໃຊ້ໃນ Twitter ພຽງ 296,566 ຄັ້ງ.

8. ໜ້າປັດໂມງ 12:30

ແບບດຽວກັນກັບອີໂມຈິໄປສະໜີ ທີ່ມີຫຼາກຫຼາຍເກີນໄປ ຈົນເຮັດໃຫ້ຜູ້ໃຊ້ບໍ່ເລືອກມັນ ເຮັດໃຫ້ມີຜູ້ໃຊ້ເປັນຈຳນວນ 279,169 ຄັ້ງໃນ Twitter.

7. ຕົວອັກສອນລະຕິນໃຫຍ່

ຕົວໜັງສື ຫຼື ຕົວອັກສອນລະຕິນໃຫຍ່ ບໍ່ໄດ້ມີເຈດຕະນາສ້າງຂຶ້ນມານຳໃຊ້ແກ່ບຸກຄົນທົ່ວໄປ ແຕ່ແມ່ນສຳລັບໜ້າຈໍໂປຣແກຣມ software ທີ່ສະແດງໃຫ້ເຫັນເຖິງການນຳໃຊ້ໂຫມດຕົວອັກສອນໃຫຍ່ ເຊັ່ນການພິມຄີບອດ CAP LOCK ມີການໃຊ້ພຽງ 272,229.

6. ພະນັກງານກວດປຶ້ມຜ່ານແດນ

ອາດຈະຍ້ອນຮູບຂອງມັນທີ່ສະແດງອອກບໍ່ຈະແຈ້ງ ຫຼື ອາດຈະຍ້ອນບໍ່ມີຄົນໄດ້ເດີນທາງໃນຍຸກປັດຈຸບັນ ເຮັດໃຫ້ບໍ່ມີຜູ້ໃຊ້ຫຼາຍ ມີການໃຊ້ແຕ່ 267,147 ໃນ Twitter.

5. ຕົວອັກສອນພາສາຍີ່ປຸ່ນ

ຕົວອັກສອນພາສາຍີ່ປຸ່ນ ແປວ່າຄຳຂໍ ເຊິ່ງຈະນຳໃຊ້ກັບສິ່ງທີ່ກ່ຽວກັບວຽກ ຫຼື ບັດຕິດຕໍ່ ແລະ ສຳລັບພາສາຈີນມັນສະແດງເຖິງສັນຍະລັກລາສີຂອງໂຕລິງ ແຕ່ກໍບໍ່ໄດ້ຖືກມານຳໃຊ້ຕະຫຼອດຕາມທີ່ຄາດໄວ້ ໃຊ້ພຽງ 266,172 ຄັ້ງ.

4. ບັດລາຍການ

ໜຶ່ງໃນເຫດຜົນທີ່ມັນບໍ່ໄດ້ຮັບຄວາມນິຍົມ ອາດຈະຍ້ອນມັນບໍ່ໄດ້ເປັນທີ່ຮູ້ຈັກແລ້ວໃນຍຸກນີ້. ມັນໝາຍເຖິງບັດທີ່ໃຊ້ສະແດງລາຍການຂໍ້ມູນຂອງທຸລະກິດໃດໜຶ່ງ ຫຼື ອົງກອນໃດໜຶ່ງຕັ້ງແຕ່ລາຍລະອຽດຂອງບຸກຄົນໄປຈົນຮອດເບີໂທແລະທີ່ຢູ່ ເຊິ່ງໄດ້ນຳໃຊ້ກ່ອນຍຸກປັດຈຸບັນທີ່ພວກເຮົາຊອກຫາໃນອິນເຕີເນັດກັນແລ້ວ. ປັດຈຸບັນມີການໃຊ້ 258,512 ຄັ້ງ.

3. ປ້າຍຫ້າມຖິ້ມຂີ້ເຫຍື້ອ

ຫ້າມຖິ້ມຂີ້ເຫຍື້ອ ເຊິ່ງແປຕາມຕົວມັນ ແລະ ເຂົ້າໃຈໄດ້ງ່າຍໂດຍບໍ່ຕ້ອງການຄຳອະທິບາຍ ແຕ່ທີ່ບໍ່ເປັນທີ່ນິຍົມອາດຈະຍ້ອນຄົນບໍ່ມີເຫດຜົນວ່າຈະຕ້ອງໃຊ້ອີໂມຈິນີ້ ໂດຍມີການນຳໃຊ້ຢູ່ 258,518 ຄັ້ງ.

2. ປ້າຍຫ້າມ ກັອກນ້ຳ ແລະ ຈອກ

ປ້າຍຫ້າມກັອກນ້ຳ ແລະ ຈອກ ແປງ່າຍໆໃນພາສາເຮົາແມ່ນການຫ້າມບໍ່ໃຫ້ກິນນ້ຳຈາກກັອກ ແຕ່ກໍມີຄົນເຂົ້າໃຈຜິດເຊັ່ນກັອກນ້ຳເພ. ນອກຈາກນີ້ຄົນບ້ານເຮົາສ່ວນໃຫຍ່ກໍບໍ່ດື່ມນ້ຳຈາກກັອກຢູ່ແລ້ວ ແລະ ອີກຢ່າງແມ່ນ ຄົນຕ່າງປະເທດທີ່ມີນ້ຳດື່ມຈາກກັອກໄດ້ ກໍມັກຈະເລືອກບອກເອງກັບປາກໃນກໍລະນີທີ່ກັອກນ້ຳດື່ມບໍ່ໄດ້. ອີໂມຈິນີ້ມີການໃຊ້ 258,129 ຄັ້ງ ໃກ້ຄຽງກັບອີໂມຈິຫ້າມຖິ້ມຂີ້ເຫຍື້ອ.

1. ສັນຍະລັກເຄື່ອງໝາຍ

ມີການໃຊ້ອີໂມຈິນີ້ພຽງ 215,767 ຄັ້ງ. ອີໂມຈິສັນຍະລັກເຄື່ອງໝາຍ ກໍເປັນແບບດຽວກັບສັນຍະລັກຕົວອັກສອນໃຫຍ່. ມັນຖືກສ້າງຕັ້ງຂຶ້ນມາເພື່ອການຂຽນໂຄດ.

ທີ່ມາ: https://bit.ly/3GdjBoC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/