ກຽມພ້ອມເຂົ້າສູ່ດິນແດນມະຫັດສະຈັນ ຈາກ Studio Ghibli ທີ່ຈະເປີດຕົວສວນສະໜຸກໃນເດືອນພະຈິກນີ້!


ແຟນໆອະນິເມຊັນບໍ່ວ່າຈະເປັນກຸ່ມປະເທດຕາເວັນຕົກ ຫຼື ຈາກອະນິເມະສາຍຍີ່ປຸ່ນກຽມຕົວໄວ້ໄດ້ເລີຍ! ເມື່ອ Studio Ghibli ຄ້າຍຮູບເງົາອະນິເມຊັນຊື່ດັງລະດັບໂລກທີ່ໃຜໆກໍມັກ ໄດ້ປະກາດມື້ເປີດສວນສະໜຸກຂອງຕົນເອງຢ່າງເປັນທາງການແລ້ວໃນວັນທີ 1 ເດືອນພະຈິກປີ 2022 ນີ້!

ໂຄງການດັ່ງກ່າວແມ່ນການຮ່ວມມືກັນລະຫວ່າງ Studio Ghibli, ລັດຖະບານຂອງແຂວງ Aichi, ແລະ ໜັງສືພິມ Chunichu Shimbun; ໃຊ້ງົບກວ່າ 295 ລ້ານໂດລາສະຫະລັດໃນການສ້າງສວນສະໜຸກໃນຕີ້ມຂອງຮູບເງົາຈາກສະຕູດີໂອ Ghibli. ມັນໄດ້ຖືກສ້າງຂຶ້ນພາຍໃນສວນຂອງແຂວງ Aichi ໃກ້ກັບເມືອງນາໂກຢາ ຕັ້ງແຕ່ປີ 2019 ໂດຍມີເນື້ອທີ່ເຖິງ 200 ເຮັກຕ້າ ເຊິ່ງໃຊ້ເວລາປະມານ 3 ຊົ່ວໂມງໃນການເດີນທາງມາຈາກຕົວເມືອງໂຕກຽວ.

ສວນດັ່ງກ່າວແມ່ນຈະລວມທັງໝົດມີ 5 ພາກສ່ວນເຊິ່ງອີງໄປຕາມຕີ້ມຕ່າງໆຕາມຮູບເງົາດັງໆຂອງສະຕູດີໂອນັ້ນເອງ. ແຕ່ກໍຈະພ້ອມເປີດຕາມວັນທີທີ່ປະກາດຄື: ຈະມີ “My Neighbor Totoro” ທີ່ຈະມີຕົວລະຄອນຂະໜາດຕາມຕົວຈິງອອກມາ ຕາມດ້ວຍ ຮູບເງົາ “Princess Monoke”, “Kiki’s Delivery Service” ພ້ອມທັງມີ “Howl’s Moving Castle”  ທີ່ຈະເປີດຕົວໃນປີໜ້າ.

ທາງເຈົ້າໜ້າທີ່ໄດ້ປະກາດວ່າ ພວກເຂົາຄາດວ່າຜູ້ເຂົ້າມາຢ້ຽມຢາມສວນສະໜຸກ Ghbli ຈະມີປະມານ 1 ລ້ານຄົນໃນໄລຍະການເປີດຕົວແບບບໍ່ເປັນທາງການນີ້ ແລະ 1.8 ລ້ານຄົນມາທ່ຽວຕໍ່ປີທັນທີທີ່ສະຖານທີ່ໄດ້ເປີດຕົວຢ່າງເຕັມຮູບແບບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/