ຄົນເຮົາສາມາດອົດນອນໄດ້ດົນປານໃດ?


ຊີວິດຄົນເຮົາມີຫຼາຍກິດກຳທີ່ຈະຕ້ອງເຮັດຢູ່ເລື້ອຍໆ ແລະ ບາງຄັ້ງມັນກໍເສຍເວລາຊີວິດເຮົາໄປຫຼາຍ; ບໍ່ວ່າຈະເປັນການເດີນທາງ, ການກິນ ຫຼື ການນອນ ທີ່ນັບວ່າເປັນກິດຈະວັດປະຈຳວັນທີ່ຫຼີກເວັ້ນບໍ່ໄດ້ ແລະ ເສຍເວລາໃນຊີວິດຂອງຄົນເຮົາໄປ. ມີຫຼາຍຄົນທີ່ເລືອກຈະນອນໜ້ອຍລົງ ຫຼື ບາງຄົນເລືອກຈະອົດນອນຍ້ອນເຮັດບາງສິ່ງບາງຢ່າງບໍ່ທັນ. ຖ້າຫາກເລືອກໄດ້ວ່າບໍ່ນອນເລີຍ ພວກເຮົາກໍຄົງຈະມີເວລາໄດ້ເຮັດອີກຫຼາຍສິ່ງຫຼາຍຢ່າງໃຫ້ມັນແລ້ວໄວຂຶ້ນ ແລະ ອາດຈະໄດ້ມີເວລາມີຄວາມສຸກກັບມັນຫຼາຍຂຶ້ນ. ແຕ່ວ່າ ຄົນເຮົາຈະສາມາດອົດນອນໄດ້ດົນປານໃດ? ແລ້ວຜົນຂ້າງຄຽງທີ່ຕາມມາຈະກຸ້ມກັບການອົດນອນຫຼືບໍ່?

ເມື່ອປີ 1964 ໄດ້ມີການທົດລອງ ຂອງນັກສຶກສາຊັ້ນມັດທະຍົມ 2 ຄົນ, ໂດຍໜຶ່ງໃນນັ້ນ Randy Gardner ອາຍຸ 17ປີ ເປັນຜູ້ອາສາສ້າງສະຖິຕິໂລກໃນການອົດນອນໄດ້ເປັນເວລາ 264 ຊົ່ວໂມງ ຫຼື ປະມານ 11 ມື້ 25 ນາທີ. Bruce McAllister, ໜຶ່ງໃນທີມທົດລອງຂອງກຸ່ມນັກສຶກສາໄດ້ກ່າວວ່າພວກເຂົາຢາກເອົາຊະນະສະຖິຕິໂລກຂອງຜູ້ທີ່ອົດນອນໄດ້ດົນທີ່ສຸດເຊິ່ງມີເວລາ 260 ຊົ່ວໂມງ.

ໃນຂະນະທີ່ຢູ່ໃນການທົດລອງ Bruce ເອງກໍຕ້ອງເຝົ້າເບິ່ງ Randy ເຊິ່ງກໍເທົ່າກັບວ່າຕ້ອງໄດ້ອົດນອນເຊັ່ນກັນ, ແຕ່ຫຼັງຈາກອົດນອນໄດ້ 3 ມື້ ລາວກໍບໍ່ສາມາດຄວບຄຸມໃຫ້ຕົນເອງຢູ່ກວດເບິ່ງຢ່າງມີສະຕິໄດ້ ຈຶ່ງໄດ້ເສີມທີມຕື່ມ. ສາສະດາຈານຈາກມະຫາວິທະຍາໄລ Stanford ພາຍຫຼັງໄດ້ຍິນຂ່າວເລື່ອງການທົດລອງດັ່ງກ່າວກໍຕາມມາສຶກສາຕໍ່ ແລະ ກ່າວວ່າ ຄອບຄົວຂອງ Randy ເປັນຫ່ວງລູກຊາຍຕົນເອງ, ເນື່ອງຈາກວ່າການທົດລອງນີ້ຍັງບໍ່ມີຄຳຕອບໃຫ້ເທື່ອ ອີກທັງພວກເຂົາກໍບໍ່ຮູ້ວ່າຜົນຂອງມັນນັ້ນຈະກະທົບກັບສຸຂະພາບທີ່ອາດເຖິງຂັ້ນເສຍຊີວິດລົງໄດ້.

ເຄີຍມີການທົດລອງແບບດຽວກັນແຕ່ເປັນກັບສັດກ່ອນໜ້າ ເຊິ່ງແມ່ນການເຮັດໃຫ້ແມວອົດນອນໄດ້ເປັນເວລາ 15 ມື້ ແລ້ວມັນໄດ້ເສຍຊີວິດລົງ. ແຕ່ປັດໄຈທີ່ເປັນແບບນັ້ນ ນັກວິໄຈເຫັນວ່າມັນກ່ຽວກັບຄວາມກົດດັນ ຫຼື ສານເຄມີໃນສະໝອງທີ່ເປັນຕົວກໍ່ໃຫ້ເສຍຊີວິດ ຫຼາຍກວ່າຈະເປັນການນອນບໍ່ພຽງພໍ.

ຫຼັງຈາກການທົດລອງ, Randy ກໍໄດ້ຖືກນຳສົ່ງໄປທີ່ໂຮງໝໍທັນທີເພື່ອສັງເກດການເບິ່ງສະໝອງຂອງລາວ ແລະ ກໍບໍ່ໜ້າແປກໃຈທີ່ລາວນອນຫຼັບໄປເປັນເວລາ 14 ຊົ່ວໂມງ. ຫຼັງຈາກນັ້ນລາວກໍກັບໄປໂຮງຮຽນຕາມປົກກະຕິ ພ້ອມສຸຂະພາບທີ່ແຂງແຮງດີ. ຕໍ່ມາພວກເຂົາກໍໄດ້ກວດເບິ່ງຜົນຈາກໂຮງໝໍແລ້ວເຫັນວ່າສະໝອງຂອງ Randy ນັ້ນງີບຫຼັບຢູ່ຕະຫຼອດເວລາ, ສ່ວນໜຶ່ງຫຼັບສະໜິດ ແລະ ອີກສ່ວນກໍຕື່ນຢູ່. ເຖິງແມ່ນວ່າ Randy ຈະບໍ່ແມ່ນມະນຸດຄົນທຳອິດທີ່ເຄິ່ງຫຼັບເຄິ່ງຕື່ນ ຜົນການທົດລອງຄັ້ງນີ້ກໍໄດ້ສະແດງໃຫ້ເຫັນວ່າສະໝອງຂອງຄົນເຮົາອາດວິວັດທະນາການ ໂດຍສາມາດງີບຫຼັບແຕ່ສ່ວນໜຶ່ງກໍຍັງຕື່ນໄດ້ ເຊິ່ງມັນກໍຍັງອະທິບາຍໄດ້ວ່າສິ່ງທີ່ຮ້າຍແຮງກວ່ານັ້ນຍັງບໍ່ເກີດຂຶ້ນ. 11 ມື້ຕໍ່ມາ  Randy ກໍຍັງບໍ່ມີຜົນຂ້າງຄຽງຫຍັງ ແຕ່ຫຼັງຈາກນັ້ນຫຼາຍປີ ລາວກໍໄດ້ກ່າວວ່າຕົນເອງປະສົບກັບບັນຫາການນອນບໍ່ຫຼັບຢ່າງຫ້າມບໍ່ໄດ້.

Guinness World Records ກໍໄດ້ຍຸຕິການໃຫ້ອະນຸມັດໃນການພະຍາຍາມທຳລາຍສະຖິຕິຂອງ Randy ເນື່ອງຈາກວ່າມີຫຼາຍຄົນທີ່ພະຍາຍາມຈະເຮັດໃຫ້ໄດ້ ແລະ ມັນສົ່ງຜົນເສຍຈົນເຖິງຂັ້ນອັນຕະລາຍຕໍ່ສຸຂະພາບຂອງພວກເຂົາ.

ການນອນຫຼັບນັ້ນຍັງເປັນປິດສະໜາຕໍ່ໄປສຳລັບມະນຸດ ແຕ່ມັນກໍສົ່ງຜົນດີໃຫ້ກັບສຸຂະພາບເຮົາເຊັ່ນ ການຕັ້ງຄ່າໃໝ່ໃນລະບົບຮ່າງກາຍຂອງເຮົາ. ມີການວິໄຈຄົ້ນພົບວ່າພຶດຕິກຳການນອນທີ່ມີລັກສະນະເປັນລະບຽບ ແລະ ນອນພຽງພໍນັ້ນ ຈະຊ່ວຍປິ່ນປົວ, ຊ່ວຍເພີ່ມລະດັບພູມຕ້ານທານ, ການເຜົາຜານທີ່ດີ ແລະ ອີກຫຼາກຫຼາຍຢ່າງທີ່ເປັນຄຳຕອບວ່າ ເຮົາຈະຮູ້ສຶກສົດຊື່ນຂຶ້ນຫຼັງຈາກການໄດ້ນອນ.

ໃນທາງກົງກັນຂ້າມ, ການໄດ້ນອນບໍ່ພຽງພໍກໍມັກຈະສ່ຽງເປັນໂຣກໄພຕ່າງໆ ເຊັ່ນ: ໂຣກເບົາຫວານ, ໂຣກຫົວໃຈ, ໂຣກຕຸ້ຍ, ໂຣກຊຶມເສົ້າ ແລະ ພະຍາດອື່ນໆ. ບໍ່ພຽງເທົ່ານັ້ນ, ເຮົາຍັງຈະຮູ້ສຶກບໍ່ສະບາຍຕົນຕົວ, ຂາດພະລັງງານ, ຮູ້ສຶກມຶນງົງ, ປວດຕາ ແລະ ບໍ່ມີສະມາທິ ໄປຈົນຮອດມັກຫຼົງລືມ. ຖ້າເຮົາຍັງສືບຕໍ່ທີ່ຈະລະເລີຍຜົນຂ້າງຄຽງພວກນີ້ ຕົວເຮົາກໍຈະກາຍເປັນຄົນອາລົມບໍ່ທ່ຽງ, ຮູ້ສຶກວິຕົກກັງວົນ ແລະ ມັກຈະເຫັນພາບຫຼອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/